Homeຂ່າວທ້ອງຖິ່ນສະໝາມໂບລິງກຽມ ໃຫ້ການແຂ່ງຂັນກີລາແຫ່ງຊາດຢູ່ແຂວງ ຊຽງຂວາງ ສຳເລັດແລ້ວ 80%

ສະໝາມໂບລິງກຽມ ໃຫ້ການແຂ່ງຂັນກີລາແຫ່ງຊາດຢູ່ແຂວງ ຊຽງຂວາງ ສຳເລັດແລ້ວ 80%

Published on

ສະ­ໜາມ​ກີ­ລາ​ໂບ​ລິງ ຊຸດ​ກຽມ ຮອງ​ຮັບ​ໃຫ້​ແກ່​ການ​ແຂ່ງ­ຂັນ​ງານມະ­ຫາ​ກຳ​ກີ­ລາ​ແຫ່ງ​ຊາດ​ຄັ້ງ​ທີ  11 ທີ່​ແຂວງ​ຊຽງ​ຂວາງ​ຮັບ​ກຽດ​ເປັນ ເຈົ້າ­ພາບ​ໃນ​ປີ 2018 ໄດ້​ກໍ່­ສ້າງ​ສຳ

ເລັດ​ແລ້ວ 80% ຄາດ​ວ່າ​ອີກ 3  ເດືອນ​ຂ້າງ​ໜ້າ​ຈະ​ສຳ­ເລັດ 100% ລວມ​ມູນ​ຄ່າ ໃນ​ການ​ກໍ່­ສ້າງ​ສະ­ໜາມ ດັ່ງ­ກ່າວ​ທັງ​ໝົດ 5 ຕື້​ກີບ ຫຼື ປະ­ມານ 600.000 ໂດ​ລາ​ສະ­ຫະ­ລັດ.

ທ່ານ ທອງ​ຜິວ ສີ​ປັນ­ຍາ ຮອງ ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ  ກີ­ລາ​ແຂວງ​ຂວາງ​ໄດ້​ລາຍ​ງານ​ໃຫ້ ຮູ້​ວ່າ: ເມື່ອ​ທ້າຍ​ອາ­ທິດ​ທີ່​ຜ່ານ​ມາ ທ່ານ  ດຣ. ບົວ​ສອນ ສີ​ນວນ​ທອງ ຮອງ​ເລ­ຂາ​ພັກ​ແຂວງ ຮອງ​ເຈົ້າ ແຂວງ​ຊຽງ​ຂວາງ ພ້ອມ​ດ້ວຍ​ຄະ­ນະ ໄດ້​ລົງ​ກວດ­ກາ​ໂຄງ­ການ​ກໍ່­ສ້າງ​ສະ ໜາມ​ກີ­ລາ​ໂບ​ລິງ​ຢູ່ ບ້ານ​ໂພນ​ມີ​ໄຊ ເມືອງ​ແປກ ແຂວງ​ຊຽງ​ຂວາງ ໂດຍ​ການ​ສຳ​ປະ­ທານ​ກໍ່­ສ້າງ​ຂອງ ທ່ານ ນາງ ຢາງ​ລີ ໂຄງ­ການ​ດັ່ງກ່າວ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ທ້າຍເດືອນ​ຕຸ­ລາ 2015 ປະ­ຈຸ​ບັນ​ມີ​ຄວາມ ຄືບ​ໜ້າ 80% ຄາດ​ວ່າ​ອີກ 3 ເດືອນ ຂ້າງ​ໜ້າ​ຈະ​ສຳ­ເລັດ 100% ລວມ ມູນ​ຄ່າ​ໃນ​ການ​ກໍ່­ສ້າງ 600.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 5 ຕື້ ກີບ.

ໂຄງ­ການ​ດັ່ງ­ກ່າວ​ນີ້​ແມ່ນ​ຜູ້​ສຳ ປະ­ທານ​ອອກ­ທຶນ​ກໍ່­ສ້າງ​ກ່ອນ 100% ພາຍ​ໃນ​ອາ­ຄານ​ຍັງ​ມີ​ຮ້ານ​ຂາຍ­ເຄື່ອງ ກີ­ລາ​ໂບ​ລິງ, ຫ້ອງ​ອາ­ຫານ​ທົ່ວ​ໄປ, ຫ້ອງ​ອອກ­ກຳ­ລັງ​ກາຍ (ຟິດ​ເນັດ) ພາຍ­ຫຼັງ​ສຳ­ເລັດ​ຈະ​ເປີດ​ພິ­ທີ​ຢ່າງ ເປັນ​ທາງ​ການ​ຈະ​ເຊີນ​ບັນ­ດາ​ສະ​ໂມ ສອນ​ໂບ​ລິງ​ໃນ​ທົ່ວ​ປະ­ເທດ​ມາ​ແຂ່ງ ຂັນ​ຊີງ​ຂັນ​ທ່ານ​ເຈົ້າ­ແຂວງ​ຊຽງ ຂວາງ​ເພື່ອ​ເປັນ​ການ​ຝຶກ​ຊ້ອມ​ໃຫ້ ນັກ­ກີ­ລາ​ຂອງ​ແຂວງ​ນອກ​ນີ້​ຍັງ​ເປັນ ກະ­ກຽມ​ຮັບ​ໃຊ້​ງານ​ມະ­ຫາ​ກຳ​ກີ­ລາ ແຫ່ງ​ຊາດ​ຄັ້ງ​ທີ 11 ທີ່​ແຂວງ​ຊຽງ ຂວາງ​ຮັບ​ກຽດ​ເປັນ​ເຈົ້າ­ພາບ​ໃນ​ປີ 2018.

ພ້ອມ​ກັນ​ນີ້​ການ​ກໍ່­ສ້າງ​ສະ­ໜາມ ກີ­ລາ​ອີກ 7 ແຫ່ງ​ຄື: ເປ​ຕັງ, ໜ້າ​ເກັກ ໝາກ​ຂ່າງ, ບານ­ສົ່ງ, ຍິງ​ປືນ, ລອຍ ນ້ຳ ແລະ ກ໊ອຟ​ທີ່​ໄດ້​ໃຫ້​ບັນ­ດາ​ພາກ ເອ­ກະ​ຊົນ​ເປັນ​ຜູ້​ສຳ​ປະ­ທານ​ກໍ​ໄດ້​ດຳ ເນີນ​ໄປ​ຢ່າງ​ເປັນ​ປົກ­ກະ­ຕິ ແລະ ຄາດ​ວ່າ​ບາງ​ສະ­ໜາມ​ກີ­ລາ​ຈະ​ສຳ ເລັດ​ພາຍ​ໃນ​ປີ​ນີ້​ສ່ວນ​ສະ­ໜາມ​ໃຫຍ່ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈັດ​ພິ­ທີ​ເປີດ-ປິດ​ງານ​ມະ­ຫາ​ກຳ​ກີ­ລາ​ແຫ່ງ​ຊາດ​ທີ່ ບ້ານ​ຄັງ​ໜອງ​ຫຼວງ​ເມືອງ​ແປກ​ຄາດ ວ່າ​ຈະ​ສຳ­ເລັດ​ສົມ­ບູນ ໃນ​ທ້າຍ​ປີ 2017.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...