spot_img
Homeຂ່າວທ້ອງຖິ່ນສປປ ລາວ ມີ​ຄວາມ​ພະຍາຍາມ​ສູງ​ໃນ​ການ​​ແກ້​ໄຂ​ລະ​ເບີ​ດບໍ່​ທັນ​ແຕກ

ສປປ ລາວ ມີ​ຄວາມ​ພະຍາຍາມ​ສູງ​ໃນ​ການ​​ແກ້​ໄຂ​ລະ​ເບີ​ດບໍ່​ທັນ​ແຕກ

Published on

ວັນ​ທີ 4 ​ເມສາ ​ເປັນ​ວັນ​ສາກົນ​ແຫ່ງການ​ປູກ​ຈິດ​ສຳນຶກ​ກ່ຽວ​ກັບ​ລະ​ເບີດ​ຝັງ​ດິນ ​ແລະ ການ​ຊ່ວຍ​ເຫລືອ​ເພື່ອ​ແກ້​ໄຂ​ບັນຫາ​ລະ​ເບີດ​ຝັງ​ດິນ ທີ່​ຖືກ​ປະກາດ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ປີ 2005, ຊຶ່ງ​ມີ​ເປົ້າ​ໝາຍ​ປູກ​ຈິດ​ສຳນຶກ​ກ່ຽວ​ກັບ​ອັນ​ຕະລາຍ​ຂອງ​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ລະ​ເບີດ​ຝັງ​ດິນ ​ແລະ ລະດົມ​ທຶນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນດາ​ດັ່ງກ່າວ​ໃນ​ທົ່ວ​ໂລກ ​​ໂດຍ​ສະ​ເພາະ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ.

​ໃນ​ປີ 2016 ພວກ​ເຮົາ​ຈະ​ສະ​ເຫລີ​ມສະຫລອງ​ວັນ​ມີ​ຜົນ​ໃຊ້​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມລະ​ເບີດ​ລູກ​ຫວ່ານ ຄົບຮອບ 6 ປີ, ​ເຊິ່ງ​ເປັນ​ສົນທິສັນຍາ​ທີ່​ຫ້າມ​ການ​ນຳ​ໃຊ້ ​ແລະ ການ​ເກັບ​ຮັກສາ​ເສດ​ລະ​ເບີດ​ຈາກ​ສົງຄາມ. ສປປ ລາວ ​ໄດ້​ເປັນ​ເຈົ້າພາບ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ບັນດາ​ລັດ​ພາຄີ​ຂອງ​ສົນທິສັນຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ​ໃນ​ປີ 2010, ຊຶ່ງ​ຈົບ​ລົງ​ດ້ວຍ​ການ​ລົງ​ນາມ​ໃນ​ແຜນ​ປະຕິບັດ​

ງານ​ວຽງ​ຈັນ. ​ແຜນ​ປະຕິບັດ​ງານ​ນີ້​ໄດ້​ສິ້ນ​ສຸດ​ລົງ​ໃນ​ປີ 2015 ​ແລະ ສືບ​ຕໍ່​ດ້ວຍ​ແຜນ​ປະຕິບັດ​ງານ Dubrovnik ຊຶ່ງ​ໄດ້​ລະບຸ​ແຜນ​ກິດຈະກຳ ​ແລະ ​ໄລຍະ​ເວລາ​​ເພື່ອ​ວັດ​ແທກ​ຄວາມ​ຄືບ​ໜ້າ​ໃນ​ການ​ທຳ​ລາຍ​ລະ​ເບີດ​ລູກ​ຫວ່ານ ​ແລະ ປ້ອງ​ກັນ​ການ​ນຳ​ໃຊ້​ໃນ​ອະນາຄົດ.

ສປປ ລາວ ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ​ໃນ​ໂລກ ຈາກ​ການ​ຖິ້ມ​ລະ​ເບີດ​ຢ່າງ​ໜັກໜ່ວງ​ໃນ​ປາງ​ສົງຄາ​ມອິນດູຈີນ, ລະ​ເບີດ​ບໍ່​ທັນ​ແຕກ​ຈຳນວນ​ຫລວງຫລາຍ ​ໄດ້​ສືບ​ຕໍ່​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຮ່າງກາຍ ​ແລະຊີວິດ​ຂອງ​ປະຊາຊົນ, ​ໄດ້​ເປັນ​ອຸປະສັກ​ຕໍ່​ກັບ​ການ​ນຳ​ໃຊ້​ທີ່​ດິນ​ເພື່ອ​ການ​ຜະລິດ​ກະສິກຳ ​ແລະ ການ​ພັດທະນາ, ພື້ນ​ທີ່​ທີ່​ໄດ້​ຮັບ​ກະທົບ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ລາວ​ແມ່ນ​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ ຊຸມ​ຊົນ​ທຸກ​ຍາກ.

ມາ​ຮອດ​ປັດຈຸບັນ ຈຳນວນ​ຜູ້​ບາດ​ເຈັບ ​ແລະ ​ເສຍ​ຊີວິດ​ແມ່ນ​ຕ່ຳ​ກວ່າ 50 ກໍລະນີ​ຕໍ່​ປີ, ຊຶ່ງ​ທຽບ​ໃສ່​ເມື່ອ​ກ່ອນ​ປີ2008 ​ແມ່ນ​ມີ​ເຖິງ 300 ກໍລະນີ, ຕົວ​ເລກ​ນີ້​ບໍ່​ໄດ້​ກວມ​ເອົາ​ຜົນ​ກະທົບ​ຕໍ່​ກັບ​ຄອບຄົວ ​ແລະ ລູກ​ຫລານ.

ສປປ ລາວ ​ໄດ້​ຂະຫຍາຍ​ການ​ຮ່ວມ​ມື​ກັບ​ຫລາຍ​ປະ​ເທດ​ໃນ​ຂົງ​ເຂດ ​ແລະ ບັນດາ​ປະ​ເທ​​ດ​ເພື່ອນ​ບ້ານ​ໃນ​ ASEAN ​ເຊັ່ນ: ປະ​ເທດ​ໄທ, ກຳປູ​ເຈຍ, ຫວຽດນາມ, ຈີນ ​ແລະ ຍີ່ປຸ່ນ. ການ​ຮ່ວມ​ມື​ດັ່ງກ່າວ​ແມ່ນ​ກວມ​ເອົາ​ຫລາຍ​ດ້ານ​ເຊັ່ນ: ການ​ຝຶກ​ອົບຮົມ,​ ການ​ແລກປ່ຽນ​ຄວາມ​ຮູ້, ການ​ສະໜອງ​ພາຫະນະ ​ແລະ ອຸປະກອນ​ຂະໜາດ​ໃຫຍ່ ​ແລະການ​ສະໜັບສະໜູນ​ທາງ​ດ້ານ​ການ​ເງິນ.

ລະ​ເບີດ​ບໍ່​ທັນ​ແຕກ​ຈຳນວນ​ຫລວງຫລາຍ​ໄດ້​ຖືກ​ເກັບ​ກູ້​ອອກ​ຈາກ​ພື້ນ​ທີ່​ຂະໜາດ​ໃຫຍ່, ຊຶ່ງ​ເຮັດ​ໃຫ້ການ​ນຳ​​ໃຊ້​ມີ​ຄວາມ​ປອດ​ໄພ ສຳລັບ​ການ​ຜະລິດ​ກະສິກຳ ​ແລະ ການ​ພັດທະນາ. ລະ​ເບີດ​ບໍ່​ທັນ​ແຕກ​ຫລາຍ​ກວ່າ 1,5 ລ້ານ​ໜ່ວຍ​ໄດ້​ຖືກ​ທຳລາຍ. ຄວາມ​ພະຍາຍາມ​ທັງ​ໝົດ ທີ່​ນຳ​ພາ​ໂດຍ​ລັດ​ຖະບານ​ແຫ່ງ ສປປ ລາວ ນັ້ນ​ແມ່ນ​ມີ​ປະສິດທິພາບ​-ປະສິດທິ​ຜົນ​ເພີ່ມ​ຂຶ້ນ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໃນ​ ສປປ ລາວ ຍັງ​ຖື​ເປັນ​ສິ່ງ​ທີ່​ໜັກໜ່ວງ ​ແລະ ສປປລາວ ກໍ​ໄດ້​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ດ້ານ​ທີ່​ເກີດ​ຈາ​ກຜົນ​ກະທົບ​ຂອງ​ເສດ​ລະ​ເບີດ​ໃນ​ປາງ​ສົງຄາມ. ສປປ ລາວ ​ເປັນ​ປະ​ເທດ​ໜຶ່ງ​​ໃນ​ຫລາຍ​ປະ​ເທດ​ທີ່​ຕ້ອງການ​ການ​ສະໜັບສະໜູນ​ຈາກ​ສາກົນ ​ເພື່ຶອ​ແກ້​ໄຂ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ​ເລັ່ງລັດ​ການ​ແກ້​ໄຂ​ບັນຫາ​ລະ​ເບີ​ດຝັງ​ດິນ/ລະ​ເບີ​ບໍ່​ທັນ​ແຕກ. ​ເນື່ອງ​ຈາ​ການ​ໃຫ້​ທຶນ​ແມ່ນ​ຫລຸດ​ລົງ​ໃນ​ທົ່ວ​ໂລກ.

ລັດຖະບານ ​ແລະ ອົງການ​ສະຫະ​ປະຊາ​ຊາດ ຈະ​ສືບ​ຕໍ່​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການລະ​ເບີດ​ບໍ່​ທັນ​ແຕກ ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ເຫລົ່າ​ນີ້ ​ໃນ​ໂຄງການ​ໃໝ່​ທີ່​ຈະ​ເລີ່​ມ ຂຶ້ນ​ໃນ​ປີ 2017 ນີ້​ຖື​ວ່າ​ເປັນ​ສິ່ງ​ສຳຄັນ ​ໂດຍ​ສະ​ເພາະ​ໃນ​ດ້ານ​ການຈັດ​ຕັ້ງປະຕິບັດ​ເປົ້າ​ໝາຍ​ພັດທະນາ​ໃໝ່​ຂອງ​ສາກົນ​-​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ. ​ເປົ້າ​ໝາຍ​ເຫລົ່າ​ນີ້​ແມ່ນ​ສືບ​ຕໍ່​ບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ເພື່ອ​ການ​ພັດທະນາ​ທີ່​ຍັງ​ບໍ່​ທັນ​ສຳ​ເລັດ ​ແລະ ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ກໍ​ມີຄວາ​ມ​ເຂົ້າ​ໃຈ​ວ່າ​ຕ້ອງ​​ໄດ້​ມີ​ຄວາມ​ຮັບຜິດຊອບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຮ່ວມ​ກັນ, ​ໂດຍ​ບໍ່​ຈຳ​ແນ​ກລະດັບ​ການ​ພັດທະນາ ​ແລະຄວາ​ມອຸດົມ​ຮັ່ງມີ.

 

ແຫລາງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...