Home​ຂ່າວບັນເທິງອິນໂດເນເຊຍ ອາດຫ້າມ "ລີໂອນາໂດ ດິຄາປຣິໂອ" ພະເອກເຈົ້າຂອງລາງວັນ ອັອສກາຣ໌ ເຂົ້າປະເທດ

ອິນໂດເນເຊຍ ອາດຫ້າມ “ລີໂອນາໂດ ດິຄາປຣິໂອ” ພະເອກເຈົ້າຂອງລາງວັນ ອັອສກາຣ໌ ເຂົ້າປະເທດ

Published on

ວັນທີ 1 ເມສາ ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດ ລາຍງານວ່າ ເຈົ້າໜ້າທີ່ລະດັບຂັ້ນສູງສຳນັກງານກວດກາຄົນເຂົ້າເມືອງຂອງ ອິນໂດເນເຊຍ ອອກມາລະບຸວ່າ ທາງການອິນໂດເນເຊຍ ອາດຫ້າມ ລີໂອນາໂດ ດິຄາປຣິໂອ ພະເອກເຈົ້າຂອງລາງວັນ ອັອສກາຣ໌ ສາຂານັກສະແດງນຳຊາຍດີເດັ່ນປະຈຳປີ 2015 ເຂົ້າປະເທດອີກຕໍ່ໄປ ຫຼັງພົບວ່າ ລີໂອນາໂດ ໄດ້ໂພສຕ໌ຂໍ້ຄວາມລົງ ອິນສຕາແກຣມພາຍຫຼັງທີ່ໃຊ້ວີຊານັກທ້ອງທ່ຽວເຂົ້າຊົມອຸທະຍານກູນຸງ ລືເຊີຣ໌ ໃນເມືອງອາເຈະ ເມື່ອວັນອາທິດທີ່ຜ່ານມາ.

30-5

ໂດຍໄດ້ລະບຸໃນຂໍ້ຄວາມວ່າ “ອຸທະຍານກູນຸງ ເປັນສະຖານທີ່ສຸດທ້າຍໃນໂລກທີ່ສັດປ່າຢ່າງອຸລັງອຸຕັງ, ເສືອ, ແຣດ ແລະ ຊ້າງໄດ້ຢູ່ຮ່ວມກັນ ແຕ່ກຳລັງຖືກທຳລາຍດ້ວຍການຂະຫຍາຍພື້ນທີ່ປູກປາມນ້ຳມັນ ແລະ ຍັງໂພສຕ໌ລົງໃນທະວິດເຕີ້ຮ້ອງຂໍໃຫ້ປະທານາທິບໍດີອິນໂດເນເຊຍ ຂໍໃຫ້ຜືນປ່າແຜ່ງນີ້ເປັນເຂດຄຸ້ມຄອງ”

 

ແຫລ່ງຂ່າວຈາກ: ເວັບໄຊ໌ ນີສເອັມໄທ.ຄອມ

 

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...