ນິທານພື້ນເມືອງລາວ ເລື່ອງ ເສນາເຖົ້າ
ຢູ່ໃນນະຄອນໜຶ່ງມີເສນາເຖົ້າຄົນຫນຶ່ງດຳລົງຊີບຢູ່ມື້ໜຶ່ງໝໍດູຄົນ ໜຶ່ງໄດ້ບອກລາວວ່າ:ພາຍໃນເຈັດວັນນີ້ເຄາະຕາຍຈະເຂົ້າເຖິງເຈົ້າ. ເພື່ອຫຼີກລຽງເຄາະຕາຍນີ້ນັບແຕ່ນີ້ຈົນຮອດຍາມຕູດຊ້າຍຂອງວັນຖ້ວນ ເຈັດຢ່າໄດ້ລົງເຮືອນໄປທ່ຽວຄວ່າເນີ!ວິດຍາມຕູດຊ້າຍແລ້ວຈິ່ງ ຄ່ອຍລົງ. ເມື່ອນັ້ນເສນາເຖົ້າກໍເຮັດຕາມຄຳແນະນຳທຸກຢ່າງຈຶ່ງບໍ່ມີອັນໃດ ເປັນໄພແກ່ລາວ.ແຕ່ໃນວັນຖ້ວຍເຈັດຍາມອາທິດຂຶ້ນກາຍທ່ຽງເສນາເຖົ້າ ໄດ້ນັບເວລາຜິດວ່າລ້ຳຍາມຕູດຊ້າຍແລ້ວແຕ່ແທ້ຈິ່ງຍັງບໍ່ລ້ຳເທື່ອ ລາວຈິ່ງຖືໂອນ້ຳສົ້ມປ່ອຍລົງເຮືອນໄປທ່ານ້ຳ.ຫຼັງຈາກອາບນ້ຳສະຫົວແລ້ວ ລາວກໍຢືນຕາກຄີງຢູ່ແຄມທ່ານ້ຳ.ເມື່ອນັ້ນລາດຊະບຸດນ້ອຍກໍໄດ້ໄປ ທ່ຽວຄວ່າຫຼິ້ນທ່ານ້ຳ ຕັ້ງແຕ່ເຊົ້າຍັງບໍ່ກັບຄືນມາວັງ,ພວກຂ້າລາຊະບໍລິພານຮົນເຮທ່ຽວຊອກ ຫາທຸກແຫ່ງ.ເມື່ອເຂົາເຫັນໂອຂອງເສນາເຖົ້າເຊິ່ງເໝືອນກັບໂອຂອງ ລູກພະຍາພວກຂ້າລາຊະບໍລິພານກໍ່ເຂົ້າໃຈພິດວ່າເສນາເຖົ້າໄດ້ຂ້າ ລູກພະຍາເຂົາຈິ່ງຈັບກຸມແລະບັງຄັບລາວໄປທີ່ພະລາຊະວັງ.ພວກເຂົາ ລາຍງານພະຍາວ່າພວກຜູ້ຂ້າໄດ້ຊອກຫາກຸມມານນ້ອຍດົນນານແຕ່ບໍ່ ເຫັນ.ເມື່ອພວກຂ້າໄປທ່ານ້ຳກໍເຫັນເສນາເຖົ້າສະຫົວຢູ່ດ້ວຍໂອຂອງ ເຈົ້າກຸມມານຫຼືວ່າມັນໄດ້ຂ້າກຸມມານແລ້ວໄຫຼນ້ຳຖິ້ມໄປແນ່ແທ້.ໄດ້ ຍິນຄຳເວົ້ານັ້ນພະຍາກໍເລີຍຄຽດແຮງເລີຍສັ່ງໃຫ້ເພັດສະຄາດນຳຕົວ ເສນາເຖົ້າໄປປະຫານເສຍໂດຍບໍ່ມີການຕຶກຕອງ.ຕອນນັ້ນເສນາເຖົ້າກໍຄິດ ເຫັນຄຳເວົ້າຂອງໝໍດູກູບໍ່ມີໂອກາດແລະຄວາມເປັນໄປໄດ້ທີ່ຈະອຸທອນ ໃຫ້ຕົນເອງເລີຍ.ເປັນນຳກູເພີກເສີຍຕໍ່ຄຳເວົ້າຂອງໝໍດູກູຟ້າວ ອອກບ້ານແຕ່ເວັນໂພດຍາມຕູດຊ້າຍຍັງບໍ່ສ້ຽງເທື່ອກູຈິ່ງປະສົບເຄາະ ຕາຍຈັ່ງຊີ້.ເພື່ອແກ້ບັນຫານີ້ກູຕ້ອງຍຶດຊ່ວງຊີວິດກູໄວ້ໃຫ້ກາຍຍາມ ຕູດຊ້າຍກ່ອນ.ດັ່ງນັ້ນເສນາເຖົ້າຈິ່ງເວົ້າກັບເພັດສະຄາດວ່າ:ສູ ເຈົ້າທັງຫຼາຍເຮີຍ!ບໍ່ແມ່ນວ່າກູຈະຂໍສູບໍ່ໃຫ້ປະຫານກູ,ແຕ່ກູນີ້ ເປັນຫ່ວງວ່າຮີດເຄົ້າຂອງເກົ່າຄອງບູຮານອັນດີມີປະໂຫຍດຕໍ່ບ້ານ ເມືອງເຮົານັ້ນຄັນກູຕາຍເສຍຈະບໍ່ມີຜູ້ຮູ້.ໃນເວລາອັນສັ້ນກ່ອນກູ ຕາຍກູຢາກເຮັດສິ່ງທີ່ດີມີປະໂຫຍດໃຫ້ບ້ານເມືອງແລະໃຫ້ສູ,ກູ ຢາກສອນຄວາມຮູ້ວິຊາອັນສູຈະໃຊ້ໄວ້ຖວາຍຄຳປຶກສາແກ່ພະຍາໃນຕຳແໜ່ ງດຽວກັບກູ.ໃຫ້ສູເອົາພັບແລະສໍມາຂຽນກ່າຍເອົາຄຳເວົ້າອັນກູຈະ ບອກໃຫ້.ເພັດສະຄາດກໍເກີດຄວາມຢາກເຮັດຕາມຄຳສະເໜີຂອງລາວໃນບັດ ນັ້ນ,ເພື່ອຈະທ່ວງເວລາປະຫານອອກເສນາເຖົ້າໄດ້ຊອກສິ່ງທີ່ມາເລົ່າ ສູ່ເຂົາຟັງເລື່ອງແລ້ວເລື່ອງເຫລົ່າ.ເມື່ອຍາມຕູດຊ້າຍຜ່ານໄດ້ໜ້ອຍ ໜຶ່ງຜູ້ແຈ້ງຂ່າວກໍຟ້າວນຳຄຳສັ່ງຍົກເລີກການປະຫານມາບອກເພາະວ່າ ລາດສະບຸດນ້ອຍໄດ້ກັບມາວັງ.ຜູ້ຄົນທັງຫຼາຍຕ່າງກໍຊື່ນສວ່າງໃຈທີ່ ບໍ່ສູນເສຍຄົນມີຄວາມຮູ້ຂອງແຜ່ນດິນໄປຢ່າງຜິດພາດ.
ຂໍ້ມູນຈາກ: ສິດທິສອນ ແກ້ວພິຈິດ