Homeຂ່າວຕ່າງປະເທດວິນາທີສະຫຍອງ ຂົວຂ້າມແຍກຖະລົ່ມທີ່ອິນເດຍ ແບບບໍ່ມີໃຜຕັ້ງຕົວທັນ

ວິນາທີສະຫຍອງ ຂົວຂ້າມແຍກຖະລົ່ມທີ່ອິນເດຍ ແບບບໍ່ມີໃຜຕັ້ງຕົວທັນ

Published on

ສຳນັກຂ່າວຕ່າງປະເທດຍັງຕິດຕາມເຫດຄວາມຄືບໜ້າຂົວຍົກລະດັບ ເມືອງ ໂກລກາຕາ ລັດເບງກໍລ ປະເທດອິນເດຍ ພັງຖະລົ່ມລົງລະຫວ່າງການກໍ່ສ້າງ ຕົວເລກຍອດຜູ້ເສຍຊີວິດຢ່າງເປັນທາງການ 21 ສົບ ບາດເຈັບບໍ່ຕ່ຳ  ກ່ວາ 150 ຄົນ ເຈົ້າໜ້າທີ່ກູ້ໄພຍັງຄົງຄົ້ນຫາຜູ້ທີ່ຕິດຢູ່ກ້ອງຂົວ.

ເຫດການເກີດຂຶ້ນກາງໃນເມືອງໂກລກາຕາ ທີ່ເກີດຂື້ນເມື່ອຕອນບ່າຍຂອງວັນທີ 31 ມີນາ 2016 ທີ່ຜ່ານມາ ບໍລິເວນຖະໜົນໃກ້ກັບສວນສາທາລະນະພຣະພິຂະເນດ ເປັນແຫລ້ງເສດຖະກິດທີ່ມີຜູ້ຄົນຫຼວງຫຼາຍ ແລະ ການສັນຈອນໜາແໜ້ນ ໂຄງສ້າງຂົວຍົກລະດັບເກີດລຸດຕົວລົງມາ ແລະ ພັງຖະລົ່ມລົງຢ່າງກະທັນຫັນ ເຮັດໃຫ້ມີຜູ້ຕິດຢູ່ກ້ອງຂົວດັ່ງກ່າວ.

 

ແຫລ່ງຂ່າວຈາກ: ເວັບໄຊ໌ ນີວສ ສະນຸກ. ຄອມ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...