Homeຂ່າວການສຶກສາຫາລືວຽກງານການສິດສອນພາສາອັງກິດ ໃນຊັ້ນປະຖົມສຶກສາ

ຫາລືວຽກງານການສິດສອນພາສາອັງກິດ ໃນຊັ້ນປະຖົມສຶກສາ

Published on

ຫາລືວຽກງານການສິດສອນພາສາອັງກິດ ໃນຊັ້ນປະຖົມສຶກສາ
ຫາລືວຽກງານການສິດສອນພາສາອັງກິດ ໃນຊັ້ນປະຖົມສຶກສາ

ກອງ​ປະຊຸມ​ປຶກສາ​ຫາລື​ລະດັບ​ຊາດ ກ່ຽວ​ກັບ​ການ​ສິດສອນ​ພາສາ​ອັງກິດ​ທີ່​ມີ​ປະ​ສິດທິ​ຜົນ ໃນ​ຊັ້ນ​ປະຖົມ​ສຶກ​ສາ ສຳລັບ ປ3-ປ5 ຈັດ​ຂຶ້ນ​ໃນ​ວັນ​ທີ 29 ເມສາ​ຜ່ານ​ມາ​ນີ້ ທີ່​ໂຮງແຮມ​ກຸຫຼາບ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ລີ​ຕູ້ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ທ່ານ​ຜູ້ຕາງໜ້າ​ຈາກ​ອົງການ​ຜູ້​ໃຫ້​ທຶນ ບັນດາ​ຫົວໜ້າ​ກົມ ພະແນກການ ຫ້ອງການ ແລະ ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ການ​ປະຊຸມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ກັບ​ບັນດາ​ແຂວງ ແລະ ໂຮງຮຽນ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ດັ່ງກ່າວ​ນີ້​ມາ​ແລ້ວ ເຫັນ​ວ່າ​ມີ​ຜົນ​ປະໂຫຍດ​ໃນ​ການ​ສືບຕໍ່ ໂດຍ​ສະເພາະ​ໃນ 3 ແຂວງ​ຄື: ແຂວງ​ຫຼວງ​ພະ​ບາງ (ເມືອງ​ຊຽງ​ເງິນ) ແຂວງ​ບໍ​ລິ​ຄຳ​ໄຊ (ເມືອງ​ທ່າ​ພະ​ບາດ) ແລະ ນະຄອນຫຼວງ​ວຽງ​ຈັນ (ເມືອງ​ສີ​ສັດຕະ​ນາກ) ເຊິ່ງ​ຈະ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ປຶກສາ​ຫາລື​ເຖິງ​ຮູບ​ແບບ​ໃນ​ການຈັດຕັ້ງ​ປະຕິບັດ ການ​ກວດກາ​ຕິດຕາມ​ປະ​ເມີນ​ຜົນ ລວມ​ທັງ​ການ​ໃຫ້ການ​ຊ່ວຍເຫຼືອ​ອົບຮົມ​ຄູ.

ທັງ​ນີ້​ກໍ່​ເພື່ອ​ຊອກ​ຫາ​ຈຸດ​ດີ ຂໍ້ຄົງຄ້າງ ບັນຫາ​ທີ່​ພົບ​ໃນ​ການຈັດຕັ້ງ​ປະຕິບັດ​ຜ່ານ​ມາ ເພື່ອ​ຫາ​ວິທີ​ທາງ​ໃນ​ການ​ປັບປຸງ​ແກ້​ໄຂ ເປັນ​ບົດຮຽນ​ໃນ​ການ​ຂະຫຍາຍ​ໂອກາດ​ຂອງ​ໂຄງການ​ໃຫ້​ກວ້າງຂວາງ​ອອກ​ໄປ ເຮັດ​ໃຫ້ການ​ດຳເນີນ​ໂຄງການ​ມີ​ປະສິດທິພາບ​ດີ​ຂຶ້ນ ສາມາດ​ເຂົ້າ​ເຖິງ​ປັດ​ໄຈ​ທີ່ແທ້​ຈິງ ແກ້​ໄຂ​ບັນຫາ​ທີ່​ເປັນ​ພື້ນຖານ ເພຶ່ອ​ເຮັດ​ໃຫ້​ການຈັດຕັ້ງ​ຜັນ​ຂະຫຍາຍ​ວຽກ​ງານ​ດັ່ງກ່າວ ໄດ້​ຕາມ​ວັດຖຸ​ປະສົງ​ທີ່​ວາງ​ໄວ້ ເປັນ​ການ​ປະກອບສ່ວນ​ໂດຍ​ຕົງ ຕໍ່​ການ​ພັດທະນາ​ການ​ສຶກ​ສາ​ຂັ້ນ​ພື້ນຖານ ພ້ອມ​ກັບ​ການ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່​ປະເທດ ໃນ​ການ​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນ​ໂອກາດ​ອັນ​ໃກ້​ນີ້.

ທີ່ມາ http://www.vientianemai.net/teen/khao/1/11708

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...