Homeຂ່າວພາຍ​ໃນຜົນການແຂ່ງຂັນກີລາໃນງານແລກປ່ຽນ ວັດທະນະທຳພຣະວິເຮຍ (ກຳປູເຈຍ) -ຈຳປາສັກ

ຜົນການແຂ່ງຂັນກີລາໃນງານແລກປ່ຽນ ວັດທະນະທຳພຣະວິເຮຍ (ກຳປູເຈຍ) -ຈຳປາສັກ

Published on

ໃນ​ງານ​ແລກ­ປ່ຽນ​ວັດ​ທະນະ​ທຳ​ມິດ­ຕະ­ພາບ​ທີ່​ບ້ານ​ທ່າ​ເປືອຍ ເມືອງ​ແສບ​ແຂວງ​ພຣະ​ວິ​ເຮຍ​ຣາຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ​ທີ່​ຈັດ​ຂຶ້ນ​ໃນ ວັນ​ທີ 25 ມີ­ນາ​ຜ່ານ​ມາ​ແຂວງ​ຈຳປາ​ສັກ​ໄດ້​ສົ່ງ​ກີ­ລາ​ເຂົ້າ​ຮ່ວມ​ການ ແຂ່ງ­ຂັນ 4 ປະ­ເພດ​ຄື: ບານ­ສົ່ງ, ເປຕັງ, ຊ່ວງ​ເຮືອ ແລະ​ມວຍ

   ໃນ​ກີ­ລາ 4 ປະ­ເພດ​ນັ້ນ​ທີ່​ພໍ່​ແມ່​ປະ ຊາ​ຊົນ​ໃຫ້​ຄວາມ​ສົນ­ໃຈ​ຫຼາຍ​ກໍ​ແມ່ນ ກີ­ລາ​ຊ່ວງ​ເຮືອ​ນອກ​ນີ້​ກີ­ລາ​ທີ່​ໃຫ້ຄວາມ​ນິ­ຍົມ​ບໍ່​ເປັນ​ສອງ​ຮອງ​ໃຜ​ກໍ ແມ່ນ​ປະ­ເພດ​ມວຍ​ເຊິ່ງ​ໃນ​ບໍ­ລິ­ເວນ  ອ້ອມ​ຮອບ​ສະ​ໝາມ​ມວຍ​ແມ່ນ​ມີ​ສະ ຖານ​ທີ່​ກວ້າງ­ຂວາງ​ສາ­ມາດ​ຮອງ ຮັບ​ຜູ້​ເຂົ້າ​ຊົມ​ໄດ້​ຫຼາຍ​ພັນ​ຄົນ, ແຕ່​ພໍ ເລີ່ມ​ເປີດ​ການ​ແຂ່ງ­ຂັນ​ນັກ​ມວຍ​ແຕ່ ລະ​ຝ່າຍ​ໄດ້​ຂຶ້ນ​ເວ­ທີ​ສະ­ຖານ­ທີ່​ດັ່ງ ກ່າວ​ກໍ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ມາ​ເບິ່ງ​ມາ ຊົມ​ຢ່າງ​ຄັບ­ຄາ​ໜາ​ແໜ້ນ​ແຕ່​ລະ​ຝ່າຍ ໄດ້​ສົ່ງ​ນັກ­ກີ­ລາ​ຂອງ​ຕົນ​ເຂົ້າ​ຮ່ວມ  ທັງ​ໝົດ​ມີ 5 ຮຸ່ນ​ຄື: ຮຸ່ນ​ນ້ຳ­ໜັກ 51,53,57,61 ແລະ  66 ກິ​ໂລ .

ສຳ­ລັບ​ການ​ແຂ່ງ­ຂັນ​ໃນ 5  ຮຸ່ນ ນັ້ນ​ມວຍ​ທີ່​ຄົນ​ເບິ່ງ​ຄົນ​ຊົມ​ອ້ອມ​ຮອບ ສະ​ໝາມ​ມວຍ​ໃຫ້​ສຽງ​ເຊຍ​ສະ​ນັ່ນ ຫວັ່ນ­ໄຫວ​ແມ່ນ​ຄູ່​ທຳ​ອິດ​ຮຸ່ນ​ນ້ຳ­ໜັກ  51 ກິ​ໂລ ລະ­ຫວ່າງ  ທ້າວ  ເທືອນ​ກື້ມ ຣຽບ ຢູ່​ມູມ​ແດງ ຈາກ​ກຳ­ປູ­ເຈຍແລະ​ມູມ​ຟ້າ  ທ້າວ ຄຳ​ມີ  ຈາກ​ແຂວງ ຈຳ­ປາ​ສັກ​ຄູ່​ນີ້​ຊົກ​ກັນ​ມັນ​ສຸດ​ຂີດ ຊຶ່ງ ທັງ​ສອງ​ໄດ້​ມີ​ສີ­ໄມ້­ລາຍ­ມື​ພໍໆກັນ ຕ່າງ​ຄົນ​ຕ່າງ​ມີ​ປະ­ສົບ​ການ​ຜ່ານ​ການ ຊົກ​ບົນ​ເວ­ທີ​ມາ​ຫຼາຍ​ຄັ້ງ​ໃນ​ຍົກ​ທີ 1  ຕ່າງ​ຄົນ​ຕ່າງ​ປ່ອຍ​ອາ­ວຸດ​ເດັດ​ໃສ່​ກັນ ແບບ​ບໍ່​ຢັ້ງ​ມື​ມີ​ເຕະ, ເຂົ່າ, ສອກ, ໝັດ, ຖີບ​ຢ່າງ​ແຮງ​ໃສ່​ກັນ​ຊົກ​ກັນ​ແບບ​ບໍ່ ຢ້ານ​ກົວ​ສັກ​ສີ​ຂອງ​ກັນ ແລະ​ກັນ​ແຕ່  ຍົກ 1-4 ຕາມ​ສາຍ­ຕາ​ຂອງ​ຜູ້​ຊົມ ແລະ​ກຳ­ມະ­ການ​ແມ່ນ​ມີ​ຄວາມ​ຫຍຸ້ງ ຍາກ​ໃນ​ການ​ຕັດ­ສິນ​ໃຫ້​ຄະ­ແນນ​ແຕ່ ພໍ​ຍົກ​ທີ 5 ຫຼື ວ່າ​ຍົກ​ສຸດ​ທ້າຍ ທ້າວ ຄຳມີ​ຈາກ​ແຂວງ​ຈຳ­ປາ​ສັກ ໄດ້​ໃຊ້​ໄຫວ ຟີກ ແລະ​ຄວາມ​ສາ­ມາດ​ສ່ວນ​ຕົວ ອອກ​ອາ­ວຸດ​ຍາວ​ດ້ວຍ​ການ​ເຕະ ພ້ອມ​ປ່ອຍ​ໝັດ​ລົບ​ກວນ ແລະ​ຖອຍ ຫຼັງ​ຕັ້ງ​ຮັບ​ເຮັດ​ໃຫ້​ນັກ​ມວຍ​ກຳ­ປູ­ເຈຍ ເຂົ້າ​ຫາ​ບໍ່​ເຖິງ ແລະ​ໃນ​ຍົກ​ນີ້​ເອງ ກ່ອນ​ຈະ​ໝົດ​ຍົກ ຄຳ​ມີ ໄດ້​ເຕະ​ເຂົ້າ ສ້ວງ​ອ່ອນ​ພ້ອມ​ປ່ອຍ​ໝັດ​ເຂົ້າ​ທີ່​ກົກ ຫູ​ຊ້າຍ​ເຮັດ​ໃຫ້​ນັກ​ມວຍ​ກຳ​ປູ ເຈຍ​ລົງ ໄປ​ນອນ​ຢູ່​ພື້ນ​ສົ່ງ​ຜົນ​ໃຫ້​ກຳ­ມະ­ການ ໄດ້​ນັບ 8 ຫຼັງ​ຈາກ​ນັ້ນ​ທັງ​ສອງ​ກໍ່​ສູ້ ກັນ​ຕໍ່​ຈົນ​ໝົດ​ເວ­ລາ​ກຳ­ມະ­ການ​ກາງ ຈາກ​ກຳ­ປູ­ເຈຍ​ໄດ້​ຊູ​ມື ຄຳ​ມີ ຝ່າຍ ລາວ​ເປັນ​ຜູ້​ຊະ­ນະ​ຄະ­ແນນ​ໄປ​ແບບ ເອ­ກະ­ສັນ​ກັບ​ກຳ­ມະ­ການ​ໃຫ້​ຄະ ແນນ​ອີກ​ທັງ 3 ຄົນ, ສ່ວນ​ອີກ 4 ຄູ່ ກໍ​ຊົກ​ກັນ​ຢ່າງ​ດຸ­ເດືອດ​ເຊັ່ນ​ດຽວ​ກັນ ຊຶ່ງ​ຜົນ​ການ​ຊົກ​ຄູ່​ທີ 2,3,4 ແມ່ນ​ຖືກ ນັກ​ມວຍ​ກຳ­ປູ­ເຈຍ​ຊະ­ນະ​ນ໊ອກ ແລະ ຄູ່​ທີ 5 ແມ່ນ​ສະ­ເໝີ​ກັນ.

ນອກ​ນີ້​ຍັງ​ມີ​ລາຍ­ການ​ແຂ່ງ­ຂັນ ເຮືອ​ຊ່ວງ​ມິດ­ຕະ­ພາບ​ນັດ​ພິ­ເສດ​ລະ ຫວ່າງ​ແຂວງ​ຈຳ­ປາ​ສັກ ສປປ ລາວ  ແລະ​ແຂວງ​ພຣະ​ວິ​ເຮຍ​ຣາ​ຊະ​ອາ­ນາ ຈັກ​ກຳ­ປູ­ເຈຍ, ຜົນ​ການ​ແຂ່ງ­ຂັນ​ອັນ ດັບ​ທີ 1 ແຂວງ​ພຣະ​ວິ​ເຮຍ​ຣາ​ຊະ​ອາ ນາ​ຈັກ​ກຳ­ປູ­ເຈຍ, ອັນ​ດັບ​ທີ 2 ແຂວງ ຈຳ­ປາ​ສັກ ສປປ ລາວ.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...