Homeຂ່າວການພັດທະນາເທີນ​ຫີນ​ບູນ​ຍົກ​ລະ­ດັບ​ກັງ​ຫັນ ເພີ່ມ​ກຳ­ລັງການ​ຜະ­ລິດ​ໄຟ ແຕ່​ໃຊ້​ນໍ້າເທົ່າ​ເດີມ

ເທີນ​ຫີນ​ບູນ​ຍົກ​ລະ­ດັບ​ກັງ​ຫັນ ເພີ່ມ​ກຳ­ລັງການ​ຜະ­ລິດ​ໄຟ ແຕ່​ໃຊ້​ນໍ້າເທົ່າ​ເດີມ

Published on

    ບໍ­ລິ­ສັດ​ເທີນ​ຫີນ​ບູນ​ພາວ​ເວີ ຈຳ­ກັດ ໄດ້​ຕິດ​ຕັ້ງກັງ​ຫັນ​ໃໝ່​ໃຫ້​ແກ່​ເຮືອນ​ຈັກ​ເທີນ​ຫີນ​ບູນຢູ່​ແຂວງ​ຄຳມ່ວນຊຶ່ງ​ຈະ​ເຮັດ​ໃຫ້​ບໍ­ລິ­ສັດ​ສາ­ມາດ​ຜະ­ລິດ​ໄຟ­ຟ້າເພີ່ມ​ຂຶ້ນ​ຈາກ​ການ​ນຳ​ໃຊ້​ນ້ຳ​ເທົ່າ​ເດີມ​ກັງ​ຫັນ​ໃໝ່​ນີ້ມີ​ກຳ­ລັງ​ການ​ຜະ­ລິດ 120 ເມ​ກາ​ວັດ ໄດ້​ເລີ່ມ​ດຳເນີນ​ການ​ຜະ­ລິດ​ໄຟ​ໃນ​ວັນ​ທີ 28 ກຸມ­ພາ​ທີ່​ຜ່ານ​ມາ​ນີ້ ແລະ​ການ ທົດ​ສອບ​ຫວ່າງ​ມໍ່ໆ​ນີ້ໄດ້​ສະ­ແດງ​ໃຫ້​ເຫັນວ່າ​ກັງ​ຫັນ​ດັ່ງ­ກ່າວ​ນັ້ນ​ຜະ­ລິດ​ພະ­ລັງ­ງານ​ໄດ້​ປະ­ສິດ­ທິ­ພາບ​ສູງ​ກວ່າ​ຕົວ​ເກົ່າ.

   ທ່ານ ຄອນ​ສະ­ຫວາດ ເມືອງ​ປາກ ຫົວ­ໜ້າ​ຝ່າຍ ການ​ຜະ­ລິດ​ຂອງ THPC ກ່າວ​ວ່າການ​ປ່ຽນ​ຖ່າຍກັງ​ຫັນ​ຄັ້ງ​ນີ້ແມ່ນ​ກັງ​ຫັນ​ທີ່​ມີ​ກຳ­ລັງ​ການ​ຜະ­ລິດ 110 ເມ​ກາ​ວັດ ຊຶ່ງ​ເປັນ​ໜ່ວຍ​ທີ່​ຕິດ​ຕັ້ງ​ໃຫ້​ແກ່ ໂຄງ­ການ​ເທີນ​ຫີນ​ບູນ​ດັ້ງ­ເດີມ​ໃນ​ປີ 1997 ທີ່​ຈະ​ເພີ່ມ​ການ​ຜະ­ລິດ “ນີ້​ແມ່ນການ​ພິ­ຈາ­ລະ­ນາ​ທີ່​ສຳ­ຄັນ​ຂອງ​ຜູ້​ປະກອບ​ການ​ພະ­ລັງ­ງານ​ໄຟ­ຟ້າ​ນ້ຳ­ຕົກ, ໂດຍ​ສະ­ເພາະ​ຢ່າງ​ຍິ່ງ​ແມ່ນ​ໃນ​ໄລ­ຍະ​ເວລາ​ທີ່​ຝົນ­ຕົກ​ບໍ່​ຫຼາຍ​ຄື​ໃນ​ອະ­ດີດ​ຜ່ານ​ມາ”.

ລະ­ດັບ​ຕ່ຳ​ຂອງ​ປະ­ລິ­ມານ​ນ້ຳ​ຝົນ​ໃນ ປີ 2015 ໄດ້​ເປັນ​ອຸ­ປະ­ສັກ​ຕໍ່​ຄວາມ​ສາມາດ​ໃນ​ການ​ທຳ​ງານ​ຂອງ​ເຄື່ອງ​ຈັກ​ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ໃຫ້​ຜະ­ລິດ​ບໍ່​ໄດ້​ເຕັມກຳ­ລັງ ແລະ​ການ​ຍົກ​ລະ­ດັບ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ­ໄໝ​ສາ­ມາດ​ຊ່ວຍ​ບັນ­ເທົາ​ບັນ­ຫາດັ່ງ­ກ່າວ​ໄດ້.

ທ່ານ ຄອນ​ສະ­ຫວາດ ຍັງ​ໄດ້​ກ່າວ ຕື່ມ​ອີ​ກວ່າ “ຢູ່ THPC ພວກ​ເຮົາ​ຕ້ອງການ​ໃຫ້​ກັງ​ຫັນ​ດຳ­ເນີນ​ການ​ຜະ­ລິດ​ໄດ້ຢ່າງ​ມີ​ປະ­ສິດ​ທີ່​ພາບ​ສູງ​ສຸດຫຼາຍ​ກວ່າການ​ຜະ­ລິດ​ເຕັມ​ກຳ­ລັງ​ສູງ​ສຸດ, ພາຍ​ໃຕ້ທາງ​ເລືອກ​ຂອງ​ກັງ​ຫັນ​ໃໝ່​ນີ້​ຈະ​ສາມາດ​ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ໄດ້​ເພີ່ມຂຶ້ນ​ອີກ 10 ເມ​ກາ​ວັດ​ຈາກ​ປະ­ລິ­ມານ​ນ້ຳເທົ່າ​ເດີມ”ການ​ປ່ຽນ​ຖ່າຍ​ກັງ​ຫັນ​ແມ່ນ​ໄດ້​ເລີ່ມຂຶ້ນ​ໃນ​ເດືອນ​ທັນ­ວາ​ປີ​ກາຍ​ນີ້, ທີມ​ງານສ້ອມ­ແປງ​ໃຫຍ່​ປະ­ກອບ​ດ້ວຍ​ພະ­ນັກ­ງານຈາກ THPC ຮ່ວມ​ກັບ​ວິ­ສະ­ວະ­ກອນ​ທີ່ມີ​ຄວາມ​ຊຳ​ໜິ​ຊຳ­ນານຈາກ​ບໍ­ລິ­ສັດ Rainpower ແລະ Alstom ຈາກ​ປະ­ເທດ​ນໍ​ເວ ວຽກ​ການ​ປ່ຽນ​ຖ່າຍໄດ້​ສຳ­ເລັດ​ກ່ອນ​ກຳ­ນົດ​ໝາຍພ້ອມ​ກັບຄວາມ​ປະ​ທັບ​ໃຈ​ຂອງ​ທີມ​ງານ​ຄົນ​ລາວໃນ​ການ​ຮ່ວມ​ງານ​ກັບ​ຄູ່​ຮ່ວມ​ງານ​ຕ່າງປະ­ເທດ.

ທ່ານ Alf Steiner Jensen ຫົວໜ້າ​ພາກ​ສະ­ໜາມຂອງ​ບໍ­ລິ­ສັດ Rainpower ກ່າວ​ວ່າ ທີມ​ງານ​ຂອງ THPC ເຮັດ​ວຽກ​ວ່ອງ­ໄວ, ມີ​ປະ­ສິດ­ທິ­ພາບ ແລະ ປອດ​ໄພ, ເຮັດ​ໃຫ້​ວຽກ​ສຳ­ເລັດ​ທັນ​ເວ­ລາ​ພ້ອມ​ກັບ​ຜົນ­ງານ​ທີ່​ດີ­ເລີດ.

ກັງ​ຫັນ​ໜ່ວຍ​ທີ​ສອງ​ຈະ​ຖືກ​ປ່ຽນ ຖ່າຍ​ໃນ​ທ້າຍ​ປີ​ນີ້, ຈະ​ເຮັດ​ໃຫ້ THPC ເກັບ​ຄືນ​ໄດ້­ຜົນ​ຜະ­ລິດ​ທີ່​ເສຍ​ໄປ​ໃນ​ຊ່ວງລະ­ດູ­ຝົນ​ໃນ​ປີ​ກາຍ​ນີ້ ທ່ານ ສຸ​ລິ​ເດດ ເບົ້າ ມະ­ນີ​ໂຄດ ຮອງ​ຜູ້­ອຳ­ນວຍ­ການ​ໃຫຍ່ຂອງ​ບໍ­ລິ­ສັດ​ໄດ້​ກ່າວ​ວ່າ “ຖ້າ​ຝົນ­ຕົກ​ຫຼາຍໃນ​ປີ​ນີ້ພວກ​ເຮົາ​ຈະ​ສາ­ມາດ​ຜະ­ລິດ​ໄດ້ເຕັມ­ທີ່​ເຖິງ​ແມ່ນ​ວ່າ​ລະ­ດັບ​ນ້ຳ​ຈະ​ຕ່ຳພວກ​ເຮົາ​ກໍ​ສາ­ມາດ​ທີ່​ຈະ​ປະ­ຕິ­ບັດ​ຕາມ​ພັນ­ທະ​ທາງ​ການ​ເງິນ​ຕໍ່​ກັບ​ລັດ­ຖະ­ບານ ແລະ​ຜູ້​ໃຫ້​ກູ້​ຢືມພ້ອມ​ກັນ​ນີ້ພວກ​ເຮົາ​ກໍຍັງ​ສາ­ມາດ​ຊ່ວຍ­ເຫຼືອ​ຊຸມ​ຊົນ​ທ້ອງ­ຖິ່ນ​ນຳ.

“ເຖິງ​ຢ່າງ­ໃດ​ກໍ່​ຕາມໃນ​ການ​ຜະ­ລິດ ເຕັມ​ຮູບ​ແບບ​ນັ້ນພວກ​ເຮົາ​ຈະ​ສາ­ມາດຊຳ­ລະ​ໃຫ້​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຮົາ​ໄດ້ຫຼາຍ​ຂຶ້ນ ແລະ​ປະ­ກອບ­ສ່ວນ​ຫຼາຍ​ຂຶ້ນ​ໃຫ້ແກ່​ການ​ພັດ­ທະ­ນາ​ປະ­ເທດ​ຊາດ; ກັງ​ຫັນໜ່ວຍ​ໃໝ່​ນີ້​ຈະ​ຊ່ວຍ​ເຮັດ​ໃຫ້­ການ​ປະກອບ​ສ່ວນ​ຫຼາຍ​ຂຶ້ນ​ໄດ້​ຕໍ່​ໄປ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...