Homeຂ່າວທ້ອງຖິ່ນປີ 2015 ​ເງິນ​ກີບ​ລາວ​ອອ່ນຄ່າ​ລົງ​ 0,7% ທຽບ​ໃສ່​ໂດ​ລາ​ສະ​ຫາ​ລັດ

ປີ 2015 ​ເງິນ​ກີບ​ລາວ​ອອ່ນຄ່າ​ລົງ​ 0,7% ທຽບ​ໃສ່​ໂດ​ລາ​ສະ​ຫາ​ລັດ

Published on

ໃນ​ພິທີ​ເຜີຍ​ແຜ່​ບົດ​ລາຍ​ງານ​ຄາດ​ຄະ​ເນ​ເສດຖະກິດ​ຂອງທະນາຄານ​ພັດທະນາ​ອາຊີ  ADB ​ເມື່ອ​ມໍ່ໆ​ມາ​ນີ້, ນັກ​ເສດຖະສາດ ADB ​ເປີ​ດ​​ເຜີຍ​ວ່າ: ​ໃນ​ປີ 2015 ຜ່ານ​ມາອັດຕາ​ເງິນຕາ​ທີ່​ສຳຄັນ​​ໃຊ້​ໃນ​ການ​ຄ້າຂາຍ​ຢູ່ ສປປລາວ,​ໂດຍ​ສະ​ເພາະ​ແມ່ນ ​ເງິນ​ກີບ​​ໄດ້​ອອ່ນຄ່າລົງ​​ເມື່ອ​ທຽບ​​ໃສ່​ເງິນ​ໂດ​ລາ​ສະຫະລັດ 0,7%, ​ແຕ່​ວ່າ​ໄດ້​​ແຂງ​ຄ່າ​ຂື້ນ 8,3% ​ທຽບ​ໃສ່​ເງິນ​ບາດ​ໄທ, ສຳລັບ​ອັດຕາ​ເງິນ​ເຟີ້​ລະ​ເລ່ຍ​ໃນ​ປີ 2015 ​ແມ່ນ​ຢູ່​​ໃນ​ລະດັບ 1,3% ຊຶ່ງ​ຖື​ເປັນ​ອັດຕາ​ທີ່​ຕ່ຳທີ່​ສຸດ​ໃນ​ຮອບ 6 ປີຜ່ານມາ ​ແລະ ປັດ​​ໄຈ​ທທີ່​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້​ຂອງ​ປະ​ເທດ​ເຮົາ​ຢູ່​ໃນ​ລະດັບ​ຕ່ຳ​ກໍ​ຍ້ອນ​ລາຄາ​ນ້ຳມັນ ​ແລະ ອາຫານ​ໃນ​ທົ່ວ​ໂລກ​ແມ່ນ​ຕ່ຳລົງ, ບວກ​ກັບ​ການ​ເຕີບ​ໂຕ​ຂອງ​ສິນ​ເຊື້ອ​ກໍ່​ຕ່ຳລົງ ​​ແລະ ການ​ຄຸ້ມ​ຄອງ​ການ​ເບີກ​ຈ່າຍ​ເງິນ​ປະ​ເທດ​ມີ​ຄວາມ​ຮັດກຸມດີ​ຂື້ນ, ຊຶ່ງ​ທັງ​ໝົດ​ລວມ​ແລ້ວ​ແຕ່ເປັນການ​ປະກອບສ່ວນ​ທີ່ດີ ເພື່ອ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້​ຂອງ​ປະ​ເທດ​ເຮົາ​ຕ່ຳລົງ,ຂະນະ​ທີ່​ມັນ​ຍັງ​ສົ່ງ​ຜົນ​ໃຫ້​ດຸນ​ການ​ຄ້າ​ລະຫວ່າງ​ປະ​ເທດ​ຂອງ​ລາ​ວ​ດີ​ຂື້ນ,​ເຖິງ​ວ່າ​ມູນ​ຄ້າ​ການ​ສົ່ງ​ອອກ​ຂອງ​ລາວ​ຈະ​ຫຼຸດ​ລົງ,​ແຕ່​ອັດຕາ​ການ​ນ້ຳ​ເຂົ້ກກໍ​ຫຼຸດ​ລົງ​ເຊັ່ນ​ດຽວ​ກັນ,ຍ້ອນ​ລາຄາ​ນ້ຳມັນ​ຫລຸດລົງ, ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ​ຖ້າ​ຫາກ​ລາຄາ​ນ້ຳມັນ​​ເພີ່ມ​ຂື້ນ​ກໍ​ອາດ​ຈະ​ສົ່ງ​ຜົນ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ​ຂອງ​ລາວ​ເພີ່ມ​ຂື້ນ​ເຊັ່ນກັນ,​ ແຕ່​ກົງ​ກັນ​ຂ້າມການ​ດຸນ​ການ​ຄ້າ​ລະຫວ່າງ​ປະ​ເທດ​ຂອງ​ລາ​ວຍັງ​ຈະ​ສືບ​ຕໍ່​ດີ​ຂື້ນ​ເປັນ​ລຳດັບ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...