Homeຂ່າວຕ່າງປະເທດເຄນ​ຢາ ຍິງ​ສິງ​ທີ່​ຫຼຸດ​ກັດ​ຄົນ ສະທ້ອນ​ບັນຫາ​ການ​ຂະຫຍາຍ​ເມືອງ

ເຄນ​ຢາ ຍິງ​ສິງ​ທີ່​ຫຼຸດ​ກັດ​ຄົນ ສະທ້ອນ​ບັນຫາ​ການ​ຂະຫຍາຍ​ເມືອງ

Published on

​ເອ​ເອຟພີລາ​ຍງາ​ນວັນ​ທີ 30 ມີນາວ່າ ​ເຈົ້າ​ໜ້າ​ທີ່​ສູນ​ສັດ​ປ່າ​ເຄນ​ຢາ ຍິງ​ສິງ​​ເພດ​ຜູ້​ຕາຍ​ຫຼັງ​ສິງ​ຍ່າງ​ອອກ​ຈາກ​ອຸ​ທິຍານ​ແຫ່ງ​ຊາດ​ໄນ​ໂຣບີ ​ແລະ​ກັດ​ຊາຍ​ທີ່​ສັນຈອນ​ໄປມາ​ຄົນໜຶ່ງ​ບາດ​ເຈັບ​ທີ່​ເຂດ​ໄອ​ຊິນ​ຢາ ບໍລິ​ເວນ​ທາງ​ພາກ​ໃຕ້​ຂອງ​ນະຄອນ​ໄນ​ໂຣບີ ​ເມືອງຫຼວງ ກ່ອນ​ເຈົ້າ​ໜ້າ​ທີ່​ຈະ​ນຳຊາຍ​ເຄາະ​ຮ້າຍ​ສົ່ງ​ໂຮງໝໍ ນັບ​ເປັນ​ຄັ້ງ​ທີ 4 ຂອງ​ປີ​ທີ່​​ໂຕ​ສິງ​ຫຼຸດ​ອອກ​ມາ​ຈາກ​ອຸທິຍານ​ແຫ່ງ​ຊາດ​ໄນ​ໂຣບີ ​ແລະ​ເປັນ​ຄັ້ງ​ທີ 2 ທີ່​ມີ​ຜູ້​ບາດ​ເຈັບ.

ທັງ​ນີ້ ອຸທິຍານ​ແຫ່ງ​ຊາດ​ດັ່ງກ່າວ​ຖືກ​ລ້​ອມຮອບ​ດ້ວຍ​ເມືອງ​ທີ່​ກຳລັງ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ​ມີ​ປະຊາກອນ​ຫຼາຍ​ກວ່າ 3 ລ້ານ​ຄົນ ທັງຍັງບໍ່ມີການລ້ອມຮົ້ວໂດຍຮອບເພື່ອໃຫ້ສັດອອກຫາຫຍ້າກິນໄດ້ ບັນດາສິງໃນເຄນຢາກຳລັງປະສົບບັນຫາໜັກ ເພາະຊຸມຊົນເມືອງຮອບໆທີ່ຢູ່ຂອງສັດປ່າຂະຫຍາຍຕົວຫຼາຍຂຶ້ນ ເຮັດໃຫ້ເສັ້ນທາງການເດີນທາງຂອງສິງເຫຼົ່ານີ້ໄດ້ຮັບຜົນກະທົບ.

ນັກ​ອະນຸ​ຮັກ​ຍັງ​ເຜີຍ​ວ່າ​ສິງ​ເຫຼົ່ານີ້​ທີ່​ອາ​ໄສ​ຢູ່​ໃນ​ບໍລິ​ເວນ​ນີ້​ມາ​ກ່ອນ​ທີ່​ມະນຸດ​ຈະ​ມາ​ຕັ້ງ​ຖິ່ນ​ຖານ ຊຶ່ງ​ສິງ​ເຫຼົ່າ​ນັ້ນ​ບໍ່​ສາມາດ​ຍ້າຍ​ບ່ອນຢູ່ ຫຼື ​ອາ​ໄສ​ຢູ່​ໃນ​ເມືອງ​ໄດ້ ມະນຸດ​ຈິ່ງ​ຄວນ​ຍ້າຍ​ອອກ​ໄປ​ຈາກ​ຖິ່ນ​ທີ່ຢູ່​ຂອງ​ສິງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...