Homeຂ່າວພາຍ​ໃນນາໂປລີ ດັບຝັນ ຟິອໍເຣນທິນາ ຄອງແຊັມ ໂຄບປາ ອີຕາລີ ສະໄໝທີ 5

ນາໂປລີ ດັບຝັນ ຟິອໍເຣນທິນາ ຄອງແຊັມ ໂຄບປາ ອີຕາລີ ສະໄໝທີ 5

Published on

B
ນາໂປລີ ແຊັມ ໂຄບປາ ອິຕາລີ ສະໄໝທີ 5.
BB
ແກ໊ງກ໊ອງ ແຊັມ ເຟຣນ ຄັບ ສະໄໝທີ 2

 

ນາໂປລີ ສາມາດເອົາຊະນະ ຟິອໍເຣນຕິນາ ໄປຢ່າງສຸດມັນ 3-1 ຄອງແຊັມເປັນສະໄໝທີ 5 ຂອງສະໂມສອນໄດ້ສຳເລັດ ໃນການແຂ່ງຂັນບານາເຕະຊີງຂັນ ໂຄບປາ ອີຕາລີ ນັດຊີງຊະນະເລີດ ເມື່ອວັນທີ 3 ເມສາທີ່ຜ່ານມາ.ຂະນະທີ່ ແກ໊ງກ໊ອງ ໄດ້ໄປແຂ່ງຂັນບານເຕະ ຢູໂຣປາ ລີກ ຫຼັງໄດ້ແຊັມ ເຟຣນ ຄັບ ສະໄໝທີ 2.

ການແຂ່ງຂັນບານເຕະ ໂຄບປາ ອີຕາລີ ປະຈໍາລະດູການ 2013-2014 ຟິອໍເຣນທິນາ ຕ້ອງຂາດ ຮວນ ກວາດຣາໄດ ທີ່ຕິດໂທດ ແຕ່ຍັງໄດ້ ເນໂຕ, ກອນຊາໂລ ໂຣດຣິເກຊ ແລະ ບໍຊາ ບາເລໂຣ ສ່ວນ ນາໂປລີ ທີມີ ໂຊເຊ ກາເຢຊອນ, ມາເຣັດ ຮຳຊິກ,​ ລໍເຣນໂຊ ອິນຊິນເຢ ແລະ ກອນຊາໂລ ອິກວາອິນ ຫາຍເຈັບກັບມາ.

ກ່ອນເລີ່ມການແຂ່ງຂັນມີບັນຫານອກສະໜາມ ເມື່ອແຟນບານ ນາໂປລີ ຖືກຍິງອາການສາຫັດ ເຮັດໃຫ້ກອງເຊຍຂອງພວກເຂົາຮຽກຮ້ອງໃຫ້ຍົກເລີກໄປກ່ອນ ແຕ່ຫຼັງຈາກໄດ້ພິຈາລະນາເປັນເວລານານທຸກຝ່າຍກໍ່ຕັດສິນໃຫ້ແຂ່ງຂັນຕໍ່ໄປ ເຖິງຈະເລີ່ມຊ້າໄປ 45 ນາທີ.

ຜົນປະກົດວ່າ: ການແຂ່ງຂັນເລີ່ມຕົ້ນພຽງ 11 ຈາກຈັງຫວະສວນກັບໄວທີ່ ຮໍາຊິກ ຜ່ານບານເຂົ້າເຂດໂທດໃຫ້ ອິນຊິນເຢ ປັ່ນດ້ວຍຂວາບານໂຄ້ງເຂົ້າເສົາສອງໄປຢ່າງສວຍງາມຂຶ້ນນຳ 1-0 ແລະ 6 ນາທີຕໍ່ມາກໍ່ໜີຫ່າງເປັນ 2-0 ຫຼັງ ອິກວາອິນ ຫຼຸດເຂົ້າທາງຂວາ ກ່ອນສົ່ງບານເຂົ້າກາງໃຫ້ ອິນຊິນເຢ ຊັດດ້ວຍຊ້າຍບານສະແລັບ ເນນາດ ໂທໂມວິຊ ບານປ່ຽນທາງເຂົ້າໄປ 2-0.

ຢ່າງໃດກໍ່ຕາມ: ຟິອໍເຣນທິນາ ຍັງບໍ່ໝົດຄວາມຫວັງໄລ່ຂຶ້ນມາເປັນ 1-2 ໃນນາທີໆ 28 ອິລິຊິຊ ຈ່າຍບານໃຫ້ ຮວນ ມານູເອລ ວາກັສ ຫຼຸດດ່ຽວເຂົ້າໄປຍິງດ້ວຍຊ້າຍບານເຂົ້າໄປ ຈົບການແຂ່ງຂັນ 45 ນາທີທຳອິດ ນາໂປລີ ຂຶ້ນນຳໄປກ່ອນ 2-1.

ເລີ່ມຕັ້ງທີ 2 ນາທີໆ 79 ຟິອໍເຣນທິນາ ເດີນໜ້າກົດດັນ ນາໂປລີ ຢ່າງຕໍ່ເນື່ອງຈົນເຮັດໃຫ້ທີມດັ່ງກ່າວຕ້ອງເຫຼືອນັກເຕະ 10 ຄົນ ຫຼັງ ໂກຄານ ອິນແລ ໄປເຮັດຟາວ ອິລິຊິຊ ໄດ້ຮັບໃບເຫຼືອງທີ 2 ອອກຈາກສະໜາມທັນທີ ແລະ ຟິອໍເຣນທິນາ ອາໄສຜູ້ຫຼິ້ຫຼາຍກວ່າຫວັງຕີສະເໝີໄດ້ໂອກາດງາມ ອິລິຊິຊ ໄດ້ບານຍິງເຕັມໆບານຫຼຸດເສົາໄປຫວຸດຫວິດ.

ເວລາທີເຫຼືອ ຟິອໍເຣນທິນາ ຍັງບຸກໜັກ ແຕ່ກັບມາຖືກໜີຫ່າງເພີ່ມໃນທົດເວາລາບາດເຈັບ ເມື່ອ ກາເຢຊອນ ຈ່າຍໃຫ້ ເມີເທນ ຍິງສວນ ເນໂຕ ເຂົ້າປະຕູໄປ ຈົບເກມ ນາໂປລີ ເອົາຊະນະ ຟິອໍເຣນທິນາ 3-1 ໄດ້ແຊັມ ໂຄບປາ ອີຕາລີ ສະໄໝທີ 5 ໄດ້ສໍາເລັດ.

ຂະນະທີ່ການແຂ່ງຂັນຊີງຂັນບານເຕະ ເຟຣນ ຄັບ ຂອງຝຣັ່ງ ໃນວັນດຽວກັນນັ້ນ ແກ໊ງກ໊ອງ ງັດຟອມເກັ່ງເອົາຊະນະ ແຣນ ທີມຄູ່ແຂ່ງຮ່ວມລີກເອິງໄປ 2-0 ໄດ້ແຊັມ ເຟຣນ ຄັບ ສະໄໝທີ 2 ໃນການແຂ່ງຂັນຮອບຊີງຊະນະເລີດ ພ້ອມທັງໄດ້ຮັບສິດໄປແຂ່ງຂັນບານເຕະ ຢູໂຣປາ ລີກ ລະດູການໜ້າເປັນໂບນັດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...