Homeຂ່າວຕ່າງປະເທດເຈົ້າໜ້າທີ່ກຳປູເຈຍ ຍຶດເຕົ່າ-ງູເຫລືອມ ໜັກກວ່າເຄິ່ງໂຕນ ກຽມລັກລອບຂາຍຕ່າງປະເທດ!

ເຈົ້າໜ້າທີ່ກຳປູເຈຍ ຍຶດເຕົ່າ-ງູເຫລືອມ ໜັກກວ່າເຄິ່ງໂຕນ ກຽມລັກລອບຂາຍຕ່າງປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ມີນາຜ່ານມານີ້ວ່າ ເຈົ້າໜ້າທີ່ກົມປ່າໄມ້ກຳປູເຈຍ ໄດ້ກວດພົບເຕົ່າເຫລືອງ ຈຳນວນ 102 ໂຕ ແລະ ງູເຫລືອມອີກ 17 ໂຕ ລວມນ້ຳໜັກ 570 ກິໂລ ຈາກຜູ້ລັກລອບຄ້າຂາຍສັດປ່າ ໂດຍສັດປ່າຈຳນວນດັ່ງກ່າວນີ້ ຖືກເຈົ້າໜ້າທີ່ຍຶດໄດ້ຢູ່ແຂວງພຣະຕະບອງ  ໃນຂະນະທີ່ກຳລັງຈະຖືກຂົນສົ່ງ ໄປຍັງນະຄອນຫລວງພະນົມເປັນ ແລະ ມີປາຍທາງສົ່ງອອກໄປຂາຍຢູ່ຫວຽດນາມ.

ແນວໃດກໍຕາມ ເຈົ້າໜ້າທີ່ກຳປູເຈຍ ຈະສົ່ງສັດປ່າທີ່ຍຶດໄວ້ທັງໝົດ ປ່ອຍກັບຄືນສູ່ປ່າ ເນື່ອງຈາກເຕົ່າເຫລືອງ ເປັນສັດທີ່ຖືກຈັດຢູ່ໃນໝວດສ່ຽງຕໍ່ການສູນພັນ ແຕ່ກຳລັງປະເຊີນກັບການລ່າເພື່ອຄ້າຂາຍ ເພາະຖືກນິຍົມນຳໄປເຮັດຢາແຜນບູຮານ.

CAMBODIA-ENVIRONMENT-WILDLIFE CAMBODIA-ENVIRONMENT-WILDLIFE Cambodian police officers hold a python before handing it to members of the NGO WildAid, after it was recovered from smugglers, in Kandal province, outside Phnom Penh

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...