spot_img
Homeຂ່າວເຫດການທະນາຄານ ແຫ່ງ ສປປ ລາວ ສະຫລຸບວຽກງານກວດກາ ປະຈຳປີ 2015

ທະນາຄານ ແຫ່ງ ສປປ ລາວ ສະຫລຸບວຽກງານກວດກາ ປະຈຳປີ 2015

Published on

ຄະນະກວດກາພັກ ທະນາຄານແຫ່ງ ສປປ ລາວ ໄດ້ເປີດກອງປະຊຸມວຽກງານກວດກາ ທະນາຄານແຫ່ງ ສປປ ລາວ ປະຈຳປີ 2015 ຂຶ້ນຢ່າງເປັນທາງການ ໃນວັນທີ 29-30 ມີນານີ້ ທີ່ສະໂມສອນສະຖາບັນທະນາຄານ ໂດຍການເປັນປະທານຂອງ ສະຫາຍ ຄຳວົງ ທິບພະວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ ເຂົ້າຮ່ວມນຳດ້ວຍ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫລຸບ ການເຄື່ອນໄຫວວຽກງານກວດກາ ທະນາຄານແຫ່ງ ສປປ ລາວ ປະຈຳປີ 2015 ແລະ ທິດທາງແຜນການປີ 2016 ທີ່ສະເໜີໂດຍ ສະຫາຍ ໜໍ່ແກ້ວ ມຸນິວົງ ຄະນະພັກ, ຮອງປະທານກວດກາພັກ, ຫົວໜ້າກົມກວດກາພາຍໃນ ທຫລ. ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ພ້ອມກັນຕີລາຄາ ແລະ ປະກອບຄຳຄິດຄຳເຫັນ ຕໍ່ຮ່າງບົດສະຫລຸບດັ່ງກ່າວ ດ້ວຍຄວາມຮັບຜິດຊອບ ເພື່ອແນໃສ່ສົ່ງເສີມດ້ານດີ ກ່ຽວກັບການຊີ້ນຳ-ນຳພາ ຂອງຄະນະກວດກາພັກ ແລະ ຄະນະກວດກາແຕ່ລະຂັ້ນ ຕໍ່ກັບວຽກງານດັ່ງກ່າວ, ພ້ອມຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂ ເປັນຕົ້ນປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຖັນແຖວຂອງສະມາຊິກພັກ-ພະນັກງານ ໃນການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ລະບຽບວິໄນຂອງພັກ, ຂໍ້ກຳນົດ-ກົດໝາຍຂອງລັດ ແລະ ການສວຍໃຊ້ໜ້າທີ່ຄວາມຮັບຜິດຊອບ ເພື່ອຫາຜົນປະໂຫຍດສ່ວນຕົວ ເຊິ່ງໃນປີ 2015 ມີປາກົດການຫຍໍ້ທໍ້ເກີດຂຶ້ນຫລາຍກໍລະນີ. ຕໍ່ກັບບັນຫາດັ່ງກ່າວ, ຄະນະພັກ-ຄະນະນຳຢູ່ແຕ່ລະພາກສ່ວນ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການແກ້ໄຂດ້ວຍມາດຕະການ ແລະ ວິທີການອັນເໝາະສົມດ້ວຍຫລາຍຮູບການ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງ ການເຜີຍແຜ່ເອກະສານຂອງພັກ-ລັດຈຳນວນ 4 ສະບັບ ເຊິ່ງນຳສະເໜີໂດຍ ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ ແລະ ມີເອກະສານຊ້ອນທ້າຍອີກຈຳນວນໜຶ່ງ ເພື່ອໃຫ້ຜູ້ແທນກອງປະຊຸມ ນຳໄປຄົ້ນຄວ້າດ້ວຍຕົນເອງ. ນອກນັ້ນ ຍັງໄດ້ຜ່ານບົດປະກອບຄຳເຫັນ 7 ຫົວຂໍ້ ຂອງບັນດາຮາກຖານພັກ ທີ່ຕິດພັນກັບວຽກງານວິຊາສະເພາະຂອງຕົນເຊັ່ນ: ການຍົກສູງຄຸນນະພາບ ວຽກງານກວດກາພັກ ໃນຂະແໜງການທະນາຄານ, ຜົນສຳເລັດກ່ຽວກັບວຽກງານ ກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ການຄຸ້ມຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ເຫລົ່ານີ້ເປັນຕົ້ນ ແລະ ໃນວາລະກອງປະຊຸມດັ່ງກ່າວ ຍັງໄດ້ຈັດຕັ້ງພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃຫ້ແກ່ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ ຈຳນວນ 29 ໜ່ວຍພັກ ເທົ່າກັບ 64,44% ຂອງຈຳນວນໜ່ວຍພັກທັງໝົດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...