spot_img
Homeຊີວິດແລະຄວາມຮັກບອກຮັກສາວທີ່ທ່ານແອບຮັກແນວໃດ?... ເພື່ອໃຫ້ໄດ້ໃຈນາງມາຄອງ

ບອກຮັກສາວທີ່ທ່ານແອບຮັກແນວໃດ?… ເພື່ອໃຫ້ໄດ້ໃຈນາງມາຄອງ

Published on

ຜູ້ຊາຍ ເຖິງຈະເປັນຄົນມີຄວາມກ້າຫານ, ມີຄວາມໝັ້ນໃຈໃນຕົນເອງຫຼາຍພຽງໃດກໍ່ຕາມ ແຕ່ພໍໃຫ້ເວົ້າຄວາມໃນໃຈກັບແມ່ຍິງທີ່ຕົນເອງແອບຮັກແລ້ວ ເປັນຕ້ອງເວົ້າບໍ່ຖືກ ຫຼື ປາກບໍ່ອອກ ຫຼື ເວົ້າປາກບໍ່ຕົງກັບໃຈສະເໝີ ແຕ່ຖ້າຈະເກັບຫງຽບໄປຕະຫຼອດກໍ່ຢ້ານມີຊາຍຄົນອື່ນມາບອກຮັກຕັດໜ້າຕົນເອງໄປກ່ອນ ເອົາເປັນວ່າ… ຖ້າບໍ່ຮູ້ຈະບອກແນວໃດ ກໍ່ໄປເບິ່ງວິທີທີ່ລາວໂພສຕ໌ນຳມາຝາກກັນເລີຍ.

gisaeng

ບອກຕົງໆຕໍ່ໜ້າເລີຍວ່າທ່ານຮູ້ສຶກແນວໃດ

ການບອກຮັກກັບແມ່ຍິງດ້ວຍວິທີນີ້ ອາດມີຄວາມສ່ຽງສູງ ເພາະທ່ານບໍ່ຮູ້ວ່ານາງຈະຄິດ ຫຼື ຮູ້ສຶກແນວໃດກັບທ່ານ ແຕ່ຖ້າບໍ່ບອກໄປຕົງໆ ກໍ່ຄົງເຮັດໄດ້ພຽງແອບຮັກໄປຕະຫຼອດ ໜຸ່ມໆທີ່ຄິດຈະໃຊ້ວິທີນີ້ ຄວນກຽມຕົວກຽມໃຈໄວ້ລ່ວງໜ້າ ບໍ່ວ່າຜົນຈະອອກມາເປັນແບບໃດ ກໍ່ຕ້ອງຍອມຮັບມັນໃຫ້ໄດ້ ແຕ່ອາດບໍ່ແນ່ວ່າ ນາງອາດຈະຮູ້ສຶກດີໆກັບທ່ານເຊັ່ນກັນ.

a362

ແຊັທໄປສາລະພາບ

ສຳລັບຜູ້ຊາຍທີ່ຂີ້ອາຍສຸດໆ ແບບວ່າເຫັນສາວທີ່ຕົນເອງຍ່າງຜ່ານຊື່ໆກໍ່ຮູ້ສຶກເຂີນອາຍແລ້ວ ວິທີບອກຮັກຜ່ານການແຊັທຈະສາມາດຊ່ວຍທ່ານໄດ້ ເພາະທ່ານສາມາດບອກຄວາມໃນໃຈໄດ້ເຕັມທີ່ ເຊິ່ງບາງເທື່ອນາງອາດຈະບໍ່ຕອບກັບທັນທີ ແຕ່ທ່ານກໍ່ຢ່າຟ້າວໃຈຮ້ອນເບິ່ງໂລກໃນແງ່ຮ້າຍ ເພາະເລື່ອງແບບນີ້ມັນຕ້ອງໃຊ້ເວລາ.

set up แม่สื่อ
ໃຫ້ແມ່ສື່ຊ່ວຍ

ແມ່ສື່ທີ່ທ່ານຄວນໃຊ້ໃຫ້ຊ່ວຍກໍ່ບໍ່ແມ່ນໃຜອື່ນໄກ ແຕ່ເປັນເພື່ອນຫຼືຄົນຮູ້ຈັກກັບຝ່າຍຍິງນັ້ນເອງ ເຊິ່ງການຕີສະໜິດກັບແມມ່ສື່ເພື່ອໃຫ້ພວກເຂົາເວົ້າຊ່ວຍທ່ານ (ໃນແງ່ດີ) ຊ່ວຍນັດໝາຍພວກທ່ານມາພົບກັນ ຢ່າງໜ້ອຍກໍ່ຊ່ວຍສ້າງໂອກາດດີໆ ໄດ້ຫຼາຍກ່ວາການຈີບດ້ວຍຕົນເອງ ແຕ່ຫຼັງຈາກນັ້ນແລ້ວມັນກໍ່ຂຶ້ນກັບວິທີຂອງທ່ານເອງວ່າຈະສານຕໍ່ຄວາມສຳພັນແນວໃດກັບນາງເພື່ອໃຫ້ໄດ້ໃຈນາງມາຄອງ.

a359

ໃຫ້ຂອງຂັວນແທນໃຈ 

ຄວນໃຫ້ຂອງຂັວນນາງໃນວັນສຳຄັນຕ່າງໆ ບໍ່ວ່າຈະເປັນວັນເກີດ ຫຼື ປີໃໝ່, ວາເລັນທາຍ…ເປັນຕົ້ນ ເຊິ່ງຂອງຂັວນທີຈະໃຫ້ນັ້ນຕ້ອງເປັນສິ່ງຂອງທ່ານນາງມັກ ຂຽນຂໍ້ຄວາມ ຄວາມຮູ້ຂອງຕົນເອງໃສ່ໃນຂອງຂັວນນັ້ນສັ້ນໆ ໃສ່ໃນກາດສ໌ໄວ້ ພຽງເທົ່ານີ້ນາງກໍ່ຈະຮັບຮູ້ຄວາມຮູ້ສຶກຂອງທ່ານແລ້ວ

3 (2)ໂທໄປສາລະພາບຮັກເລີຍ

 ວິທີນີ້ເດັດຂາດພໍສົມຄວນ ເໝືອນກັບການບອກຮັກຕໍ່ໜ້າ ເພາະທ່ານຈະໄດ້ຮູ້ສຶກທັນທີເລີຍວ່ານາງຮູ້ສຶກແນວໃດ ເຊິ່ງຜ່ານຈາກນ້ຳສຽງຂອງນາງ ຫາກນາງມີນ້ຳສຽງເຂີນທ ປົນຕື່ນເຕັ້ນແນ່ ສະແດງວ່ານາງມີສິດ ແຕ່ຖ້ານາງຫງຽບໄປ ຫຼື ຕອບສັ້ນໆ ຫຼື ຊວນທ່ານລົມເລື່ອງອື່ນໄປເລີຍ ທ່ານຄວນຖອຍອອກມາກ່ອນດີກ່ວາ ເພາະເບິ່ງແລ້ວນາງຈະບໍ່ໂອເຄ. 

a358

ເວົ້າຢອກເພື່ອເບິ່ງທ່າທີ

ລອງບອກກັບນາງແບບເົ້ວາຫຼິ້ນແກມແທ້ເບິ່ງ ໝັ່ນຢອດມຸກຫວານໆໃສ່ນາງ ແລ້ວທ່ານຄ່ອຍສັງເກດເບິ່ງວ່ານາງຈະມີປະຕິກິລິຍາແນວໃດກັບທ່ານ ຖ້າມີແນວໂນ້ມໄປທາງບວກທ່ານກໍ່ສານສຳພັນຕໍ່ ຫາກວ່ານາງບໍ່ຫຼິ້ນນຳທ່ານຄວນຖອຍອອກມາຕັ້ງຫຼັກກ່ອນດີກ່ວາ.      

1yr11   ໃຊ້ການກະທຳແທນຄຳເວົ້າ

ເຊື່ອວ່າມີໜຸ່ມຫຼາຍຄົນທີ່ບໍ່ກ້າບອກຮັກສາວດ້ວຍຄຳເວົ້າຕົງໆ ແຕ່ໃຊ້ການກະທຳສະແດງໃຫ້ນາງຮູ້ແທນ ໂດຍການເຮັດສິ່ງດີທໃຫ້ນາງເຊັ່ນ: ຄອຍດູແລຫ່ວງໃຍຢູ່ຫ່າງໆ ແລະ ຄອຍໃຫ້ຄວາມຊ່ວຍເຫຼືຕອນທີ່ນາງລຳບາກ ແລ້ວເວລາຜ່ານໄປຝ່າຍຍິງເຂົາຈະຮັບຮູ້ຄວາມຮູ້ສຶກໃນໃຈທີ່ມີໃຫ້ທ່ານເອງ.

asian-man-and-woman-exercising-on-bike

ສົ່ງຍິ້ມໃຫ້ທຸກຄັ້ງທີ່ພົບເຫັນ

ນີ້ອາດເປັນພຶດຕິກຳທີ່ເຮັດໃຫ້ຝ່າຍຍິງຫັນມາສົນໃຈທ່ານໄດ້ງ່າຍທີ່ສຸດ ເພາະນາງຈະສົງໃສວ່າເປັນຫຍັງທຸກຄັ້ງທີ່ພົບກັນທ່ານຕ້ອງຍິ້ມໃສ່ນາງຕະຫຼອດ ບວກກັບສາຍຕາທີ່ສື່ຄວາມໝາຍໃນໆ ວ່າ ທ່ານຮູ້ສຶກດີໆກັບນາງຫຼາຍເປັນພິເສດ.

          ຫາກຕອນນີ້ໃຜທີ່ມີສາວທີ່ມັກຢູ່ໃນໃຈ ລອງຫາວິທີ່ທີ່ເໝາະສົມກັບຕົວທ່ານໄປເຮັດລອງເບິ່ງ ແຕ່ບໍ່ວ່າຜົນຈະອອກມາເປັນແບບໃດກໍ່ຄວນເຜື່ອໃຈໄວ້ແນ່ກໍ່ດີ ຖ້າຫາກນາງໂອເຄ ກໍ່ຖືເປັນໂຊກດີຂອງທ່ານ ແຕ່ຖ້ານາງເຊໂນກໍ່ຖືວ່າເປັນໂຊກຮ້າຍຂອງທ່ານ ກໍ່ຄວນທຳໃຈ ແລະ ກ້າວຍ່າງຕໍ່ໄປ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...