Homeຍ້ອງຍໍຄົນດີເດັ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບໃບຢັ້ງຢືນໃຫ້ 5 ໜ່ວຍພັກ ເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2015.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມອບໃບຢັ້ງຢືນໃຫ້ 5 ໜ່ວຍພັກ ເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2015.

Published on

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໃຫ້ 5 ໜ່ວຍພັກ ດັ່ງກ່າວ ໄດ້ຈັດຂື້ນ ວັນທີ 29 ມີນາ 2016 ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າສຸກັນ ຄະນະປະຈຳພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງ ຮສສ, ມີ ຄະນະພັກ, ຫົວໜ້າກົມຮອງກົມ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.

ບັນດາ 5 ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນຄັ້ງນີ້ ປະກອບດ້ວຍ: ໜ່ວຍພັກຫ້ອງການກະຊວງ, ໜ່ວຍພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມກວດກາ, ໜ່ວຍພັກກົມນະໂຍບາຍຕໍ່ຜູ້ທີມີຜົນງານ ແລະ ໜ່ວຍພັກສູນບໍລິການຈັດຫາງານ ເຊິ່ງໄດ້ຜ່ານການກວດກາ ແລະ ປະເມີນຜົນຂອງ ຄະນະຮັບຜິດຊອບ ໂດຍສັງລວມແລ້ວເຫັນວ່າ ບັນດາແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ໄດ້ເປັນປົກກະຕິເຮັດໃຫ້ມີຄວາມສະຫງົບ, ແນວຄິດອຸ່ນອຽ່ນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ພະນັກງານ-ສະມາຊິກພັກ ໄດ້ເຂົ້າຮ່ວມເຊື່ອມຊືມເອກະສານສຳຄັນຕ່າງໆ ຂອງພັກ-ລັດ ທີ່ອົງຄະນະພັກກະຊວງ ຮສສ ຈັດຂື້ນ, ໃນນັ້ນໜ່ວຍພັກໄດ້ຕັ້ງໜ້າເອົາໃຈໃສ່ຊີ້ນຳໆພາ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສຳເລັດຕາມແຜນການ ແລະ ມີບາງດ້ານປະຕິບັດໄດ້ລື່ນຄາດໝາຍ.

ໃນໂອກາດດັ່ງກ່າວ ສະຫາຍ ບຸນຄົງ ຫຼ້າສຸກັນ ຄະນະປະຈຳພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງ ຮສສ, ໄດ້ຂື້ນມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໃຫ້ແກ່ 5 ໜ່ວຍພັກດັ່ງກ່າວ ພ້ອມທັງໃຫ້ຄຳໂອວາດຕັກເຕືອນ ເຊິ່ງກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນ ການສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ໄດ້ຮຽກຮ້ອງແຕ່ລະໜ່ວຍພັກຈົ່ງຮັກສາມູນເຊື້ອໜ່ວຍພັກເຂັ້ມແຂງ-ຮູ້ນຳພາ ຮອບດ້ານຕະຫລອດໄປ.


ພາບ-ຂ່າວ: ເພັດສະໄໝ.

ແຫລ່ງຂ່າວຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...