Homeຂ່າວຕ່າງປະເທດຜູ້ນຳ​ຝຣັ່ງ ຍົກ​ເລີກ​​ແຜນ​ແກ້​ລັດ​ຖະທຳ​ມະນູນ ຫຼັງ​​ເກີ​ດກໍ່​ການ​ຮ້າຍປາຣີ

ຜູ້ນຳ​ຝຣັ່ງ ຍົກ​ເລີກ​​ແຜນ​ແກ້​ລັດ​ຖະທຳ​ມະນູນ ຫຼັງ​​ເກີ​ດກໍ່​ການ​ຮ້າຍປາຣີ

Published on

ປະທາ​ນາທິບໍດີ​ຟຣອງຊົວ ​ໂອລລອງ​ຂອງ​ຝຣັ່ງ​ເຜີຍ​ວ່າ ຈະ​ບໍ່​ສະໜັບ​ສະ​ໜູນ​ເລື່ອງ​ແກ້​ລັດຖະທຳ​ມະນູນ ຫຼັງ​ເກີດ​ເຫດ​ກໍ່​ກາ​ນຮ້າຍ​ນະຄອນຫຼວງ​ປາຣີ​ແລ້ວ ຫຼັງ​ຈາກ​ສະພາ​​ບໍ່​ສາມາດ​ຕົກລົງກັບ​ວຸດ​ທິສະພາ​ທີ່​ມີຝ່າຍ​ຄ້ານ​ຄອງ​ສຽງ​ສ່ວນ​ຫຼາຍ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງາຍ​ວ່າ: ປະທາ​ນາ​ທິບໍດີ​ຟຣອງຊົວ ​ໂອລລອງ​ຖະ​ແຫຼ​ງທາງ​ໂທລະສັບ​ວ່າ ​​ໄດ້​ສັ່ງ​ຢຸດຕິ​ການ​ອະພິປາຍ​ໃນ​ສະພາ​ເລື່ອງ​ແກ້​ໄຂ​ລັດຖະທຳ​ມະນູນ​ຕາມ​ທີ່​ໄດ້​ສະ​ເໝີ ຫຼັງ​ເກີດ​ເຫດ​ກຸ່ມ​ລັດ​ອິສລາມ (​ໄອ​ເອສ) ກໍ່​ການ​ຮ້າຍ​ຫຼາຍ​ຮອບ​ໃນ​ນະຄອນຫຼວງ​ປາຣີ​ເມື່ອ​ວັນ​ທີ 13 ພະຈິກ​ປີຜ່ານມາ ສັງຫານ​​ຄົນ​ໄປ​ຫຼາຍ​ເຖິງ 130 ຄົນ ​ເນື່ອງ​ຈາກ​ທັງ​ສອງ​ສະພາ​ບໍ່​ສາມາດຕົກລົງ​ກັນ​ໄດ້​ກ່ຽວ​ກັບ​ມາດ​ຕະການ​ອະນຸຍາດ​ໃຫ້​ເພີກ​ຖອນ​ສັນຊາດ​ຝຣັ່ງ​ຂອງ​ຜູ້​ຕ້ອງ​​ໂທດ​ກໍ່​ການ​ຮ້າຍ ຂໍ​ແຈ້ງ​ໃຫ້​ຊາບ​ວ່າ​ຝ່າຍ​ຄ້ານບາງ​ສ່ວນ​ຄັດຄ້ານ​ບໍ່​ໃຫ້​ແກ້​ໄຂ​ລັດຖະທຳ​ມະນູນ​ເລີຍ ຊຶ່ງ​ເປັນ​ທັດສະນະ​ຄະຕິ​ທີ່​ໜ້າ​ເສຍ​ໃຈ​ຢ່າງ​ຍິ່ງ, ​ແນວ​ໃດ​ກໍ່ຕາມ ​ລາວ​ຂໍ​ຮັບປາກ​ວ່າ ​ເຖິງ​ວ່າ​ໄດ້​ຍົກ​ເລີກ​ແຜນການ​ປະຕິ​ຮູບ​ລັດຖະທຳ​ມະນູນ​ໄປ​ແລ້ວ ​ແຕ່​ຈະ​ບໍ່​ບ່ຽງ​ປະ​ເດັນ​ໄປ​ຈາກ​ສິ່ງ​ທີ່​ໄດ້​ຮັບປາກ​ໄວ້​ວ່າ​ຈະ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ.

ຂໍ້​ສະ​ເໝີ​ເພີກ​ຖອນ​ສັນຊາດ​ຝຣັ່ງ​ເຮັດ​​ໃຫ້​ເກີດ​ການ​ຖົກ​ຖຽງ​ໃນ​ລັດຖະສະພາ​ຝຣັ່ງ​ແບບ​ດຸ​ເດືອດ​ມາ​ຫຼາຍ​ເດືອນ ​ແລະ​ມີ​ສຽງ​ວິຈານ​ວ່າ​ເປັນ​ພຽງ​ມາດ​ຕະການ​ດ້ານ​ສັນຍະລັກ​ທີ່​ປັດ​ສະ​ຈາກ​ປະສິດທິພາ​ບ ນອກຈາກ​ມາດ​ຕະການ​ນີ້​ແລ້ວ ຂໍ້​ສະ​ເໝີ​ຂອງ​ປະທານາທິບໍດີ​ໂອລລອງ​ເລື່ອງ​ແຊກ​ລະບຽບການ​ປະກາດ​ສະຖານະ​ການ​ສຸກ​ເສີນ​ໄວ້​ໃນ​ລັດຖະທຳ​ມະນູນ​ກໍ​ເປັນ​ອັນ​ຕົກ​ໄປ​ນຳ.

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...