Homeຂ່າວສັ້ນກຽມພົບກັບ ປະຕິມະກຳຊາຍ ທີ່ສວຍງາມຍິ່ງໃຫຍ່ ໃນມື້ບຸນປີໃໝ່ລາວ

ກຽມພົບກັບ ປະຕິມະກຳຊາຍ ທີ່ສວຍງາມຍິ່ງໃຫຍ່ ໃນມື້ບຸນປີໃໝ່ລາວ

Published on

ຂປລ. ປັດຈຸບັນ ນັກວິຊາການ ພວມຂຸ້ນຂ້ຽວກໍ່ສ້າງງານ ປະຕິມະກຳຊາຍ ທີ່ສວຍງາມ ແລະ ຍິ່ງໃຫຍ່ກວ່າປີຜ່ານມາ ເພື່ອໃຫ້ສຳເລັດກ່ອນ ມື້ບຸນປີໃໝ່ລາວ ຄື ວັນທີ 13-16 ເມສາ ທີ່ຈະເຖິງນີ້ ອັນຈະສາມາດດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເດີນທາງເຂົ້າມາທ່ອງທ່ຽວ ສປປ ລາວ ໃນໄລຍະບຸນປີໃໝ່ລາວ ທັງນີ້ ເພື່ອເປັນການສົ່ງເສີມ ວັດທະນະທຳລາວ ແລະ ການທ່ອງທ່ຽວ ໃຫ້ມີບັນຍາກາດ ເບີກບານມ່ວນຊື່ນ.

ນັກວິຊາການ ທີ່ຮັບຜິດຊອບການກໍ່ສ້າງດັ່ງກ່າວ, ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 29 ມີນາ ນີ້ ວ່າ: ສຳລັບງານ ປະຕິມະກຳຊາຍໃນປີນີ້ ສ່ວນໃຫຍ່ແມ່ນ ຈະສະທ້ອນໃຫ້ເຫັນເຖິງ ວິຖີການດຳລົງຊີວິດ, ວັດທະນະທຳ ແລະ ປະເພນີ ທີ່ເປັນເອກະລັກອັນດີງາມ ຂອງຊາດລາວ ໂດຍສະເພາະ ປະຕິມະກຳຊາຍທີ່ເປັນ ຮູບພະພຸດທະຮູບ, ຮູບຊ້າງ, ປະຕູໄຊ, ຮູບພະທາດຫລວງ ພ້ອມນີ້ ຍັງມີປະຕິມະກຳຊາຍ ທີ່ເປັນຮູບພາບສັນຍາລັກ ຂອງບາງປະເທດອາຊຽນ ເຊັ່ນ: ປະເທດໄທ, ສິງກະໂປ ແລະ ບຣູໄນ.

ສຳລັບງານປະຕິມະກຳຊາຍ ທີ່ສວຍງາມດັ່ງກ່າວ ໃນບຸນປີໃໝ່ລາວປີນີ້ ແມ່ນປະກອບມີ 10 ກວ່າຜົນງານ ເພີ່ມຈາກປີຜ່ານມາ ທີ່ມີພຽງແຕ່ 5-6 ຜົນງານເທົ່ານັ້ນ.

ແຫລ່ງຂ່າວຈາກ: Pathedlao Lao

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...