Homeຂ່າວພາຍ​ໃນແຜ່ນດິນໄຫວ 3.5 ຣິກເຕີ ຢູ່ພາກເໜືອດ້ານຕາເວັນຕົກຂອງລາວ

ແຜ່ນດິນໄຫວ 3.5 ຣິກເຕີ ຢູ່ພາກເໜືອດ້ານຕາເວັນຕົກຂອງລາວ

Published on

ຕອນເຊົ້າມື້ນີ້, ວັນທີ 1 ເມສາ 2016 ເວລາ 4:43 ນາທີ ໄດ້ເກີດເຫດແຜ່ນດິນໄຫວຂຶ້ນໃນບໍລິເວນພາກເໜືອດ້ານຕາເວັນຕົກຂອງລາວ ດ້ວຍຄວາມແຮງ 3.5 ຣິກເຕີ ແລະເລິກລົງໄປພື້ນດິນພຽງແຕ່ 1 ກິໂລແມັດ. ຈຸດໃຈກາງແຜ່ນດິນໄຫວ ຄາດວ່າຢູ່ລະຫວ່າງຊາຍແດນຂອງສາມແຂວງມາຕິດຈອດກັນ (ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ) ໄກຈາກຊາຍແດນປະເທດໄທປະມານ 36 ກິໂລແມັດ.

ເບື້ອງຕົ້ນຍັງບໍ່ມີລາຍງານຄວາມຮູ້ສຶກເຖິງການສັ່ນສະເທືອນ, ຄວາມເສຍຫາຍ ຫຼືຜູ້ຄົນບາດເຈັບແຕ່ຢ່າງໃດ. ຖ້າຫາກມີຂ່າວລະອຽດເພິ່ມເຕີມທີມຂ່າວລາວໂພສຕ໌ຈະນຳສະເໜີຕໍ່ໄປ.

ຂໍ້ມູນຈາກ: ສຳນັກຂ່າວໄທ

12910321_535427323303708_316463958_n political-map-of-Laos ແຜ່ນດຶນໄຫວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...