Homeຂ່າວຕ່າງປະເທດສະໜາມບິນບຣຸກແຊນ ເປີດໃຫ້ບໍລິການບາງສ່ວນມື້ນີ້ ຄາດອີກຫລາຍເດືອນ ສູ່ສະພາວະປົກກະຕິ!

ສະໜາມບິນບຣຸກແຊນ ເປີດໃຫ້ບໍລິການບາງສ່ວນມື້ນີ້ ຄາດອີກຫລາຍເດືອນ ສູ່ສະພາວະປົກກະຕິ!

Published on

ສຳນຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນາຜ່ານມານີ້ວ່າ ທ່ານ ອາໂນນ ຟາຍ ປະທານຝ່າຍບໍລິຫານ ສະໜາມບິນສາກົນບຣຸກແຊນ ໄດ້ອອກມາລະບຸວ່າ ສະໜາມບິນບຣຸກແຊນ ອາດຈະເປີດໃຫ້ບໍລິການບາງສ່ວນ ຢ່າງໄວສຸດພາຍໃນວັນພຸດທີ 30 ມີນານີ້ ແຕ່ເປັນການເປີດໃຫ້ບໍລິການພຽງ 20% ຂອງລະດັບປົກກະຕິເທົ່ານັ້ນ ສ່ວນການໃຫ້ບໍລິການສູ່ສະພາວະປົກກະຕິ ແມ່ນອາດຕ້ອງໃຊ້ເວລາອີກຫລາຍເດືອນ ພາຍຫລັງທີ່ສະໜາມບິນແຫ່ງດັ່ງກ່າວ ຖືກມືລະເບີດຂ້າຕົວຕາຍ 2 ຄົນ ໂຈມຕີ ສ້າງຄວາມເສຍຫາຍ ໃຫ້ແກ່ອາຄານຜູ້ໂດຍສານຂາອອກ ເມື່ອວັນອັງຄານທີ 22 ມີນາຜ່ານມາ ພ້ອມໆກັບເຫດການໂຈມຕີ ສະຖານີລົດໄຟບຣຸກແຊນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດລວມກັນ 35 ຄົນ ຊຶ່ງຖືເປັນເຫດການໂຈມຕີກໍ່ການຮ້າຍ ຄັ້ງຮ້າຍແຮງທີ່ສຸດ ໃນປະຫວັດສາດຂອງປະເທດແບນຊິກ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...