Homeຂ່າວເຫດການລາວ-ສ.ເກົາຫລີ ຮັດແໜ້ນການຮ່ວມມື ລະຫວ່າງສອງປະເທດ

ລາວ-ສ.ເກົາຫລີ ຮັດແໜ້ນການຮ່ວມມື ລະຫວ່າງສອງປະເທດ

Published on

ຂປລ. ວັນ​ທີ 29 ມີນາ ນີ້ ທີ່ກະຊວງ​ການ​ຕ່າງປະ​ເທດ, ທ່ານ ອາລຸນແກ້ວ ກິດຕິຄຸນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນ ຂອງສປປ ລາວ ​ໄດ້ພົບປະກັບ ທ່ານ KimHyoung-zhin, ຮອງລັດຖະມົນຕີ​​ກະຊວງ​ການຕ່າງປະ​ເທດ ຜູ້​ຮັບຜິດຊອບ​ວຽກງານ​ການ​ເມືອງ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສຂອງ ສ ​ເກົາຫລີ ໃນໂອກາດທີ່​ທ່ານ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ​​ແຕ່​ວັນ​ທີ 28-30 ມີນານີ້.

​ໃນ​ການ​ພົບ​ປະຄັ້ງນີ້, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ແລກປ່ຽນຄຳ​ຄິດ​ຄຳ​ເຫັນກ່ຽວກັບ​ການ​ພົວພັນ ແລະ ຮ່ວມ​ມື ລະຫວ່າງ ອາຊຽນ ​ແລະ ສ ​ເກົາຫລີ, ​ ເຊິ່ງສອງ​ຝ່າ​ຍ​ຕ່າງ​ກໍ​​ໄດ້ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ ຕໍ່ໝາກຜົນ​ຂອງ​ການ​ຮ່ວມ​ມື​ ອາຊຽນ-ສ ​ເກົາຫລີ ​ຕະລອດ​ໄລຍະທີ່​​ຜ່ານ​ມາ ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລ​ະ ການ​ໄປມາຫາສູ່​ກັນ ​ລະຫວ່າງ ​ປະຊາຊົນ​. ທ່ານ KimHyoung-zhin ​ໄດ້​ຢໍ້າຄືນ​ຄວາມໝາຍໝັ້ນຂອງ ສ ​ເກົາຫລີ ​ໃນ​ການສືບຕໍ່ໃຫ້ການສະໜັບສະໜູນ​ອາຊຽນ ໂດຍ​ຜ່ານ​ການສະໜັ​ບສະໜູນການຈັດຕັ້ງປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025​, ການຮັດ​ແຄບ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດທະນາ ​ແລະ ການ​ເຊື່ອມ​ຈອດ​​ໃນ​ພາກພື້ນ. ​ ​ພ້ອມກັນນັ້ນ, ສ ເກົາຫລີ ຍັງໄດ້ໃຫ້ການສະໜັບສະໜູນບັນດາບູລິມະສິດ ໃນການ​ເປັນ​ປະທານ​ອາຊຽນຂອງສປປ ລາວ ​ໃນ​ປີ 2016 ແລະ ເຫັນ​ດີ​ເຮັດ​ວຽກຮ່ວມ​ກັນຢ່າງ​ໃກ້ຊິດ ພາຍ​ໃຕ້​ການ​ເປັນ​ປະທານ​ອາຊຽນຂອງສປປ ລາວ ​ເພື່ອ​ຈັດຕັ້ງປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ຜູ້ນຳ ​ແລະ ກິດຈະກຳ​ຮ່ວມ​ຕ່າງໆ​ ໃນ​ແຜນ​ປະຕິ​ບັດ​ງານ ອາຊຽນ-ສ ​ເກົາຫລີ 2016-2020 ​ໃຫ້​​ເກີດ​ດອກ​ອອກ​ຜົ​ນຢ່າງ​ເປັນ​ຮູບ​ປະ​ທຳ. 

ນອກນັ້ນ, ສ ​ເກົາຫລີ ຍັງ​ຈະ​ສືບຕໍ່​ໃຫ້ການສະໜັບສະໜູນ ການ​ສ້າງ​ຂີດ​ຄວາມ​ສາມາດ​ໃນ​ດ້ານ​ຕ່າງໆ​ ໃຫ້​ແກ່​ບັນດາ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງ ​ໂດຍ​ຜ່ານ​ຂອບການ​ຮ່ວມ​ມື​ແມ່ຂອງ-ສ ເກົາຫລີ. ສອງ​ຝ່າຍ​ ຍັງ​ໄດ້​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ກ່ຽວກັບ​ບັນຫາ​ພາກພື້ນ ​ແລະ ສາກົນ​ຕ່າງໆ​ ລວມທັງ​ບັນຫາ​ແຫລມ​ເກົາຫລີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...