Homeຂ່າວຕ່າງປະເທດປະ​ທາ​ນາ​ທິບໍດີ ​​ເກົາຫຼີ​ໃຕ້ ​ຢ້ຽມຢາມ ​ຄອບ​ຄົວ​ຂອງ​ ຜູ້​ໂດຍສານເຮືອຂວ້ຳ (ວີດີໂອ)

ປະ​ທາ​ນາ​ທິບໍດີ ​​ເກົາຫຼີ​ໃຕ້ ​ຢ້ຽມຢາມ ​ຄອບ​ຄົວ​ຂອງ​ ຜູ້​ໂດຍສານເຮືອຂວ້ຳ (ວີດີໂອ)

Published on

ບັນດາຜູ້ຄົນ ຢ່າງຫຼວງຫຼາຍ ລໍຖ້າ ເພື່ອໄວ້ອາໄລ ຕໍ່ຜູ້ເສຍຊີວິດ ທ່າມກາງໂບເຫຼືອງ ທີ່ມີຂໍ້ຄວາມຝາກເຖິງ ຜູ້ທີ່ຍັງຊອກ ບໍ່ເຫັນເທື່ອ.
ບັນດາຜູ້ຄົນ ຢ່າງຫຼວງຫຼາຍ ລໍຖ້າ ເພື່ອໄວ້ອາໄລ ຕໍ່ຜູ້ເສຍຊີວິດ ທ່າມກາງໂບເຫຼືອງ ທີ່ມີຂໍ້ຄວາມຝາກເຖິງ ຜູ້ທີ່ຍັງຊອກ ບໍ່ເຫັນເທື່ອ.

ໃນ​ວັນ​ອາທິດ​ມື້​ນີ້ 5-5-214 ປະ​ທາ​ນາ​ທິບໍດີ ​ເກົາຫຼີ​ໃຕ້ ທ່ານ​ນາງ ParkGeun-hye ໄດ້​ໄປ​ຢ້ຽມຢາມ​ຄອບ​ຄົວ​ ຂອງ​ບັນດາຜູ້​ໂດຍສານ
​ທີ່​ຍັງ​ຫາຍ​ສາບ​ສູນ ຫຼັງຈາກ​ເຮືອກຳ​ປັ່ນ​ຂ້າມຟາກຫຼົ້ມ ໃນເດືອນ​ແລ້ວ​ນີ້. ທ່ານນາງ​ໄດ້ສັນ​ຍາ​ ທີ່ຈະ​ລົງ​ໂທດ ຢ່າງ​ສາຫັດ​ທີ່​ສຸດ
ຕໍ່ພວກ​ທີ່​ຮັບຜິດຊອບ​ກັບ ອຸປະຕິ​ເຫດດັ່ງກ່າວ​.

ຜູ້ນຳ​ເກົາຫຼີ​ໃຕ້ ​ໄດ້ກ່າວ​ຕໍ່​ຄອບຄົວ ​ຂອງ​ຜູ້ໄດ້​ຮັບເຄາະ​ຮ້າຍທີ່ຍັງ​ລໍຖ້າ ​ຢູ່​ທ່າ​ເຮືອ​ເມືອງ Jindo ​ໃກ້​ກັບ​ບ່ອນເຮືອຫຼົ້ມນັ້ນ
ວ່າ “ຫົວ​ໃຈ​ຂອງ ທ່ານ​ນາງ ແຕກ​ສະຫຼາຍ” ​ ເວລາ​ທ່ານ​ນາງ ຄຳນຶງ​ເຖິງ​ຄວາມຮູ້​ສຶກ ຂອງພວກ​ເຂົາ​ເຈົ້າ.

​ໃນມື້ດຽວ​ກັນນີ້ ​ໄດ້​ມີ​ການ​ຢັ້ງຢືນ​ ໂຕ​ເລກຜູ້​ເສຍ​ຊີວິດວ່າ ມີ​ເຖິງ 244 ຄົນ ​ແລະອີກ 58 ຄົນ​ຍັງຊອກ​ຫາ​ບໍ່ເຫັນ ​ໃນ​ຂະນະ​ທີ່ 174 ຄົນລອດ​ຊີວິດມາ​ໄດ້.

​ເຮື​ອກຳ​ປັ່ນຂ້າມ​ຟາກ Sewol ​ນ້ຳໜັກ 6,800 ​ໂຕນ ​ບັນທຸກ ຜູ້​ໂດຍສານທັງ​ໝົດ 476
ຄົນ​ໃນ​ເວລາ​ເກີດ​ເຫດ ຊຶ່ງ​ໃນນັ້ນ 325 ຄົນ​ ແມ່ນ​ນັກ​ສຶກສາ​ໂຮ​ງຮຽນ​ມັດ​ທະຍົມດຽວ​ກັນ
ທີ່ຂີ່​ເຮືອລຳ​ດັ່ງ​ກາວໄປ​ທັດສະນະ​ສຶກສາ ທີ່​ເກາະ​ Jeju ໃນ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້ ​
ແຕ່​ເຮືອ​ປະສົບ​ອຸປະຕິ​ເຫດພິກຂວ້ຳ ​ແລະ​ຈົມ​ລົງ​ ໃນວັນ​ທີ 16 ເດືອນ​ເມສາ.

ອຸປະຕິ​ເຫດດັ່ງກ່າວໄດ້​ສ້າງ​ ຄວາມ​ຕື່ນ​ຕົກ​ໃຈ​ແລະໂກດ​ແຄ້ນ ​ໄປ​ທົ່ວເກົາຫຼີ​ໃຕ້ ຊຶ່ງໄດ້​ມີ​
ການຕິຕຽນ​ແລະ​ກ່າວ​ໂທດຢ່າງກວ້າງຂວາງ ຕໍ່ກັບຕັນ​ແລະ​ບັນ​ດາ​ລູກ​ເຮືອ​ ​ທີ່​ໄດ້ພາກັນ
ຖິ້ມ​ເຮືອ ທີ່​ບັນຈຸ​ນ້ຳໜັກເກີນອັດຕາ​ນັ້ນໄປ ກ່ອນ​ຈະ​ມີ​ການ​ຍົກຍ້າຍ​ຜູ້ໂດຍສານ​ອອກ​
ຈາກ​ເຮືອ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...