spot_img
Homeຄວາມງາມຮ້ອນໆແບບນີ້ມີ 5 ວິທີ່ປ້ອງກັນກິ່ນກາຍ

ຮ້ອນໆແບບນີ້ມີ 5 ວິທີ່ປ້ອງກັນກິ່ນກາຍ

Published on

ຮ້ອນໆແບບນີ້ມີ 5 ວິທີ່ປ້ອງກັນກິ່ນກາຍ
ຮ້ອນໆແບບນີ້ມີ 5 ວິທີ່ປ້ອງກັນກິ່ນກາຍ

 

ຮ້ອນໆແບບນີ້ມີ 5 ວິທີ່ປ້ອງກັນກິ່ນກາຍ
ຮ້ອນໆ ແບບນີ້ເລື່ອງທີ່ໜຸ່ມໆ ສາວໆ ທັ້ງຫຼາຍຮູ້ສຶກກັງວົນກໍ່ຄົງໜີບໍ່ພົ້ນເລື່ອງກິ່ນໂຕ ເພາະຊີວິດປະຈຳວັນຂອງພວກເຮົາກໍ່ຄົງບໍ່ຢຸດຢູ່ຊື່ໆ ເຮົາຕ້ອງເຮັດງານ ເດິນທາງໄປທີ່ຕ່າງໆ ໃນແຕ່ລະມື້ອເຮົາຕ້ອງໝັ່ນໃຈວ່າເຮົາຈະຍົກແຂນ ຫຼືຂະຍັບໂຕໃນທຸກທ່າຈະບໍ່ມີກິ່ນອັນບໍ່ພຶງປະສົງເຮັດໃຫ້ຄົນຮອບຂ້າງລົງກຽດ ຫຼືນິນທາໃດ້ ເຮົາຈຶງມີ 5 ວິທີປ້ອງກັນບໍ່ໃຫ້ມີກິ່ນໂຕໃນໜ້າຮ້ອນແບບນີ້…

1. ການເຮັດໃຫ້ຮ່າງກ່າຍສະອາດ

ເຮົາຕ້ອງທຳຄວາມສະອາດຮ່າງກາຍ ໂດຍອາບນ້ຳຫຸກສະບູ ບໍລິເວນສອກຫຼືບຕ່າງໆ ເຊັ່ນ: ຂາໜີບ ຂີ້ແຮ້ ອາດຈະໃຊ້ສະບູທີ່ມີສານດັບກິ່ນຊ່ວຍກໍ່ໃດ້ ຈາກນັ້ນໃຊ້ໂຄໂລນ ຫຼືນ້ຳຫອມອ່ອນໆ ຊ່ວຍໃນການດັບກິ່ນ ເພາະກ່ອນທີ່ເຮົາຈະໃຊ້ຜະລິດຕະພັນຕ່າງໆ ເຮົາຕ້ອງທຳຄວາມສະອາດຮ່າງກາຍສາກ່ອນ

2. ການເລືອກຜະລຶດຕະພັນທີ່ດັບກິ່ນໂຕ

ຜະລິດຕະພັນໃນຊ່ວງໜ້າຮ້ອນອາດຈະຕ້ອງພິເສດກວ່າໜ້າອື່ນໆ ເພາະອາກາດທີ່ອົບເອ້າຈະເຮັດໃຫ້ເຫື່ອອອກ ໃດ້ງ່າຍເປັນທຳມະດາ ສະບູຫຼືຄີມອາບນ້ຳຕ້ອງເລືອກທີ່ລະງັບກິ່ນໂຕໃດ້ 24-48 ຊົ່ວໂມງ ເພື່ອຄວາມສະອາດຂອງຮ່າງກາຍ ໂຄໂລນຫຼືສະເປດັບກິ່ນໂຕຄວນເລືອກກິ່ນທີ່ເຂົ້າກັບເຮົາ ແລະເມື່ອເຫື່ອອອກຈະບໍ່ເຮັດປະຕິກິລິຍາກັບນ້ຳຫອມ ຈັດເປັນຜະລິດຕະພັນທີ່ນິຍົມໃຊ້ໃນການດັບກິ່ນໂຕ ແຕ່ຫາກຮ່າງກາຍມີເຫື່ອຫຼາຍແລະບໍ່ໃດ້ທຳຄວາມສະອາດໃຫ້ຮຽບຮ້ອຍ ໃສ່ນ້ຳຫອມກໍ່ຈະສົ່ງຜົນໃຫ້ເກິດກິ່ນໃໝ່ທີ່ເໝັນ ບໍ່ມີໃຜຢາກເຂົ້າໃກ້ ສະນັ້ນກໍ່ຄວນເລືອກກິ່ນທີ່ເຂົ້າກັບຮ່າງກາຍແລະອາກາດຮ້ອນ

3. ຜະລິດຕະພັນທີ່ຕ້ານເຊື້ອຈຸລິນຊີ
ເປັນທາງເລືອກໜຶ່ງທີ່ຈະຊ່ວຍ ໃຫ້ກິ່ນໂຕຫອມເໝິດມື້ ຈະເປັນຜະລິດຕະພັນທີ່ໃຊ້ທາບໍລິເວນໃຕ້ວົງແຂນ ຫຼືຂີ້ແຮ້ ແລະສ່ວນອື່ນໆ ຂອງຮ່າງກາຍເພື່ອທຳລາຍແລະປ້ອງກັນການຈະເລີນເຕີບໂຕຂອງເຊື້ອຈຸລິນຊີ ເຊິ່ງເປັນສາເຫດຫຼັກຂອງການເກິດກິ່ນໂຕຮ່ວມຜະລິດຕະພັນດູດຂັບກິ່ນ ອົງປະກອບຫຼັກຂອງຜະລິດຕະພັນຄື ສານສຳຄັນສາມາດດູດຊັບກິ່ນເໝັນ ໄວ້ເພື່ອບໍ່ໃຫ້ເຫີຍອອກສູ່ອາກາດພາຍນອກ ເປັນອີກໜຶງວິທີທີ່ຍອດຮິດຫຼາຍ ວິທີນີ້ຫາຊື້ໃດ້ຕາມຮ້ານຄ້າທົ່ວໄປ

4. ເລື່ອງອາຫານການກິນ

ອາຫານກໍ່ເປັນສ່ວນໜຶງຂອງການເກິດກິ່ນໂຕ ອີ້ຫຍັງຄວນຫຼີກລ່ຽງໃດ້ກໍ່ຄວນເຮັດ ດີກວ່າມີກິ່ນກາຍທີ່ຄົນຂ້າງໆ ເອົາໄປນິນທາ ເຄື່ອງກິນບາງຊະນິດ ເຊັ່ນ: ກະທຽມ ຈະມີກິ່ນປົນຢູ່ກັບກິ່ນເຫື່ອຂອງເຮົາ ຄວນຮັບປະທານຜັກ ໝາກໄມ້ທີ່ມີຜະລັງງານນ້ອຍ ເຊັ່ນ: ໝາກໂມ ໝາກນັດ ໝາກສີດາ ຄວນຫຼີກລ່ຽງໝາກໄມ້ແລະອາຫານທີ່ໃຫ້ພະລັງງານສູງ ເຊັ່ນ: ໝາກມ່ວງສຸກ ໝາກທຸລຽນ ຊີ້ນຕິດນ້ຳມັນ ຂອງຫວານ ອາຫານຕ່າງໆ ຮວມທັ້ງໜ້າຮ້ອນຄວນລ່ຽງສະໜຸນໄພ ເຊັ່ນ: ຂ່າ ຫົວສີໄຄ້ ໃບໝາກກູດ ເພາະມີສານກະຕຸ້ນການລະເຫີຍຂອງກິ່ນໂຕ ຮວມທັ້ງອາຫານເຜັດຮ້ອນເກິນໄປ ແລະທ່ານໝໍຍັງເນະນຳ
ເພີ່ມເຕີດ້ວຍວ່າ ຄວນມີຜ້າເຊັດໜ້າຜືນນ້ອຍໆ ໄວ້ເສັດເຫື່ອເວລາໜຽວໂຕ ຫຼືໃຊ້ແປ້ງຝຸ່ນໂຮຍໂຕເພື່ອລົດບັນຫາທີ່ຈະພາໃຫ້ເກິດກິ່ນໂຕໃດ້

5. ວິທີບຳບັດຕາມທຳມະຊາດ

ຫາກໃຜທີ່ໃຊ້ສານເຄມີຕ່າງໆ ໄປແລ້ວບໍ່ໃດ້ຜົນ ມາໃຊ້ວິທີທຳມະຊາດກັນເບິ່ງ ເພື່ອຈະເຂົ້າກັບເຮົາຫຼາຍກວ່າສານເຄມີທີ່ມີກິ່ນຫອມຫຸນແຮງ ໃຊ້ສານສົ້ມທາທີ່ຂີ້ແຮ້ ຫຼັງອາບນ້ຳທຸກຄັ້ງທາຂະນະທີ່ຂີ້ແຮ້ຍັງປຽກ, ໃຊ້ໃບພູ ຕຳລະອຽດແລ້ວທາຂີ້ແຮ້ຫຼັງອາບນ້ຳ, ໃຊ້ປູນແດງຜະສົມນ້ຳທາຂີ້ແຮ້ຫຼັງອາບນ້ຳ, ເອົານ້ຳທີ່ກັ່ນຈາກຫອມຫໍ້ 2-3 ຢາດ ລົງໃນອ່າງອາບນ້ຳ ເນື່ອງຈາກຫອມຫໍ້ມີຄຸນສົມບັດເປັນຢາດັບກິ່ນຕາມທຳມະຊາດ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...