Homeຂ່າວການພັດທະນາໄຊສົມບູນ ຕ້ອງການທຶນ 3 ພັນຕື້ກວ່າກີບ ເພື່ອພັດທະນາເສດຖະກິດສັງຄົມ

ໄຊສົມບູນ ຕ້ອງການທຶນ 3 ພັນຕື້ກວ່າກີບ ເພື່ອພັດທະນາເສດຖະກິດສັງຄົມ

Published on

ອີງ​ຕາມ​ຂໍ້​ມູນ​ຂອງ​ພະແນກ​ແຜນ­ການແລະ​ການ​ລົງ­ທຶນຂອງ​ແຂວງ​ໃຫ້​ຮູ້​ວ່າ: ເພື່ອ​ຮັບ​ປະ ກັນ​ໃຫ້​ອັດ­ຕາ​ການ​ຂະ­ຫຍາຍ­ຕົວຂອງ GDP ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 11% ຕໍ່​ປີ

ໃນ​ແຜນ​ພັດ­ທະ­ນາ​ເສດ ຖະ​ກິດ​ສັງ­ຄົມ ຄັ້ງ​ທີ VIII (2016-2020) ແຂວງ​ໄຊ​ສົມ­ບູນ ມີ​ຄວາມ ຕ້ອງ­ການ​ທຶນ​ທັງ​ໝົດ 3.183 ຕື້ກີບ ກວມ​ເອົາ 44% ຂອງ GDP.

ພ້ອມ​ກັນ​ນັ້ນ ລວມ​ຍອດ​ຜະ­ລິດ ຕະ​ພັນ​ພາຍ​ໃນ​ໃຫ້​ບັນ­ລຸ 1.447 ຕື້ກີບ ​ໃນ​ປີ 2020, ລາຍ​ໄດ້ (GDP) ຕໍ່​ຫົວ​ຄົນ​ໃຫ້​ບັນ­ລຸ 15 ລ້ານ​ກວ່າກີບ ຫຼື ປະ­ມານ 1.933 ໂດ​ລາສະ­ຫະ­ລັດ, ໃນ​ນັ້ນ ຂະ­ແໜງ​ກະ​ສິ ກຳ-ປ່າ­ໄມ້ ເພີ່ມ​ຂຶ້ນ 11,5% ກວມ​ເອົາ 37,3% ຂອງ GDP, ຂະ­ແໜງ​ອຸດ­ສາ­ຫະ­ກຳ ເພີ່ມ​ຂຶ້ນ 12% ກວມ​ເອົາ 39,9% ຂອງ GDP ແລະ​ຂະ­ແໜງ­ການ​ບໍ­ລິ­ການ ເພີ່ມ​ຂຶ້ນ 12,5%  ກວມ​ເອົາ  22,8%  ຂອງ GDP.

ສຳ­ລັບ​ການ​ລົງ­ທຶນ ແຂວງ​ມີ ຄວາມ​ຕ້ອງ­ການ​ທຶນ​ທັງ​ໝົດ​ໃນ 5 ປີ 3.183 ຕື້​ກີບ ກວມ​ເອົາ 44% ຂອງ GDP ຫຼື​ມີ​ຄວາມ ຕ້ອງ­ການ​ທຶນ​ສະ­ເລ່ຍ 637 ຕື້​ກີບຕໍ່​ປີ, ໃນ​ນັ້ນ ການ​ລົງ­ທຶນ​ຈາກ​ງົບ ປະ­ມານ​ຂອງ​ລັດ​ປະ­ມານ 300 ຕື້ ກີບ ກວມ​ເອົາ 9,42%(ສະ­ເລ່ຍ 60 ຕື້​ກີບ​ຕໍ່​ປີ),  ທຶນ​ຊ່ວຍ​ເຫຼຶອ​ລ້າ ແລະ​ກູ້​ຢືມ 75 ຕື້​ກີບ ຫຼື 9,5 ລ້ານໂດ​ລາ​ສະ­ຫະ­ລັດ ກວມ​ເອົາ 2,35%  (ສະ­ເລ່ຍ 15 ຕື້​ກີບ ຫຼື 1,86 ລ້ານໂດ​ລາ​ສະ­ຫະ­ລັດ​ຕໍ່​ປີ), ທຶນ​ເອ­ກະ ຊົນ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ 2.570 ຕື້​ກວ່າ​ກີບ​ຕໍ່​ປີ ຫຼື 319 ລ້ານ ກວ່າ​ໂດ​ລາ ກວມ​ເອົາ 80,75%   (ສະ­ເລ່ຍ 514 ຕື້​ກວ່າ​ກີບ​ຕໍ່​ປີ ຫຼື 63,8 ລ້ານ​ໂດ​ລາ​ສະ­ຫະ­ລັດ), ສິນ​ເຊື່ອ​ທະ­ນາ­ຄານ 225 ຕື້​ກີບ​ຕໍ່ປີ ກວມ​ເອົາ 7,06% ຂອງ​ທຶນ ທັງ​ໝົດ (ສະ­ເລ່ຍ 45 ຕື້​ກີບ​ຕໍ່​ປີ) ແລະ​ການ​ລົງ­ທຶນ​ຈາກ​ປະ­ຊາ­ຊົນ 12,5 ຕື້​ກີບ​ເທົ່າ​ກັບ 0,39%( ສະ­ເລ່ຍ 2,5 ຕື້​ກີບ).

ນອກ​ນັ້ນ ການ​ເກັບ​ລາຍ​ຮັບ- ຈ່າຍ​ງົບ­ປະ­ມານ​ລາຍ​ຮັບ​ພາຍ​ໃນ ໃຫ້​ເພີ່ມ​ຂຶ້ນ 10% ຕໍ່​ປີ, ໃນ​ໄລ­ຍະ 5 ປີ ແລະ​ຮອດ​ປີ 2020 ໃຫ້​ບັນ ລຸ​ໄດ້​ປະ­ມານ 145 ຕື້​ກີບ ແລະ ການ​ຄຸ້ມ​ຄອງ​ລາຍ​ຈ່າຍ​ງົບ​ປະ ມານ​ໃຫ້​ເພີ່ມ​ຂຶ້ນ​ຢູ່​ໃນ​ລະ­ດັບ 5% ຕໍ່​ປີ ແລະ​ຮອດ​ປີ 2020 ໃຫ້​ຢູ່​ໃນ ລະ­ດັບ 155 ຕື້​ກວ່າ​ກີບ.

 ຂ່າວຈາກ: 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...