HomeຊີວິດແລະຄວາມຮັກWedding-Sex-love10 ເຫດຜົນທີ່ຄວນຮູ້ວ່າເປັນຫຍັງຜູ້ຊາຍມັກມີເພດສຳພັນທຸກມື້

10 ເຫດຜົນທີ່ຄວນຮູ້ວ່າເປັນຫຍັງຜູ້ຊາຍມັກມີເພດສຳພັນທຸກມື້

Published on

ເມື່ອເວົ້າເຖິງເລື່ອງ ສະຫຍິວ ຢ່າງ ເຊັກສ໌ ແລ້ວ ຜູ້ຊາຍຫຼາຍຄົນມັກຄິດຮອດຂໍ້ດີໃນການປົດປ່ອຍອາລົມ ເຊິ່ງບາງຄົນອາດຍັງບໍ່ຮູ້ວ່າ ເຊັກສ໌ ມີຂໍ້ດີຫຼາຍຂໍ້ ທີ່ເປັນປະໂຫຍດໃຫ້ແກ່ສຸຂະພາບ ແລະ ສົ່ງຜົນດີຕໍ່ຊີວິດຄູ່ອີກຕ່າງຫາກ ເຮົາມາເບິ່ງພ້ອມໆກັນວ່າການມີເຊັກສ໌ທຸກໆມື້ຈະມີຜົນດີແນວໃດແດ່???

q743

ເຊັກສ໌ຊ່ວຍລຸດຄວາມຕຶງຄຽດໄດ້
ເນື່ອງຈາກຕ່າງຄົນຕ້ອງພົບບັນຫາກວນໃຈຈາກວຽກງານມາໝົດມື້ ຈົນເຮັດໃຫ້ເກີດຄວາມຄຽດສະສົມ ການມີເຊັກສ໌ຄົງເປັນທາງເລືອກໜຶ່ງທີ່ຊ່ວຍຜ່ອນຄາຍສະໝອງ ເພາະໃນລະຫວ່າງການບັນເລງເພງຮັກນັ້ນ ຮ່າງກາຍຈະລັ່ງສານ ໂດປາມິນ ແລະ ອັອກຊີໂທຊິນ ທີ່ຊ່ວຍກຳຈັດຄວາມຕຶງຄຽດໄດ້ດີທີ່ສຸດອອກມາ.

ສ້າງຄວາມໄວ້ວາງໃຈໃຫ້ແກ່ກັນ 
ເມື່ອຄູ່ຮັກໄດ້ມີການຮ່ວມເພດກັນແລ້ວ ຈະມີຄວາມຮັກ ແລະ ຄວາມຮູ້ສຶກໄວ້ວາງໃຈກັນຫຼາຍຂຶ້ນ ເຊິ່ງຈະເຮັດໃຫ້ຄວາມສຳພັນແໜ້ນແຟ້ນກ່ວາຕອນບໍ່ທັນມີຫຍັງກັນເທື່ອ.       

ເປັນວິທີອອກກຳລັງກາຍທີ່ສຸດຍອດ
ບໍ່ພຽງແຕ່ຊ່ວຍລຸດຄວາມຕຶງຄຽດແລ້ວ ເຊັາສ໌ຍັງຊ່ວຍເຜົາຜານແຄຣລໍລີໄດ້ອີກ ເພາະການຮ່ວມຮັກໃນແຕ່ລະຄັ້ງ ອະໄວຍະວະສ່ວນຕ່າງໆຂອງຮ່າງກາຍທັງສອງຄົນຈະມີການເຄື່ອນໄຫວຕໍ່ເນື່ອງໄປພ້ອມໆກັນ ສົ່ງຜົນໃຫ້ຫົວໃຈສູບສີດເລືອດໄດ້ດີ ແລະ ເລັ່ງການຫາຍໃຈໄວຂຶ້ນ ຫາກທ່ານກັບແຟນມີເຊັກສ໌ເປັນປະຈຳອາທິດລະ 3 ຄັ້ງ ກໍ່ຈະເຜົາຜານພະລັງງານໄດ້ເຖິງ 7,500 ແຄຣລໍລີຕໍ່ປີ.     

ຊ່ວຍສ້າງຄວາມເຂົ້າໃຈໂດຍບໍ່ຕ້ອງໃຊ້ຄຳເວົ້າ
 ຖືເປັນພາສາກາຍຮູບແບບໜຶ່ງທີ່ຊ່ວຍໃຫ້ຄູ່ຮັກໄດ້ເຂົ້າໃຈກັນເລິກເຊິ່ງກ່ວາການລົມກັນແບບປົກກະຕິ ເພາະການຮ່ວມຮັກຈະມີການສຳພັດທາງກາຍໂດຍກົງ ພຶດຕິກຳເຫຼົ່ານີ້ຈະຊ່ວຍໃຫ້ຄົນທັງສອງເຂົ້າໃຈກັນຫຼາຍຂຶ້ນ ທັງເລື່ອງເທິງຕຽງ ແລະ ເລື່ອງອື່ນໆ.    

ເຊັກສ໌ເຮັດໃຫ້ອາລົມດີຂຶ້ນ 
ຫາກທ່ານແລະຄົນຮັກຮູ້ສຶກເບື່ອໜ່າຍກັບເລື່ອງຕ່າງໆ ທີ່ເກີດຂຶ້ນຢູ່ຮອບຕົວ ການມີເຊັກສ໌ຈະເຮັດໃຫ້ທັງສອງອາລົມດີຂຶ້ນທັນທີ ເພາະເປັນການກະຕຸ້ນສະໝອງໃຫ້ປ່ອຍສານອິນໂດຟິນອອກມາ ເຊິ່ງສານດັ່ງກ່າວເປັນສານແຫ່ງຄວາມສຸກນັ້ນເອງ.

ເຮັດໃຫ້ເບິ່ງຄືຍັງໜຸ່ມໄດ້ຢ່າງບໍ່ໜ້າເຊື່ອ 
ດຣ. ເດວິດ ວີດສ໌ ນັກວິໄຈຊາວອັງກິດບອກວ່າ ການມີເຊັກສ໌ກັບຄົນຮັກທີ່ຢູ່ກິນນຳກັນຢ່າງໜ້ອຍ 3 ວັນຕໍ່ອາທິດ ຈະເຮັດໃຫ້ຄົນທັງສອງເບິ່ງອາຍຸອ່ອນກ່ວາໄວ ນອກຈາກນີ້ຍັງບໍ່ອີກວ່າ ຍິ່ງຄູ່ຮັກມີຄວາມເພິ່ງພໍໃຈໃນການມີເຊັກສ໌ຫຼາຍເທົ່າໃດ ກໍ່ຈະຊ່ວຍໃຫ້ມີຄວາມສຸກດ້ວຍກັນຫຼາຍຂຶ້ນເທົ່ານັ້ນ. 

ເຊັກສ໌ຊ່ວຍໃຫ້ມີຊີວິດທີ່ຢືນຍາວ
ມີການວິໄຈຈາກປະເທດສະຫະລັດອາເມລິການຕີພິມລົງວາລະສານ British Medical Journal ເຜີຍວ່າ ຜູ້ຊາຍທີ່ມີເຊັກສ໌ເປັນປະຈຳ ຈະມີອາຍຸທີ່ຍືນຍາວກ່ວາຄົນທີ່ບໍ່ເຄີຍມີເຊັກສ໌ເຖິງສອງເທົ່າ

ເຊັກສ໌ຊ່ວຍກະຕຸ້ນພູມຄຸ້ມກັນຂອງຮ່າງກາຍ
ຜົນສຳຫຼວດທີ່ໜ້າສົນໃຈຈາກ Wilkes University ໃນປະເທດສະຫະລັດອາເມລິການບອກວ່າ ຄົນທີ່ມີເຊັກສ໌ອາທິດລະ 2 ຄັ້ງ ຈະມີສານແອນຕີບໍດີໃນຮ່າງກາຍຫຼາຍກ່ວາຄົນທີ່ບໍ່ມີກິດຈະກຳດັ່ງກ່າວ ໂດຍສານຕົວນີ້ຈະໄປກະຕຸ້ນລະບົບພູມຄຸ້ມກັນໃນຮ່າງກາຍ ຊ່ວຍປ້ອງກັນບໍ່ໃຫ້ເປັນພະຍາດຕ່າງໆໄດ້ງ່າຍ ບໍ່ພຽງເທົ່ານັ້ນ ຄົນທີ່ມີເຊັກສ໌ເລື່ອຍໆ ຈະຊ່ວຍໃຫ້ສຸຂະພາບດີຂຶ້ນອີກດ້ວຍ.       

ມີສຸກຂະພາບດີດ້ວຍເຊັກສ໌
ຜົນການສຶກສາຂອງ Harvard Medical School ລະບຸວ່າການທີ່ຜູ້ຊາຍເຖິງຈຸດສຸດຍອດເປັນປະຈຳ ຈະຊ່ວຍລຸດຄວາມສ່ຽງທີ່ຈະເກີດໂຣກມະເຮັງຕ່ອມອັນທະໄດ້ເຖິງ 22% ຈາກງານວິໄຈຂອງເວັບໄຊ໌ plannedparenthood ຍັງພົບວ່າເຊັກສ໌ຊ່ວຍລຸດການປວດປະຈຳເດືອນຂອງແມ່ຍິງໄດ້ເຊັ່ນດຽວກັນ.

ເຊັກສ໌ຊ່ວຍເສີມຄວາມແຂງແຮງໃຫ້ກ້າມເນື້ອສະໂພກ
ເວັບໄຊ໌ National Health Service ປະເທດອັງກິດບອກວ່າ ປະໂຫຍດຂອງເຊັກສ໌ນອກເໜືອຈາກການບໍລິຫານກ້າມເນື້ອສ່ວນອື່ນໆແລ້ວ ຍັງຊ່ວຍສ້າງຄວາມແຂງແຮງໃຫ້ກ້າມເນື້ອສະໂພກຂອງແມ່ຍິງ ແລະ ຜູ້ຊາຍ ເຊິ່ງສົ່ງຜົນໃຫ້ມີເຊັກສ໌ໄດ້ດີຍິ່ງຂຶ້ນ.

ຂໍ້ມູນຈາກ: ເັວບໄຊ໌ ກູດລັກທູເດ.ຄອມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...