Homeຂ່າວຕ່າງປະເທດແອລນີໂຢ ​ອາດເຮັດໃຫ້ມາເລເຊຍຜະລິດນໍ້າມັນ​ປາມ​ຫຼຸດ​ລົງ 2 ລ້ານໂຕນ

ແອລນີໂຢ ​ອາດເຮັດໃຫ້ມາເລເຊຍຜະລິດນໍ້າມັນ​ປາມ​ຫຼຸດ​ລົງ 2 ລ້ານໂຕນ

Published on

ນັກວິ​ເຄາະ​ອຸດສາ​ຫະກຳ​ນໍ້າມັນ​ປາມຄາດ​ວ່າ ປະກົດ​ການ​ແອລນີໂຢ ຈະ​ເຮັດ​​ໃຫ້​ມາ​ເລ​ເຊຍຊຶ່ງ​ເປັນ​ຜູ້​ຜະລິ​ດ ນ້ຳມັນ​ປາມ​ອັນ​ດັບ​ສອງ​ຂອງ​ໂລກ​ມີ​ຜົນ​ຜະລິດ​ຫຼຸດ​ລົງ​ເຖິງ 2 ລ້ານ​ໂຕນ​ໃນ​ປີ​ນີ້ ​ແລະອາ​ດ​ເຮັດ​ໃຫ້​ລາຄາ​ນ້ຳມັນ​ປາມ​ປັບ​ຕົວເພີ່ມ​ຂຶ້ນ​ອີກ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທ່ານ ​ໂດ​ຮັບ ມິ​ສະ​ທີ ຜູ້​ບໍລິຫານ​ບໍລິສັດ​ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກຂອງ​ອິນ​ເດຍປະຈໍາຢູ່​ສິງກະ​ໂປ​ກ່າວ​ຕໍ່​ກອງ​ປະຊຸມ​ໃນ​ວັນ​ທີ 28 ມີນາ ​ວ່າດ້ວຍ​ນໍ້າມັນ​ແລະພືດ​ນໍ້າມັນ​ສາກົນ​ຄັ້ງ​ທີ 13 ຢູ່​ນະຄອນຫຼວງ​ປັກກິ່ງຂອງ​ສປ ຈີນ​ວ່າ ​ແອລນິໂຢ​ໜ້າຈະ​ເຮັດ​ໃຫ້​ງົບປະມານ​ສິ້ນ​ສຸດ​ເດືອນ​ກັນຍາ​ປີ​ນີ້ ຜົນ​ຜະລິດ​ນໍ້າມັນ​ປາມ​ຂອງ​ມາ​ເລ​ເຊຍ​ຫຼຸດ​ລົງ​ເຖິງ 2 ລ້ານ​ໂຕນ​ຈາກ​ປີ​ງົບປະມານ​ກ່ອນ ຖື​ວ່າ​ຫຼຸດ​ລົງ​ຫຼາຍ​ທີ່​ສຸດ​ໃນ​ຮອບ 7 ປີ ​ແລະ ອາດ​ເຮັດ​ໃຫ້​ດັດຊະ​ນີລາຄາ​ນໍ້າມັນ​ປາມ​ປັບ​ເພີ່ມ​ຂຶ້ນ ຫຼັງ​ຈາກ​ຂຶ້ນ​ໄປ 5% ​ໃນ​ໄລຍະ 2 ອາທິດ​ທີ່​ຜ່ານ​ມາ ສ້າງ​ສະຖິສູງ​ສຸດ​ໃນ​ຮອບ 2 ປີ​ຢູ່​ທີ່​ໂຕນ​ລະ 2.726 ຣິງກິດ​ (ສະກຸນເງິນມາເລເຊຍ) ໃນ​ທ້າຍ​ອາທິດ​ທີ່​ຜ່​ານມາ ​ໂດຍ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເຖິງ​ໂຕ​ນລະ 3 ພັນຣິງກິດ​ໃນ​ໄວໆ​ນີ້, ກ່ອນ​ໜ້າ​ນີ້​ຄາດ​ວ່າ ​ແອລນິໂຢຈະ​ເຮັດ​ໃຫ້​ຜົນ​ຜະລິດ​ນ້ຳມັນ​ປາມ​ຂອງ​ມາ​ເລ​​ເຊຍ​ໃນ​ງົບປະມານ​ນີ້​ຫຼຸດ​ລົງ 1,5 ລ້ານ​ໂຕນ​ ເຫຼືອ 18,4 ລ້ານ​ໂຕນ.

ທາງດ້ານ​ຜົນ​ຜະລິດ​ນ້ຳມັນ​ປາມ​ຂອງ​ອິນ​ໂດ​ເນ​ເຊຍ ຜູ້​ຜະລິດ​ນ້ຳມັນ​ປາມອັນ​ດັບ 1 ຂອງ​ໂລກ ຄາດ​ວ່າ ປີ​ນີ້​ຈະ​ຫຼຸດ​ລົງ 1,2 ລ້ານ​ໂຕນ ຕາມ​ທີ່​ຄາດ​ຄະ​ເນ​ໄວ້​ກ່ອນ​ໜ້າ​ນີ້ ສະ​ເພ​າະ​ເດືອນ​ກຸມພາ​ເດືອນ​ດຽວ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ຈາກ 2,4 ລ້ານ​ໂຕນ​ ໃນ​ເດືອນ​ມັງກອນ​ເຫຼືອ 2,3 ລ້ານ​ໂຕນຕໍ່າ​ສຸດ​ໃນ​ຮອບ 1 ປີ ອັນ​ເປັນ​ຜົນ​ມາ​ຈາກ​ພາວະ​ແຫ້ງ​ແລ້ງ ​ແລະ ​ໄຟ​ປ່າ ດ້ານ​ສະມາຄົມ​ນ້ຳມັນ​ປາມ​ອິນ​ໂດ​ເນ​ເຊຍ​ຄາດ​ວ່າ ຜົນ​ຜະລິດ​ປີ​ນີ້​ຈະ​ເຫຼືອ 32,1 ລ້ານ​ໂຕນ ຫຼຸດ​ລົງ​ເປັນ​ເທື່ອ​ທຳ​ອິດ​ນັບ​ຕັ້ງ​ແຕ່​ປີ 1998.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...