spot_img
Homeຂ່າວເຫດການສູນກາງພັກຯ ຈັດເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຊຸດທຳອິດ

ສູນກາງພັກຯ ຈັດເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຊຸດທຳອິດ

Published on

ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມ ໃຫຍ່ຂອງພັກຢູ່ສູນກາງ ຊຸດທີ 1 ຂຶ້ນແຕ່ວັນທີ 28 ມີນານີ້ ທີ່ຫ້ອງວ່າການສູນກາງພັກ ໂດຍມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ບັນດາ ສະຫາຍກົມການເມືອງສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ, ເລຂາ, ຮອງເລຂາບັນດາກະຊວງ, ແຂວງເຂົ້າຮ່ວມຮັບຟັງນຳ.

ກ່າວໄຂກອງປະຊຸມ, ສະຫາຍ ບຸນຍັງ ວໍລະຈິດ ກ່າວວ່າ: ປະຕິບັດຕາມມະຕິຕົກລົງຂອງ ກົມການເມືອງສູນກາງພັກ, ພວກເຮົາດຳເນີນບັ້ນເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຢູ່ຂັ້ນສູນກາງຊຸດທີ 1 ຊຶ່ງມີຄວາມໝາຍສຳຄັນຍິ່ງ ຕໍ່ການນຳພວກເຮົາ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບ ແລະ ເລິກເຊິ່ງຕໍ່ເນື້ອໃນຈິດໃຈ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ; ບົນພື້ນຖານນັ້ນສ້າງ ການຫັນປ່ຽນທາງດ້ານແນວຄິດ – ຈິນຕະນາການຢ່າງເປັນລະບົບ ແລະ ກ້າວເຂົ້າສູ່ ການເປັນເຈົ້າການຜັນຂະຫຍາຍ ຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ.

ການເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນຄັ້ງນີ້ ເວົ້າຢ່າງໜຶ່ງກໍແມ່ນ ການສືບຕໍ່ບຸກທະລຸທາງດ້ານ ແນວຄິດ-ຈິນຕະນາການ, ເພື່ອກ້າວສູ່ການປ່ຽນແປງການກະທຳຕົວຈິງໃຫ້ດີຂຶ້ນ; ຍົກສູງຫຼັກໝັ້ນການເມືອງ, ສະຕິປັນຍາຂອງຄະນະນຳເຮົາ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການ ຫຍຸ້ງຍາກຕ່າງໆ; ຕ້ານ ແລະ ແກ້ໄຂທັດສະນະຜິດເຂວຕ່າງໆ, ຕີຖອຍລັດທິຄຳພີກົນຈັກ; ຈຳກັດການເສື່ອມຖອຍ ດ້ານແນວຄິດການເມືອງ, ຄຸນສົມບັດສິນທຳປະຕິວັດ ກໍຄືແບບແຜນດຳລົງຊີວິດ, ພ້ອມກັນສ້າງພື້ນຖານ ໃຫ້ແກ່ການຍູ້ແຮງ ການຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າສູ່ຕົວຈິງ, ໃຫ້ກາຍເປັນຂະບວນການອັນກວ້າງຂວາງ ຂອງມະຫາຊົນ ເຮັດໃຫ້ແນວທາງປ່ຽນແປງໃໝ່ຂອງພັກເຮົາ ສືບຕໍ່ດຳເນີນໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ນຳເອົາປະເທດຊາດ ຫຼຸຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2020 ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາແບບຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ. ອັນສຳຄັນ ບັ້ນເຊື່ອມຊຶມເທື່ອນີ້ ເປັນການສະແດງເຖິງຄວາມຕັດສິນໃຈຮ່ວມກັນ ຂອງຄະນະນຳເຮົາແຕ່ເທິງລົງລຸ່ມ ຊຶ່ງກ່ອນອື່ນ ໝົດຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື ແລະ ເອກະພາບກັນກ່ອນ ຫຼັງຈາກ ນັ້ນແມ່ນນຳເອົາໄປຈັດຕັ້ງຜັນຂະຫຍາຍເປັນອັນລະອຽດ ຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ໄດ້ດຳເນີນໄປຢ່າງແທດເຖິງ ແລະ ເປັນຮູບປະທຳ, ເຮັດໃຫ້ການນຳພາ ພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຖືກຕ້ອງຕາມທິດທີ່ໄດ້ກຳນົດຢ່າງໜັກແໜ້ນ.

ການຈັດຕັ້ງບັ້ນເຊື່ອມຊຶມຢູ່ສູນກາງເທື່ອນີ້ ແມ່ນເລັງໃສ່ເປົ້າໝາຍການນຳຍຸດທະສາດ ແລະ ພະນັກງານຂັ້ນສູນກາງ ຄຸ້ມຄອງ ຊຶ່ງຈະດຳເນີນເປັນ 3 ຊຸດ ດັ່ງໄດ້ກ່າວໄປແລ້ວຂ້າງເທິງ ໂດຍຈະສຸມໃສ່ເຊື່ອມຊຶມເອກະສານ 5 ບົດທີ່ຄັດຈ້ອນ ແລະ ອະທິບາຍບັນຫາທີ່ເປັນຕັບບີຂອງລາຍງານການເມືອງ. ສົມທົບກັບການຄົ້ນຄວ້າປະ ກອບຄວາມເຫັນ ທີ່ມີລັກສະນະສຳມະນາ, ເປີດກວ້າງປະຊາທິປະໄຕ ໃນການອອກຄຳຄິດຄຳເຫັນ ເພື່ອພ້ອມກັນຕີ ລາຄາ ແລະ ເຫັນບັນຫາ, ເອກະພາບຕໍ່ບັນຫາ ແລະ ຕັດສິນ ໃຈແກ້ໄຂບັນຫາໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ໂດຍສະເພາະຕໍ່ບັນດາຂໍ້ຄົງຄ້າງເຊັ່ນ: ການສໍ້ລາດບັງຫຼວງ, ບັນຫາໜີ້ສິນ, ບັນຫາຢາເສບຕິດ, ບັນ ຫາຫຍໍ້ທໍ້ໃນກົງຈັກ ແລະ ໃນ ສັງຄົມ ແລະ ອື່ນໆ… ຊຶ່ງສັງຄົມຄອງຄອຍໃຫ້ມີການແກ້ໄຂ ແລະ ມັນກໍເປັນບັນຫາທີ່ກະທົບໂດຍກົງ ເຖິງຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ພັກເຮົາ. ສະນັ້ນ ພວກ ເຮົາຕ້ອງໄດ້ຕັດສິນໃຈເຮັດແທ້ທຳຈິງ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ.

ບັນດາບັນຫາທີ່ຈະນຳມາຄົ້ນຄວ້າ, ເຊື່ອມຊຶມ ລ້ວນແລ້ວແຕ່ເປັນບັນຫາທີ່ສຳຄັນຫຼາຍ ແລະ ມີລັກສະນະຍຸດທະສາດ ທີ່ຕິດພັນໂດຍກົງກັບຄວາມຮັບຜິດຊອບການເມືອງ ຂອງຄະນະນຳແຕ່ລະຂັ້ນ ໃນການສ້າງບາດລ້ຽວໃໝ່ ເພື່ອເຮັດ ໃຫ້ການນຳພາຊີ້ນຳຂອງພັກ ເຮົາໃນ 5 ປີຕໍ່ໜ້າ ມີຜົນສຳເລັດ. ແຕ່ເບິ່ງດ້ານເວລາເຫັນວ່າຍັງຈຳກັດ (ພຽງແຕ່ 5 ວັນເທົ່ານັ້ນ). ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງໄດ້ເອົາໃຈໃສ່ເຊີດຊູຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າ, ຕີລາຄາ, ໄຈ້ແຍກບັນຫາຕ່າງໆ ທີ່ຍົກຂຶ້ນໃນເອກະສານໃຫ້ລະອຽດຈະແຈ້ງ, ເສີມຂະຫຍາຍ ປະຊາທິປະໄຕ ກ້າຫານປະກອບຄຳເຫັນຢ່າງສ້າງສັນ, ກົງໄປກົງມາ ແລະ ເຕັມປ່ຽມໄປດ້ວຍທັດສະນະປະຕິວັດບຸກ, ໃຫ້ທຸກບັນຫາມີຄວາມກະຈ່າງແຈ້ງ, ຖືກຕ້ອງ, ຊັດເຈນ, ເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ ການນຳພາຊີ້ນຳ ຈັດຕັ້ງປະຕິບັດ. ກອງປະຊຸມນີ້ຈະດຳເນີນ ໄປຮອດວັນທີ 1 ເມສາ 2016 ຈຶ່ງຈະອັດລົງ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...