Homeຂ່າວພາຍ​ໃນອາ​ຊຽນ​ຫາ­ລື​ບັນ­ຫາຄົງ​ຄ້າງ​ວຽກ​ການ­ບິນ

ອາ​ຊຽນ​ຫາ­ລື​ບັນ­ຫາຄົງ​ຄ້າງ​ວຽກ​ການ­ບິນ

Published on

ເພື່ອ​ເປັນ​ການ​ປຶກ­ສາ​ຫາ­ລື​ທາງ​ດ້ານ​ບັນ­ຫາ​ທີ່​ຍັງ​ຄົງຄ້າງ ແລະ​ບັນ­ດາ​ເອ­ກະ­ສານ​ຕ່າງໆ​ທີ່​ພົວ­ພັນ​ເຖິງ​ວຽກ​ງານສາຍ​ການ­ບິນ​ໃນ​ກອງ​ປະ­ຊຸມ​ຄັ້ງ​ທີ່​ຜ່ານ​ມາ, ລັດ​ວິ​ສາ​ຫະ​ກິດການ­ບິນ​ລາວ​ຮ່ວມ​ກັບກອງ​ເລ­ຂາ​ອາ​ຊຽນ​ໄດ້​ຈັດ​ກອງ​ປະ­ຊຸມ ASEAN AIRLINES MEETING (28-29 AAM) ຂຶ້ນ​ໃນ​ວັນ​ທີ 28 ມີ­ນາ​ຢູ່​ໂຮງ­ແຮມ​ດອນ​ຈັນ ໂດຍ​ການ​ເປັນປະ­ທານ​ຂອງ​ທ່ານ ແສງ​ປະ­ເສີດ ມະ­ທຸ​ຈັນ ຮອງ​ຜູ້​ອຳ­ນວຍການ​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ, ພ້ອມ​ດ້ວຍບັນ­ດາ​ຕົວ​ແທນ​ຈາກ​ສາຍ​ການ­ບິນ​ຂອງ​ປະ­ເທດ​ອາ​ຊຽນ​ເຂົ້າ​ຮ່ວມ.

ທ່ານ ແສງ​ປະ­ເສີດ ມະ­ທຸ​ຈັນ ກ່າວວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ປຶກ­ສາຫາ­ລື​ບາງ​ບັນ­ຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ກອງປະ­ຊຸມ​ທີ່​ຜ່ານ​ມາ ແລະ​ບາງ​ເອ­ກະ­ສານທີ່​ຍັງ​ຄ້າງ​ຄາ ເປັນ­ຕົ້ນ​ແມ່ນເອ­ກະ­ສານທີ່​ທາງ​ລັດ­ຖະ­ບານ​ຍັງ​ບໍ່​ທັນ​ໄດ້​ເຊັນ​ຮັບ­ຮອງ, ດັ່ງ­ນັ້ນ ໃນ​ກອງ​ປະ­ຊຸມ​ຄັ້ງ​ນີ້ ຈິ່ງໄດ້​ເອົາ​ເຂົ້າ​ມາ​ປຶກ­ສາ​ນຳ​ກັນ​ວ່າ​ໂຕ​ໃດທີ່​ໄດ້​ແລ້ວ ແລະ​ໂຕ​ໃດ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບການ​ແກ້​ໄຂ ຂະ­ນະ​ທີ່​ພາກ​ເຊົ້າ​ນີ້ ກອງ​ເລຂາ​ອາ​ຊຽນ​ກໍ​ໄດ້​ແຈ້ງ​ໃຫ້​ຮູ້ ແລະ​ອະ­ທິບາຍ​ໃຫ້​ຟັງ​ວ່າ ​ໃນຜ່ານ​ມາ​ວຽກ​ທີ່​ຍັງ​ຄ້າງມີ​ຫຍັງ​ແດ່ ຊຶ່ງ​ໃນ​ນັ້ນ​ກໍ​ແມ່ນ​ວຽກ​ການອອກ​ເອ­ກະ­ສານ ເພື່ອ​ຂໍ­ອະ­ນຸ­ຍາດ​ບິນຜ່ານ​ໄປ​ຫາ​ກັນ​ຄວນ​ຈະ​ເຮັດ​ແບບ​ໃດ, ແລະ​ບັນ­ຫາ​ທີ​ສອງ ແມ່ນ​ຈະ​ເວົ້າ​ເຖິງການ​ຖື​ຮຸ້ນ, ການ​ຮັບ​ຮູ້ ໂດຍ​ສະ­ເພາະແມ່ນບັນ­ດາ​ປະ­ເທດ​ອາ​ຊຽນ​ນຳ​ກັນ​ຮັບ​ຮູ້ ຫຼື ບໍ່​ວ່າ​ສາຍ​ການ­ບິນ​ນີ້ ມີ​ນັກ​ລົງ­ທຶນຕ່າງ­ປະ­ເທດ​ເຂົ້າ​ມາ​ຮ່ວມ​ທຶນ ໂດຍ​ມີ​ອັດຕາ​ສ່ວນ​ໃນ​ການ​ຖື​ຮຸ້ນ​ຂອງ​ນັກ​ລົງ­ທຶນ​ທີ່​ຫຼາຍ​ກວ່າ ແລະ​ປະ­ເທດ​ອື່ນ​ເດ​ຮັບ​ຮູ້ ຫຼື ບໍ່.

ດັ່ງ­ນັ້ນ ກອງ​ປະ­ຊຸມ​ໃນ​ມື້­ນີ້​ແມ່ນ​ກອງປະ­ຊຸມ​ໜຶ່ງ​ທີ່​ກະ­ກຽມ​ເອ­ກະ­ສານ ເພື່ອ​ນຳສະ­ເໜີ​ຕໍ່​ກອງ​ປະ­ຊຸມ ATWG (Asean Air Transport Working Group) ທີ່​ຈະ​ຈັດ​ຂຶ້ນ​ໃນ​ມື້­ນີ້ ຊຶ່ງ​ຈະ​ເອົາ​ຂໍ້​ມູນ​ຂອງສາຍ​ການ­ບິນ​ນີ້​ໄປ​ປ້ອນ​ໃຫ້​ກອງ​ປະ­ຊຸມດັ່ງ­ກ່າວ ເພື່ອ​ຈະ​ໃຫ້​ກອງ​ປະ­ຊຸມ​ລະ­ດັບສູງ​ຮັບ​ຮູ້​ເຖິງ​ບັນ­ຫາ​ຕ່າງໆ​ທີ່​ຍັງ​ຄ້າງ​ຢູ່ສາຍ​ການ­ບິນ​ວ່າ​ມີ​ຫຍັງ​ແດ່.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...