Homeຂ່າວທ້ອງຖິ່ນການແຂ່ງຂັນເວົ້າພາສາຍີ່ປຸ່ນຄັ້ງທີ 13 ຈັດຂຶ້ນຢ່າງຄຶກຄື້ນ

ການແຂ່ງຂັນເວົ້າພາສາຍີ່ປຸ່ນຄັ້ງທີ 13 ຈັດຂຶ້ນຢ່າງຄຶກຄື້ນ

Published on

ການແຂ່ງຂັນຄວາມສາມາດເວົ້າພາສາຍີ່ປຸ່ນຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2016 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນນະຄອນ ຫລວງວຽງຈັນ ໂດຍສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ບັນດາສະຖາບັນສອນພາສາຍີ່ປຸ່ນຕ່າງໆ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຈັດຂຶ້ນ ເພື່ອແນໃສ່ສົ່ງເສີມຄວາມອາດສາມາດດ້ານພາສາຍີ່ປຸ່ນຂອງນັກຮຽນ-ນັກສຶກສາລາວເຂັ້ມແຂງດີຂຶ້ນ.

ງານແຂ່ງຂັນເວົ້າພາສາຍີ່ປຸ່ນແມ່ນຖືກຈັດຂຶ້ນໃນທຸກໆປີນັບຕັ້ງແຕ່ປີ 2004 ເປັນຕົ້ນມາ ເພື່ອເປັນການສົ່ງເສີມການຮຽນພາສາຍີ່ປຸ່ນໃນ ສປປ ລາວ ແລະ ທັງເປັນການສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ. ສຳລັບງານໃນປີນີ້ ມີໄວຫນຸ່ມເຂົ້າສະໝັກແຂ່ງຂັນທັງໝົດ 72 ຄົນ ທີ່ມາຈາກຫລາຍພາກສ່ວນຂອງລາວເຊັ່ນ ຫລວງພະບາງ, ບໍລິຄຳ

ໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫລວງວຽງຈັນ. ພວກເຂົາໄດ້ສະແດງຄວາມສາມາດດ້ານພາສາຍີ່ປຸ່ນໂດຍການເລົ່າບົດທ່ອງເປັນພາສາຍີ່ປຸ່ນ ແລະ ການຂຶ້ນໄປກ່າວບົດຄວາມຕ່າງໆທີ່ໄດ້ກະກຽມມາແລ້ວ. ສຳລັບຜູ້ທີ່ຊະນະເລີດ ແມ່ນຈະໄດ້ມີໂອກາດເດີນທາງໄປທ່ຽວປະເທດຍີ່ປຸ່ນ.  ຕະຫລອດໄລຍະການແຂ່ງຂັນໄດ້ມີການຮ້ອງເພງ, ການເຕັ້ນ ແລະ ການສະແດງລະຄອນສັ້ນ ເຊິ່ງແມ່ນການປະກອບສ່ວນຈາກບັນດານັກຮຽນ, ນັກສຶກສາ ແລະ ຜູ້ໃຫ້ການສະຫນັບ ສະຫນູນ.

ເປັນກຽດເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ມີທ່ານ ປອນເມກ ດາລາລອຍ ປະທານສະມາຄົມມິດຕະ ພາບລາວ-ຍີ່ປຸ່ນ, ທ່ານປະທານຄະນະລັດຖະສະພາມິດຕະພາບ ລາວ-ຍີ່ປຸ່ນ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ. ນອກຈາກນັ້ນ ກໍມີພະນັກງານຄູ-ອາຈານ, ນັກສຶກສາເຂົ້າມາຮ່ວມຊົມເປັນຈຳນວນຫລາຍ

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...