Homeມຸມຂ່າວ AECຕະຫຼາດຫຼັກຊັບລາວ “ ເປີດໂອກາດສູ່ຄວາມຮັ່ງມີຍຸກ AEC ”

ຕະຫຼາດຫຼັກຊັບລາວ “ ເປີດໂອກາດສູ່ຄວາມຮັ່ງມີຍຸກ AEC ”

Published on

ຕະຫາດຫຼັກຊັບລາວ ໄດ້ຈັດງານ “ເປີດໂລກແຫ່ງການລົງທຶນ-ເປີດໂອກາດສູ່ຄວາມຮັ່ງມີໃນຍຸກ AEC 2016” ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ອາຄົມ ປຣະເສີດ ຄະນະພັກ-ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ. ນອກນີ້ ຍັງມີຜູ້ຕາງໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

ງານດັ່ງກ່າວໄດ້ຈັດຂຶ້ນເປັນປີທີສີ່, ແຕ່ພິເສດໃນປີນີ້ ສປປ ລາວ ໄດ້ເຂົ້າສູ່ AEC ເພື່ອເພີ່ມຄວາມຮູ້ດ້ານຕະຫຼາດທຶນພາຍໃຕ້ຫົວຂໍ້: “ໂອກາດໃນການລົງທຶນໃນຫຼັກຊັບ-ຮຽນຮູ້ຈາກຜູ້ສໍາເລັດ” ຈາກວິທະຍາກອນທີ່ມີປະສົບການດ້ານຕະຫຼາດທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມພ້ອມສູ່ຄວາມຮັ່ງມີໃຫ້ຕົນເອງໃນຍຸກ AEC.

ທ່ານ ວັນຄໍາ ວໍຣະວົງ ຜູ້ບໍລິຫານລະດັບສູງຂອງຕະຫຼາດຫຼັກຊັບລາວ ໄດ້ອອກມາກ່າວສະແດງຄວາມ  ຍິນດີຕໍ່ຕະຫຼາດຫຼັກຊັບລາວໄດ້ກາຍເປັນທາງເລືອກໜຶ່ງຂອງບັນດາຫົວໜ່ວຍທຸລະກິດຕ່າງໆໃນການລະດົມທຶນສໍາລັບການຂະຫຍາຍທຸລະກິດ, ເພີ່ມສະພາບຄ່ອງ ແລະ ສະໜອງການບໍລິການທີ່ມີຄວາມໂປ່ງໃສ, ຍຸຕິທໍາ ແລະ ມີຄວາມທັນສະໄໝ ເຮັດໃຫ້ຕະຫຼາດຫຼັກຊັບລາວກາຍເປັນຕະຫຼາດທີ່ມີປະສິດທິພາບໃນການແຂ່ງຂັນ ຮອງຮັບການເຊື່ອມໂຍງກັບບັນດາຕະຫຼາດຫຼັກຊັບຕ່າງໆຢູ່ພາກພື້ນອາຊຽນໃນອະນາຄົດອັນໃກ້ນີ້.

ຜູ້ບໍລິຫານລະດັບສູງຂອງຕະຫຼາດຫຼັກຊັບລາວ ເປີດເຜີຍວ່າ: ປັດຈຸບັນ ສປປ ລາວ ກໍາລັງສຸມໃສ່ກະກຽມກອງປະຊຸມສໍາຄັນຕ່າງໆຂອງອາຊຽນໃນຍຸກ AEC, ຕະຫຼາດຫຼັກຊັບລາວ ຈຶ່ງເບິ່ງເຫັນຄວາມສໍາຄັນໃນການຊຸກຍູ້ສົ່ງເສີມຕະຫຼາດທຶນເປັນການເພີ່ມທາງເລືອກໃຫ້ກັບປະຊາຊົນລາວໄດ້ມີການລົງທຶນໃນຮຸ້ນ ເພື່ອເສີມສ້າງທັກສະ, ຈັງຫວະ ແລະ ຄວາມຮອບຄອບໃນການລົງທຶນ ເພື່ອຄວາມອຸດົມຮັ່ງມີ ແລະ ສາມາດນໍາໃຊ້ເງິນທຶນຢ່າງມີປະສິດທິຜົນ.

ທ່ານຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ໃຫ້ການຮ່ວມມືກັບຕະຫຼາດຫຼັກຊັບລາວໃນການເຜີຍແຜ່ຄວາມຮູ້ ແລະ ເສີມສ້າງຄວາມເຂົ້າໃຈອັນຖືກຕ້ອງໃນວຽກງານຫຼັກຊັບໃຫ້ແກ່ມວນຊົນ ພ້ອມທັງໃຫ້ການຮ່ວມມືໃນວຽກງານອື່ນໆໃນຄັ້ງຕໍ່ໄປ ເພື່ອພ້ອມກັນພັດທະນາຕະຫຼາດທຶນລາວໃຫ້ມີຄວາມກ້າວໜ້າ ແລະ ທຽບເທົ່າກັບສາກົນ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...