Homeຂ່າວຕ່າງປະເທດທະນາຄານກຳປູ​ເຈຍ​ສັ່ງ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ

ທະນາຄານກຳປູ​ເຈຍ​ສັ່ງ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ

Published on

ທະນາຄານ​ກາງ​ກຳປູ​ເຈຍ​ສັ່ງ​ທະນາຄານ ​ແລະສະ​ຖາ​ບັນ​ການ​ເງິນ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ​ພາຍ​ໃນ​ເດືອນ​ມີນາ​ປີ 2018.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທະນາຄານ​ການ​ຄ້າ​ທີ່​ຈົດ​ທະບຽນຢູ່ກຳ​ປູ​ເຈຍ​ເປັນ​ບໍລິສັດ​ໃນ​ປະ​ເທດ ​ຫຼື​ ບໍລິສັດ​ໃນ​ເຄືອຂ່າຍຂອງ​ບໍລິສັດ​ຕ່າງປະ​ເທດ​ຈະ​ຕ້ອງ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ​ຈາກ 37,5 ລ້ານ​ໂດ​ລາ ໃນ​ປະຈຸ​ບັນ​ເປັນ 75 ລ້ານ​ໂດ​ລາ ສ່ວນທະນາຄານ​ການ​ຄ້າ​ທີ່​ຈົດ​ທະບຽນ​ເປັນສາ​ຂາ​ຕ່າງປະ​ເທດ​ຂອງ​ທະນາຄານ​ທີ່​ໄດ້​ຮັບ​ການຈັດ​ອັນ​ດັບ​ວ່າ ສາມາດ​ລົງທຶນ​ໄດ້​ຈະ​ຕ້ອງ​ເພີ່ມທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ​ຈາກ 12,5 ລ້ານ​ໂດ​ລາ ​ເປັນ 50 ລ້ານ​ໂດ​ລາ.

ຂະນະ​ທີ່​ທະນາຄານ​ສະ​ເພາະ​ດ້ານ​ຈະ​ຕ້ອງ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ​ຈາກ 7,5 ລ້ານ​ໂດ​ລາ​ ເປັນ 15 ລ້ານ​ໂດ​ລາ ສະ​ຖາ​ບັນ​ການ​ເງິນ​ຂະໜາດ​ນ້ອຍ​ທີ່​ຮັບ​ຝາກ​ເງິນ​ຈະ​ຕ້ອງ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ​ຈາກ 2,5 ລ້ານ​ໂດ​ລາ ​ແລະ ສະ​ຖາ​ບັນ​ການ​ເງິນ​ຂະໜາດ​ນ້ອຍ​ທີ່​ບໍ່​ຮັບ​ຝາກ​ເງິນ​ຈະ​ຕ້ອງ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ​ຈາກ 62,5 ພັນ​ໂດ​ລາ​ເປັນ 1,5 ລ້ານ​ໂດ​ລາ.

ທະນາຄານ​ກາງ​ກຳປູ​ເຈຍ​ລະບຸ​ວ່າ ຈຸດປະສົງ​ຂອງ​ການ​ສັ່ງ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ​ຄື​ເຮັດ​ໃຫ້​ສະ​ຖາ​ບັນ​ທະນາຄານ ​ແລະການ​ເງິນ​ມີ​ທຶນ​ເຂັ້ມແຂງ​ຂຶ້ນ ​ໂດຍ​ໃຫ້​ເວລາ​ປະຕິບັດ​ຄຳ​ສັ່ງ​ພາຍ​ໃນ 2 ປີ ຄັ້ງ​ນີ້ ​ເປັນ​ຄັ້ງ​ທີ່ 3 ນັບ​ຕັ້ງ​ແຕ່​ປີ 1999 ທີ່​ທະນາຄານ​ກາງ​ກຳປູ​ເຈຍ​ສັ່ງ​ເພີ່ມ​ທຶນ​ຈົດ​ທະບຽນ​ຂັ້ນ​ຕໍ່າ ປະຈຸ​ບັນ​ກຳປູ​ເຈຍ​ມີ​ທະນຄານ​ການ​ຄ້າ 36 ​ແຫ່ງ, ທະນາຄານ​ສະ​ເພາະ​ດ້ານ 11 ​ແຫ່ງ, ສະ​ຖາ​ບັນ​ກາ​ນ​ເງິນ​ຂະໜາດ​ນ້ອຍ 58 ​ແຫ່ງ ​ໃນ​ຈຳນວນ​ນີ້​ ຮັບ​ຝາກ​ເງິນ 7 ​ແຫ່ງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...