Homeຂ່າວການສຶກສາການແຂ່ງຂັນ ເວົ້າພາສາຍີ່ປຸ່ນ ຄັ້ງທີ 13 ມີຜູ້ເຂົ້າແຂ່ງຂັນ 70 ກວ່າຄົນ!

ການແຂ່ງຂັນ ເວົ້າພາສາຍີ່ປຸ່ນ ຄັ້ງທີ 13 ມີຜູ້ເຂົ້າແຂ່ງຂັນ 70 ກວ່າຄົນ!

Published on

ຂປລ. ສະຖານ​ເອກ​ອັກຄະຣາຊະ​ທູ​ດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມ​ກັບ ​ກະຊວງສຶກສາ​ທິການ ​ແລະ ກິລາ ​ໄດ້​ຈັດການ​ແຂ່ງຂັນ​ ເວົ້າ​ພາສາ​ຍີ່ປຸ່ນ​ ຄັ້ງ​ທີ 13 ຂຶ້ນ ​ໃນ​ວັນ​ທີ 27 ມີນາ ນີ້ ທີ່​ສູນ​ກິລາ​ບູ​ໂດ​ ລາວ-ຍີ່ປຸ່ນ ​ເຂົ້າ​ຮ່ວມ​ໂດຍ​ທ່ານ ປອນ​ເມກ ດາລາ​ລອຍ, ປະທານ​ສະມາ​ຄົມ​ ມິດຕະພາບ ລາວ-ຍີ່ປຸ່ນ, ທ່ານ ດຣ.ສົມ​ພູ ດວງ​ສະຫວັນ ປະທານ​ຄະ ນະ​ ລັດຖະສະພາ​ ມິດຕະພາບ ລາວ-ຍີ່ປຸ່ນ ​ແລະ ທ່ານ ທາ​ເຄຊິ ຮິ​ກິ​ຮາ​ຮະ, ​ເອກ​ອັກຄະຣາຊະ​ທູດ​ຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມ​ດ້ວຍຄູ​-ອາຈານ, ​ນ້ອງ​ນັກຮຽນ, ນັກ​ສຶກສາ ​ແລະ ຜູ້​ເຂົ້າ​ຊົມຢ່າງ​ຄຶກຄື້ນ.

ການ ​ແຂ່ງຂັນ​ດັ່ງກ່າວ, ຈັດ​ຂຶ້ນ​ເພື່ອ​ເປັນ​ການ​ສົ່ງ​ເສີມ ຄວາມ​ສາມາດ​ດ້ານ ​ພາສາ​ຍີ່ປຸ່ນ ​ໃນ ​ສປປ ລາວ, ທັງ​ເປັນ​ການ​ສ້າງ ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ ປະຊາຊົນ​ສອງ​ຊາດ ລາວ-ຍີ່ປຸ່ນ ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ​ເຊິ່ງການ​ແຂ່ງຂັນ​ດັ່ງກ່າວ​ ໄດ້​ຈັດ​ຂຶ້ນ​ທຸກໆ​ປີ ນັບ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ.

ສຳລັບ ​ການ​ແຂ່ງຂັນ​ໃນ​ປີ​ນີ້ ມີ​ໄວ​ໜຸ່ມ​ສົນ​ໃຈ​ ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 72 ຄົນ ​ທີ່ມາ​ຈາກ​ແຂວງ​ຕ່າງ​ໆ​ເຊັ່ນ: ​ແຂວງ​ຫລວງ​ພະ​ບາງ, ​ບໍລິ​ຄຳ​ໄຊ, ​​ສະຫວັນ​ນະ​ເຂດ, ​​ຈຳປາ​ສັກ ​ແລະ ນະຄອນຫລວງ​ວຽງ​ຈັນ, ​ເຊິ່ງຜູ້​ເຂົ້າ​ແຂ່ງຂັນ​ໄດ້​ສະ​ແດງ​ຄວາມ​ສາມາດ ​ດ້ານ​ພາສາ​ຍີ່ປຸ່ນ ​ໂດຍ​ການ​ເລົ່າ​ບົດ​ທ່ອງ​ ເປັນ​ພາສາ​ຍີ່ປຸ່ນ ​ແລະ ​ບົດ​ທີ່​ຜູ້​ເຂົ້າ​ແຂ່ງຂັນ ​ໄດ້​ກະກຽມ​ມາ. ສຳລັບ​ຜູ້​ທີ່​ຊະນະ​ເລີດ​ແມ່ນ​ ຈະ​ໄດ້​ມີ​ໂອກາດ​ເດີນທາງ​ ໄປທັດສະນະ​ສຶກສາ ​ຢູ່​ປະ​ເທດ​ຍີ່ປຸ່ນ​, ​ໃນ​ງານ​ຍັງ​ມີ​ການ​ຮ້ອງ​ເພງ, ການ​ເຕັ້ນ ​ແລະ ການສະ​ແດງ​ລະຄອນ​ສັ້ນ ຈາກ​ບັນດານ້ອງນັກຮຽນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...