Homeຂ່າວຕ່າງປະເທດມຽນມາເປີດຊື້-ຂາຍຮຸ້ນ ຢູ່ຕະຫລາດຫລັກຊັບຢາງກຸງ ຢ່າງເປັນທາງການ

ມຽນມາເປີດຊື້-ຂາຍຮຸ້ນ ຢູ່ຕະຫລາດຫລັກຊັບຢາງກຸງ ຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ຕະຫລາດຫລັກຊັບຢາງກຸງ (YSX) ຕະຫລາດຫລັກຊັບແຫ່ງທຳອິດຂອງມຽນມາ ໄດ້ເປີດຊື້-ຂາຍຢ່າງເປັນທາງການ ໃນວັນທີ 25 ມີນາ 2016 ຜ່ານມານີ້ ໂດຍມີບໍລິສັດເຂົ້າຈົດທະບຽນຊື້-ຂາຍ ພຽງບໍລິສັດດຽວຄື First Myanmar Investment ຊຶ່ງເປັນໜຶ່ງໃນບໍລິສັດລາຍໃຫຍ່ຂອງປະເທດ ທີ່ມີຮຸ້ນໃນພາກອຸດສາຫະກຳການບິນ ແລະ ສຸຂະພາບ ດ້ວຍລາຄາເລີ່ມຕົ້ນຊື້ຂາຍທີ່ 26,000 ຈາດ ຫລື ປະມານ 21.50 ໂດລາ.

ທັງນີ້ ຍັງມີອີກຫລາຍບໍລິສັດ ທີ່ໄດ້ຮັບການອະນຸມັດເຂົ້າຈົດທະບຽນ ແຕ່ຍັງຢູ່ໃນຂັ້ນຕອນສຸດທ້າຍ ຊຶ່ງຄາດວ່າຈະເຂົ້າຊື້-ຂາຍ ໃນອີກບໍ່ດົນນີ້, ແນວໃດກໍຕາມ ຕະຫລາດຫລັກຊັບຢາງກຸງ ເປີດໃຫ້ບໍລິການສະເພາະນັກລົງທຶນ ແລະ ບໍລິສັດພາຍໃນປະເທດເທົ່ານັ້ນ ແຕ່ຕະຫລາດດັ່ງກ່າວ ມີແຜນຈະອະນຸຍາດໃຫ້ຕ່າງປະເທດ ເຂົ້າມາມີສ່ວນຮ່ວມໃນອານາຄົດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...