spot_img
Homeຂ່າວເຫດການຄະນະບໍລິຫານງານສູນກາງພັກ ເປີດກອງປະຊຸມຄົບຄະນະ ຄັ້ງທີ 2 ຄົ້ນຄວ້າຫລາຍບັນຫາສຳຄັນ

ຄະນະບໍລິຫານງານສູນກາງພັກ ເປີດກອງປະຊຸມຄົບຄະນະ ຄັ້ງທີ 2 ຄົ້ນຄວ້າຫລາຍບັນຫາສຳຄັນ

Published on

ກອງ​ປະຊຸມ​ຄົບ​ຄະນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ​ ປະຊາຊົນປະຕິວັດ​ລາວ ຄັ້ງ​ທີ 2 (ສະໄໝ​ທີ X) ໄດ້​ດຳເນີນ​ແຕ່​ວັນ​ທີ 23-25 ມີນາ 2016 ຢູ່​ຫ້ອງ​ວ່າການ​ສູນກາງ​ພັກ ໂດຍ​ເປັນ​ປະທານ​ຂອງສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິ​ການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດລາວ ມີ​ບັນດາ​ສະຫາຍ​ໃນ​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ເຂົ້າຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ສຸມ​ໃສ່ຄົ້ນຄວ້າ ປຶກສາ​ຫາລື ພິ​ຈາລະນາ ແລະ ໃຫ້​ທິດ​ຊີ້​ນຳ​ບັນຫາ​ສຳຄັນ ຄື: ຮັບຮອງ​ເອົາ​ແຜນ​ດຳເນີນງານ​ຂອງ​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ ຕະຫຼອດ​ສະໄໝ​ທີ X ໃນ​ນີ້​ຮັບຮອງ​ເອົາ​ຂໍ້​ກຳນົດ​ວ່າ​ດ້ວຍແບບແຜນ​ວິທີ​ເຮັດ​ວຽກ​ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກົມການເມືອງ​ສູນ​ກາງ​ພັກ ແລະ ຄະນະ​ເລຂາທິການ​ສູນ​ກາງ​ພັກ ພິຈາລະນາ ແລະ ຕົກລົງ​ການ​ສັບ​ຊ້ອນ​ແບ່ງ​ຄວາມຮັບຜິດຊອບ​ໃຫ້​ກຳມະການ​ສູນກາງ​ພັກ ນອກ​ນີ້ ຍັງໄດ້​ໃຫ້​ທິດ​ຊີ້​ນຳ​ວຽກ​ງານ​ຮີບ​ດ່ວນຄື: ຊີ້​ນຳ​ການຈັດຕັ້ງ​ເຊື່ອມ​ຊຶມ ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງພັກ ໃຫ້​ເປັນ​ນະໂຍບາຍ ນິຕິ​ກຳ ແຜນ​ງານ ໂຄງການ ແລະ ມາດຕະ​ການຈັດຕັ້ງ​ປະຕິບັດ​ລະອຽດ ໃຫ້​ແຕ່​ລະ​ຂົງເຂດ​ວຽກ​ງານ​ໃຫ້ເກີດ​ໝາກຜົນ ແລະ ມີ​ປະ​ສິດທິຜົນ​ສູງ ຊີ້​ນຳ​ການ​ກະກຽມ ແລະ ດຳເນີນ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ກອງ​ປະຊຸມ​ສະພາ​ຂັ້ນແຂວງ ນະຄອນຫຼວງ ໃຫ້​ດຳເນີນໄປ​ຕາມ​ແຜນການ ແລະ ບັນລຸຕາມ​ຈຸດປະສົງ​ຄາດໝາຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...