spot_img
Homeຂ່າວການພັດທະນາເຂື່ອນໄຟຟ້າໄຊຍະບູລີ ກໍ່ສ້າງຂຶ້ນດ້ວຍເທັກໂນໂລຢີຂັ້ນສູງ ທີ່ທັນສະໄໝ

ເຂື່ອນໄຟຟ້າໄຊຍະບູລີ ກໍ່ສ້າງຂຶ້ນດ້ວຍເທັກໂນໂລຢີຂັ້ນສູງ ທີ່ທັນສະໄໝ

Published on

ກຸ່ມຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າໄຊຍະບູລີ ຢືນຢັນວ່າ ໄດ້ນຳໃຊ້ເທັກໂນໂລຢີຂັ້ນສູງທີ່ທັນສະໄໝເຂົ້າໃນການກໍ່ສ້າງຈຶ່ງເຊື່ອໝັ້ນວ່າ ຈະສາມາດປ້ອງກັນບັນຫາຜົນກະທົບໄດ້ໃນທຸກໆດ້ານ.

ທ່ານ ອານຸພາບ ວົງລະຄອນ ຮອງກຳມະການຜູ້ຈັດການບໍລິສັດໄຊຍະບູລີ ພາວເວີ້ ຈຳກັດ ຖະແຫລງຢືນຢັນວ່າ ການກໍ່ສ້າງເຂື່ອນໄຟຟ້າໄຊຍະບູລີ ເທິງແນວແມ່ນ້ຳຂອງ ທີ່ໄດ້ເລີ້ມລົງມືກໍ່ສ້າງນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ຈົນເຖິງປັດຈຸບັນ ໄດ້ນຳໃຊ້ເທັກໂນໂລຢີຂັ້ນສູງທີ່ທັນສະໄໝ ຈິ່ງເຊື່ອໝັ້ນວ່າ ຈະສາມາດປ້ອງກັນບັນຫາຜົນກະທົບໄດ້ ໃນທຸກໆດ້ານ ໂດຍບໍ່ວ່າຈະເປັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ສັດນ້ຳ ແລະ ຜົນກະທົບຕໍ່ສັງຄົມກໍຕາມ.

ທັງນີ້ ໂດຍເຂື່ອນໄຟຟ້າໄຊຍະບູລີ ເປັນເຂື່ອນແບບນ້ຳໄຫລຜ່ານ ບໍ່ມີການກັກເກັບນ້ຳແຕ່ຢ່າງໄດ ແລະ ໄດ້ມີການອອກແບບປະຕູນ້ຳ ເພື່ອໃຫ້ປາສາມາດຂຶ້ນ-ລົງໄດ້ຢ່າງສະດວກສະບາຍ ຕາມລະດູການ ທັງຍັງມີຊ່ອງທາງແລ່ນເຮືອກວ້າງ12 ແມັດ ຍາວ 700 ແມັດ ທີ່ສາມາດຮັບເຮືອຂົນສົ່ງສິນຄ້າຂະໜາດໃຫຍ່ໄດ້ເຖິງ 500 ໂຕນ ທີ່ໃນປັດຈຸບັນໄດ້ກໍ່ສ້າງສຳເລັດແລ້ວ.

097

ນອກຈາກນັ້ນ ໂຄງການເຂື່ອນໄຊຍະບູລີ ຍັງມີແຜນການປ້ອງກັນ ການກັດເຊາະຂອງຕາຝັ່ງແມ່ນ້ຳຂອງ ແລະ ການຮັກສາຄຸນນະພາບຂອງນ້ຳ ຢ່າງເໝາະສົມ ດ້ວຍການຮັກສາທັງລະດັບນ້ຳ ແລະ ປະລິມານນ້ຳໃຫ້ຄົງທີ່ ຈິ່ງບໍ່ມີຜົນກະທົບຕໍ່ການປ່ຽນແປງຂອງກະແສນ້ຳບໍລິເວນທ້າຍເຂື່ອນແຕ່ຢ່າງໃດ ເິ່ຊງສອດຄ່ອງກັບການຖະແຫລງຂອງ ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີລາວໄດ້ໃຫ້ການຢືນຢັນວ່າ:

“ໃນເບື້ອງຕົ້ນນີ້ ຫຼາຍໆພາກສ່ວນມີຄວາມເປັນຫ່ວງວ່າ ເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ ນີ້ ຈະເຮັດໃຫ້ເສຍລະບົບນິເວດຕ່າງໆ ມັນຈະກະທົບປາ ກະທົບນ້ຳໃສ ນ້ຳຂຸ້ນ ກະທົບການເດີນເຮືອ ຄວາມເປັນຫ່ວງເຫຼົ່ານີ້ ພວກຂ້າພະເຈົ້າໄດ້ເກັບກຳໝົດ ເທົ່າທີ່ຂ້າພະເຈົ້າກຳໄດ້ນີ້ ມີ 270 ກວ່າບັນຫາ ໄດ້ນຳເອົາ 270 ກວ່າບັນຫານີ້ ມາວິໄຈ ໂດຍນັກຊ່ຽວຊານທີ່ມີຊື່ສຽງຂອງໂລກ ຈົນມາຮອດດຽວນີ້ມີນັກຊ່ຽວຊານ ກໍໄດ້ຂະໜານນາມເຂື່ອນໄຟຟ້ານ້ຳຕົກໄຊຍະບູລີນີ້ວ່າ ເປັນເຂື່ອນ Transparent ຫຼື ວ່າແປ ຄວາມໝາຍນີ້ວ່າ ໂປ່ງໃສ.”

ໂດຍໃນປັດຈຸບັນນີ້ ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ຄືບໜ້າໄປແລ້ວ 60 ເປີເຊັນ ຂອງແຜນການທັງໝົດໂດຍລ່າສຸດ ກໍໄດ້ເຮັດການກໍ່ສ້າງຕົວເຂື່ອນຝັ່ງເບື້ອງຂວາ ແລະ ກຳລັງດຳເນີນການກໍ່ສ້າງເຮືອນຈັກ ແລະ ຕົວເຂື່ອນຝັ່ງເບື້ອງຊ້າຍ ເປັນໄປຕາມແຜນການທີ່ວາງໄວ້ ຈິ່ງໝັ້ນໃຈວ່າ ເຂື່ອນໄຊຍະບູລີ ຈະສຳເລັດທັງ 100 ເປີເຊັນ ໃນເດືອນຕຸລາ 2019 ແລະ ເລີ່ມສົ່ງກະແສໄຟຟ້າຂາຍໃຫ້ໄທ ໃນທ້າຍປີ 2019 ເປັນເວລາ 29 ປີ.

ໂຄງການເຂື່ອນໄຟຟ້າໄຊຍະບູລີ ຈະສາມາດຜະລິດພະລັງງານໄຟຟ້າໄດ້ 1,285 ເມກາວັດ ໂດຍໃນນີ້ ຈະສົ່ງຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1,225 ເມກາວັດ ຫຼື ຄິດເປັນພະລົງງານໄຟຟ້າສະເລ່ຍ 6,929 ລ້ານກິໂລວັດ/ໂມງຕໍ່ປີ ແລະ ຄິດເປັນມູນຄ່າການສົ່ງອອກພະລັງງານໄຟຟ້າ 15,000 ລ້ານບາດ ໃນແຕ່ລະປີ ຫຼືຫຼາຍກວ່າ 435,000 ລ້ານບາດໃນຕະຫຼອດລະຍະ 29 ປີ ສ່ວນທີ່ເຫຼືອອີກ 60 ເມກາວັດນັ້ນ ຈະນຳໃຊ້ພາຍໃນປະເທດລາວ.

ໂຄງການກໍ່ສ້າງເຂື່ອງໄຊຍະບູລີ ມີມູນຄ່າການລົງທຶນລວມເຖິງ 3,800 ລ້ານໂດລາ ໂດຍເປັນການຮ່ວມທຶນລະຫວ່າງ 4 ບໍລິສັດຈາກໄທ ຄື ກຸ່ມບໍລິສັດ ຊ.ການຊ່າງ ຈຳກັດ(ມະຫາຊົນ), ບໍລິສັດ ນະທີ ຊິນເນີຈີ ຈຳກັດ, ບໍລິສັດຜະລິດໄຟຟ້າຈຳກັດ (ມະຫາຊົນ) ແລະ ບໍລິສັດ ພີທີ ຄອນສຣັກຊັ້ນ ແອນ ອີຣິເກຊັ້ນ ໂດຍຖືຮຸ້ນລົງທຶນໃນສັດສ່ວນ 57.5
ເປີເຊັນ, 25 ເປີເຊັນ, 12.5 ເປີເຊັນ ແລະ 5 ເປີເຊັນ ຕາມລຳດັບ.

ໂດຍໃນປັດຈຸບັນ ປະເທດລາວມີແຫລ່ງຜະລິດໄຟຟ້າດ້ວຍພະລັງງານນ້ຳ 37 ແຫ່ງ ແລະ ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນຕ໌ 1 ແຫ່ງ ມີກຳລັງຕິດຕັ້ງລວມ 6,264.8 ເມກາວັດ ທີ່ສາມາດຜະລິດພະລັງງານໄຟຟ້າໄດ້ 33,315 ລ້ານ ກິໂລວັດ/ໂມງຕໍ່ປີ ເພີ່ມຂຶ້ນເຖິງ 200 ເທົ່າທຽບໃສ່ປີ 1975 ແລະ ຖ້າຫາກວ່າ ສາມາດບັນລຸເປົ້າໝາຍໃນປີ 2020 ໄດ້ຈິງກໍຈະເຮັດໃຫ້ລາວມີແຫລ່ງຜະລິດໄຟຟ້າ 57 ແຫ່ງ ທີ່ມີກຳລັງຕິດຕັ້ງ ລວມ 9,764.8 ເມກາວັດ ແລະຜະລິດໄຟຟ້າໄດ້ເຖິງ 63,315 ລ້ານກິໂລວັດ/ໂມງຕໍ່ປີ.

ທັງນີ້ ໂດຍລັດຖະບານລາວ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ ຮ່ວມກັບບັນດາເອກະຊົນລາວ ແລະ ຕ່າງຊາດກ່ຽວກັບການພັດທະນາແຫລ່ງພະລັງງານໄຟຟ້າໄປແລ້ວເຖິງ 357 ໂຄງການ ມີກຳລັງຕິດຕັ້ງລວມເຖິງ 26,147 ເມກາວັດ ຄິດເປັນກຳລັງການຜະລິດກະແສໄຟຟ້າລວມເຖິງ 115,118 ລ້ານກິໂລວັດ/ໂມງ.

 

ແຫລ່ງຂ່າວຈາກ: ລາວ.ວີໂອເອນີວສ໌.ຄອມ

ບົດຄວາມຫຼ້າສຸດ

ກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

ເປັນການພັດທະນາທາງດ້ານເຕັກໂຕໂລຊີເລືອດທຽມຂອງປະເທດຍີ່ປຸ່ນທີ່ຈະມາແກ້ໄຂບັນຫາຂາດແຄນເລືອດໃນໂລກ ການພັດທະນາທາງດ້ານການແພດຂອງປະເທດຍີ່ປຸ່ນ ໄດ້ແນ່ໃສ່ຄວາມສຳຄັນໃນການຈັດສັນຫາເລືອດ ດ້ວຍການພັດທະນາເຕັກໂນໂລຊີ ເລືອດທຽມ ທີ່ສາມາດໃຊ້ໄດ້ກັບຄົນເຈັບທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນ 2 ປີ. ໃນການວິໄຈຂອງມະຫາວິທະຍາໄລການແພດນາລາ ຂອງປະເທດຍີ່ປຸ່ນ ທີ່ໄດ້ພັດທະນາສານທີ່ເອີ້ນວ່າ hemoglobin vesicles ເປັນຫຼັກການດຶງເອົາ...

ແຜ່ນດິນໄຫວຂະໜາດ 6,0 ຣິກເຕີ ໃນປະເທດອັບການິສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 1,500 ຄົນ

ເກີດເຫດແຜ່ນດີນໄຫວໃນວັນທີ 31 ກັນຍາ 2025 ທີ່ປະເທດອັບການິສະຖານ ມີຂະໜາດ 6,0 ຣິກເຕີ ເຮັດໃຫ້ມີຜູ້ເສຍຊີວິດຈໍານວນ 622 ຄົນ ລາຍງານຫຼ້າສຸດ, ຈາກເຫດແຜ່ນດິນໄຫວໃນປະເທດອັຟການິສຖານ ທີ່ເກີດຂຶ້ນໃນວັນທີ 31...

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...