Homeຂ່າວພາຍ​ໃນອຸດສາຫະກຳຕັດຫຍິບຂາດແຮງງານສົ່ງຜົນກະທົບໜັກຕໍ່ການສົ່ງອອກ

ອຸດສາຫະກຳຕັດຫຍິບຂາດແຮງງານສົ່ງຜົນກະທົບໜັກຕໍ່ການສົ່ງອອກ

Published on

ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ລາຍງານຕໍ່ກອງປະຊຸມສະຫລຸບວຽກງານປະຈຳປີ 2015 ຂອງຕົນທີ່ໄດ້ຈັດຂຶ້ນໃນວັນທີ 25 ມີນານີ້ວ່າ: ອຸດສາຫະກຳຕັດຫຍິບເປັນຂະແໜງການໜຶ່ງທີ່ສາມາດສ້າງວຽກເຮັດງານທຳໃຫ້ແຮງງານລາວເປັນຈຳນວນຫລວງຫລາຍໃນແຕ່ລະປີ, ຍ້ອນວ່າເປັນວຽກທີ່ບໍ່ຈຳກັດຄວາມຮູ້, ຄວາມສາມາດຂອງແຮງງານ, ແຕ່ຕົກມາໄລຍະຫລັງສອງສາມປີມານີ້,ແຮງງານໃນຂະແໜງດັ່ງກ່າວມີທ່າອ່ຽງຫລຸດລົງຢ່າງຕໍ່ເນື່ອງຄືປີ2015 ມີຈຳນວນແຮງງານທັງໝົດພຽງ 28 ພັນຄົນ, ຫລຸດລົງຈາກປີ 2014 ເຖິງ 2-3 ພັນຄົນ. ໂດຍມີສາເຫດມາຈາກແຮງງານເຄື່ອນຍ້າຍອອກໄປຊອກຫາວຽກເຮັດງານທໍາໃນຂະແໜງການໃໝ່ຫລາຍຂຶ້ນ ເຊັ່ນ:ການບໍລິການ,ກໍ່ສ້າງ, ປຸງແຕ່ງ ແລະ ອື່ນໆທີ່ມີລາຍຮັບສູງກວ່າ.

ການຂາດແຄນແຮງງານດັ່ງກ່າວໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ການລົງທຶນໃນຂະແໜງການຕັດຫຍິບ ເປັນຕົ້ນ: ເຮັດໃຫ້ການສົ່ງອອກຜະລິດຕະພັນຕັດຫຍິບຫລຸດລົງ, ເຖິງວ່າກຳລັງສັ່ງຊື້ຈາກຕ່າງປະເທດມີຫລາຍແຕ່ກຳລັງແຮງໃນການຜະລິດຍັງບໍ່ພຽງພໍ, ຈຶ່ງເຮັດໃຫ້ການສົ່ງອອກຂອງຂະແໜງຕັດຫຍິບໃນປີ 2015 ບັນລຸ ພຽງ 174ລ້ານໂດລາສະຫະລັດ, ເມື່ອທຽບໃສ່ປີ 2014 ຫລຸດລົງຫລາຍກວ່າ 7%. ສະນັ້ນ ເພື່ອແກ້ໄຂສະພາບດັ່ງກ່າວ,ສະມາຄົມອຸດສາຫະກຳຕັດຫຍິບລາວຈະໄດ້ສົບທົບກັບຂະແໜງການກ່ຽວຂ້ອງເພື່ອຈັດຊຸດອົບຮົມໃນການພັດທະນາສີມືແຮງງານ ດ້ານການຕັດຫຍິບໃຫ້ມີຄຸນນະພາບ ແລະ ຈະນຳໃຊ້ນະໂຍບາຍເພີ່ມຄ່າແຮງງານຂັ້ນຕ່ຳ ແລະ ນະໂຍບາຍດ້ານສະຫວັດດີການສັງຄົມໃຫ້ສູງຂຶ້ນ ເພື່ອດຶງດູດແຮງງານເຂົ້າມາ ຂະແໜງຕັດຫຍິບໃຫ້ຫລາຍຂຶ້ນ

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...