Homeຂ່າວຕ່າງປະເທດຜູ້ຖືກຫາຄະດີກໍ່ການຮ້າຍໃນນະຄອນຫຼວງ ບັລເຊລ ແລະ ປາຣີສ ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່. ຜູ້ຖືກຫາຄະດີກໍ່ການຮ້າຍໃນນະຄອນຫຼວງ ບັລເຊລ ແລະ ປາຣີສ ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່. ຂ່າວຕ່າງປະເທດ Published on 26/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 1992 ເບລຢຽມບໍ່ປະສົບຜົນສຳເລັດໃນການສອບປາກຄຳ “ຊາເລາະ ອັບເດສລາມ” ຜູ້ຖືກຫາຄົນສຳຄັນໃນຄະດີກໍ່ການຮ້າຍໃນນະຄອນຫຼວງປາຣີສ ທີ່ຖືກຈັບໄດ້ໃນນະຄອນຫຼວງບຣັສເຊລເມື່ອອາທິດທີ່ຜ່ານມາ ເພື່ອຫາຄວາມເຊື່ອມໂຍງລະຫວ່າງເຄື່ອຂ່າຍໃນຝຣັ່ງກັບເບລຢຽມ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບັສເຊລ ປະເທດ ເບລຢຽມ ເມື່ອວັນທີ 26 ມີນາ 2016 (ເຊົ້າມື້ນີ້) ວ່າ ທ່ານ ເຄິນ ກີນສ໌ ລັດຖະມົນຕີກະຊວງຍຸດຕິທຳຂອງເບລຢຽມ ຖະແຫຼງການຕໍ່ທີ່ປະຊຸມສະພາຜູ້ແທນເມື່ອວັນສຸກທີ່ຜ່ານມາວ່າ ໄອຍະການພະຍາຍາມສອບປາກຄຳ ທ້າວ ຊາເລາະ ອັບເດສລາມ ຊາຍຊາວຝັ່ຣງ ໄວອາຍຸ 26 ປີ ຜູ້ຖືກຫາຄົນສຳຄັນໃນຄະດີກໍ່ການຮ້າຍທີ່ນະຄອນຫຼວງປາຣີສເມື່ອປີທີ່ຜ່ານມາ ເຊິ່ງທາງການເບລຢຽມຈັບກຸມໄດ້ເທື່ອອາທິດທີ່ຜ່ານມາ ແຕ່ ອັບເດສລາມ ປະຕິເສດໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ໂດຍອ້າງ “ສິດຜູ້ຖືກຫາທີ່ຈະບໍ່ໃຫ້ການ” ເຈົ້າໜ້າທີ່ ໄດ້ເຮັດການສອບປາກຄຳ ອັບເດສລາມ 2 ຄັ້ງໃນວັທີ 19 ມີນາ ຫຼື 1 ວັນຫຼັງການຈັບກຸມ ເຊິ່ງການສອບປາກຄຳໃຊ້ເວລາເຖິງ 2 ຊົ່ວໂມງ ແລະ ຫົວຂໍ້ຫຼັກແມ່ນກ່ຽວກັບເຫດການກໍ່ການຮ້າຍໃນນະຄອນຫຼວງປາຣີສ ເມື່ອວັນທີ 13 ພະຈິກ 2015 ເຊິ່ງມີຜູ້ເສຍຊີວິດຫຼາຍເຖິງ 130 ສົບ ແລະ ສອບປາກຄຳອີກຄັ້ງໜຶ່ງໃຊເວລາ 1 ຊົ່ວໂມງ ແຕ່ສ່ວນຫຼາຍແມ່ນໃຫ້ໄອຍະການອະທິບາຍເລື່ອງການຈັບກຸມ ແລະ ການດຳເນີນຄະດີຕາມກົດໝາຍ ເຊິ່ງຜູ້ຖືກຫາແມ່ນບໍ່ໃຫ້ຄວາມຮ່ວມມືໃດໆທັງສິ້ນ ແລະ ຍັງກ່າວຕໍ່ຜູ້ພິພາກສາໃນການຂຶ້ນສານເມື່ອວັນພະຫັດທີ່ຜ່ານມາວ່າ ຕ້ອງການໃຫ້ມີການເນລະເທດກັບຝັ່ຣງໂດຍໄວທີ່ສຸດ. ແຫລ່ງຂ່າວຈາກ: ເວັບໄຊ໌ຂ່າວເດລີນີວສ໌.ຄອມ Tagsກໍ່ການຮ້າຍທີ່ກຸງບຣັສເຊລກໍ່ການຮ້າຍໃນນະຄອນຫຼວງປາຣີສຂ່າວດັງທົ່ວໂລກຂ່າວຕ່າງປະເທດຂ່າວຕ່າງປະເທດວັນນີ້ຂ່າວສົດທົ່ວໂລກຂ່າວໃໝ່ຊາເລາະ ອັບເດສລາມຊາເລາະ ອັບເດສລາມ" ຜູ້ຖືກຫາຄົນສຳຄັນໃນຄະດີກໍ່ການຮ້າຍນະຄອນຫຼວງ ບັລເຊລເຊື່ອມໂຍງລະຫວ່າງເຄື່ອຂ່າຍໃນຝຣັ່ງກັບເບລຢຽມ.ເບລຢຽມ ບໍ່ປະສົບຜົນສຳເລັດໃນການສອບປາກຄຳຜູ້ຖືກຫາຄະດີກໍ່ການຮ້າຍໃນນະຄອນຫຼວງ ບັລເຊລ ບົດຄວາມຫຼ້າສຸດ ຂ່າວພາຍໃນ ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ... 23/10/2026 ຂ່າວພາຍໃນ ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,... 22/10/2026 ຂ່າວພາຍໃນ ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,... 22/10/2026 ຂ່າວພາຍໃນ ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ... 22/10/2026