Homeຂ່າວການສຶກສາໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຊຽງຂວາງ ຍາດໄດ້ທີ 2 ໃນການແຂ່ງຂັນສີມື 8 ແຂວງພາກເໜືອ

ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຊຽງຂວາງ ຍາດໄດ້ທີ 2 ໃນການແຂ່ງຂັນສີມື 8 ແຂວງພາກເໜືອ

Published on

ໃນຕອນບ່າຍຂອງວັນທີ 23 ມີນາ 2016 ຜ່ານມາ ຢູ່ທີ່ສະໂມສອນຂອງໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຊຽງຂວາງ ໄດ້ຈັດພິທີສະຫຼຸບຜົນງານການເຂົ້າຮ່ວມແຂ່ງຂັນສີມື 8 ແຂວງພາກເໜືອ ຄັ້ງທີ III ທີ່ແຂວງຜົ້ງສາລີເປັນເຈົ້າພາບ ໃຫ້ກຽດເຂົ້າຮ່ວມພິທີຄັ້ງນີ້ມີທ່ານ ທອງເພັດ ອິນທະໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ທ່ານ ທອງສະຫວັນ ວິຣະຈິດ ຮອງອຳນວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ພ້ອມຄະນະ ມີຕາງໜ້າໂຮງຮຽນອ້ອມຂ້າງເທສະບານແຂວງທີ່ຂຶ້ນກັບພະແນກ ຄູອາຈານສອນພາຍໃນໂຮງຮຽນ ນ້ອງນັກຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໂອກາດນີ້ ທ່ານ ທອງສະຫວັນ ວິຣະຈິດ ຮອງອຳນວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຊຽງຂວາງ ໃນນາມຄູນຳພານັກຮຽນເຂົ້າຮ່ວມແຂ່ງຂັນໄດ້ກ່າວລາຍງານຕໍ່ພິທີວ່າ ຄັ້ງນີ້ເປັນຄັ້ງທີ III ທີ່ຈັດໃຫ້ມີການແຂ່ງຂັນສີມືຂອງບັນດານ້ອງໆນັກຮຽນ ໂຮງຮຽນເຕັກນິກວິຊາຊີບແບບປະສົມ 8 ແຂວງພາກເໜືອ ເຊິ່ງປະກອບມີ ຫົວພັນ ຊຽງຂວາງ ຫຼວງພະບາງ ຫຼວງນ້ຳທາ ບໍ່ແກ້ວ ອຸດົມໄຊ ໄຊຍະບູລີ ແລະ ຜົ້ງສາລີ ໂດຍແມ່ນແຂວງຜົ້ງສາລີເປັນເຈົ້າພາບ ແລະ ດຳເນີນການແຂ່ງຂັນສຳເລັດແຕ່ວັນທີ 15 ມີນາ 2016 ຜ່ານມາ ໃນນັ້ນ ແຂວງຊຽງຂວາງສົ່ງນັກຮຽນເຂົ້າຮ່ວມແຂ່ງຂັນມີທັງໝົດ 5 ນ້ອງ ຍິງ 1 ນ້ອງ ແລະ ມີ 5 ຫົວຂໍ້ທີ່ສົ່ງເຂົ້າແຂ່ງຂັນຄື ຕິດໂບໂຕະລາຍແມງກະເບື້ອ ການມ້າງ ແລະ ປະກອບກາຣບຸຍຣາເຕີກລົດຈັກ 4 ຈັງຫວະ ປະກອບວົງກົບປະຕູ ຕິດບົວຫົວເສົາ ການສຽບຂ້າງ ແລະ ການທາບ ຜົນການແຂ່ງຂັນປາກົດວ່າ ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຊຽງຂວາງ ສາມາດກວາດລາງວັນທີ 1 ໄດ້ທັງ 2 ຫົວຂໍ້ແຂ່ງຂັນຄື ມ້າງ ແລະ ປະກອບກາຣບຸຍຣາເຕີກລົດຈັກ 4 ຈັງຫວະ ໂດຍແມ່ນ ທ້າວ ຕຸ້ຍ ຜາຍອຸດອນ ແລະ ຫົວຂໍ້ ປະກອບວົງກົບປະຕູ ແມ່ນທ້າວ ທອງສະຫວັດ ວັນທະລີ ໃນນັ້ນ ລາງວັນທີ 2 ໄດ້ 1 ລາງວັນຄື ຫົວຂໍ້ຕິດໂບໂຕະລາຍແມງກະເບື້ອ ໂດຍແມ່ນ ນ. ໄມລໍ່ ເມື່ອທຽບໃສ່ເປົ້າໝາຍໃນເບື້ອງຕົ້ນທີ່ກຳນົດໄວ້ ເຫັນວ່າປະສົບຜົນສຳເລັດເກີນຄາດ ເພາະແຂວງຊຽງຂວາງ ຖືກຈັດຢູ່ອັນດັບທີ 2 ຂອງບັນດາແຂວງທີ່ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ຖັດຈາກແຂວງອຸດົມໄຊ ຈາກນັ້ນ ພິທີກໍໄດ້ມອບໃບຍ້ອງຍໍ ແລະ ຂອງຂວັນລາງວັນຈຳນວນນຶ່ງໃຫ້ແກ່ຜູ້ຊະນະເລີດ ເພື່ອເປັນການຊົມເຊີຍ ແລະ ໃຫ້ກຳລັງໃຈແກ່ນ້ອງໆທີ່ເຂົ້າຮ່ວມແຂ່ງຂັນຄັ້ງນີ້.

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...