spot_img
Homeຂ່າວຕ່າງປະເທດຈັດກອງປະຊຸມປືກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2016 ທີ່ ໂບອ່າວ ແຂວງຮ່າຍນານ ສປ.ຈີນ

ຈັດກອງປະຊຸມປືກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2016 ທີ່ ໂບອ່າວ ແຂວງຮ່າຍນານ ສປ.ຈີນ

Published on

ໃນຕອນເຊົ້າຂອງວັນທີ 24 ມີນາ 2016 ທີ່ເມືອງໂບອາວ ແຂວງຮ່າຍນານ ສປ.ຈີນ ໄດ້ຈັດກອງປະຊຸມປຶກສາຫາລື ໂບອາວ ເພື່ອອາຊີ ພາຍໃຕ້ຫົວຂໍ້ ອະນາຄົດໃໝ່ຂອງອາຊີ ຄວາມຫຼາກຫຼາຍ ແລະ ວິໄສທັດໃໝ່ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຫຼີ່ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ.ຈີນ ມີບັນດາຜູ້ນໍາຂອງທະວີບອາຊີ ຮວມທັງໝົດ 11 ປະເທດ ແລະ ບັນດານັກທຸລະກິດ ນັກລົງທຶນ ນັກຄົ້ນຄວ້າ ທີ່ມີຊື່ສຽງໃນອາຊີ ແລະ ທະວີ ອື່ນໆຈໍານວນທັງໝົດກວ່າ 2.000 ຄົນ ຄະນະຜູ້ແທນ ສປປ.ລາວ ແມ່ນນໍາໂດຍ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະອີກ 12 ທ່ານ ເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເປັນເວທີນຶ່ງທີ່ເບິ່ງໄປຂ້າງໜ້າ ໂດຍມີຈຸດປະສົງ ເພື່ອຂັບເຄື່ອນກົນໄກການຮ່ວມມືທີ່ມີປະສິດທິຜົນໃນພາກພື້ນອາຊີ ເຊິ່ງຈະນໍາຜົນປະໂຫຽດໂຕຈິງມາສູ່ປະຊາຊົນໃນປະເທດສະມາຊິກກໍຄື ປະເທດຕ່າງໆໃນອາຊີ ເປັນຕົ້ນແມ່ນຂົງເຂດການເມືອງ-ຄວາມໝັ້ນຄົງ ການຮ່ວມມືທາງດ້ານເສດຖະກິດ ການພັດທະນາແບບຍືນຍົງ ແລະ ການພົວພັນ ລະຫວ່າງ ປະຊາຊົນດ້ວຍກັນ ເຊິ່ງກົນໄກການຮ່ວມມືດັ່ງກ່າວ ຈະເຮັດໃຫ້ພວກເຮົາສາມາດສ້າງຄວາມເຊື່ອໝັ້ນເຊິ່ງກັນແລະກັນ ຊ່ອຍເຫຼືອເຊິ່ງກັນແລະກັນ ແລະ ເຫັນອົກເຫັນໃຈກັນຫຼາຍຂຶ້ນ ຄຽງຄູ່ກັນນັ້ນ ກໍເພື່ອຕ້ອງການສ້າງຂົງເຂດອາຊີໃຫ້ມີສັນຕິພາບ ມີປະຊາທິປະໄຕ ແລະ ມີຄວາມປອດໄພພາຍໃນພາກພື້ນນັ້ນເອງ.

ໃນໂອກາດນີ້ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ກໍໄດ້ຊົມເຊີຍລັດຖະບານ ສປ.ຈີນ ທີ່ໄດ້ຕົກລົງປ່ອຍນໍ້າຈາກເຂື່ອນຂອງຈີນ ເພື່ອຫຼຸດຜ່ອນຜົນກະທົບຂອງໄພແຫ້ງແລ້ງຂອງປະເທດຢູ່ລຸ່ມແມ່ນໍ້າຂອງ ພ້ອມດຽວກັນນີ້ ຍັງໄດ້ຢໍ້າເຖິງການຕົກລົງປ່ອຍນໍ້າ 1.100 ແມັດກ້ອນ ຕໍ່ວິນາທີ ຈາກບັນດາເຂື່ອນຕ່າງໆ ຢູ່ຕາມສາຂາຂອງແມ່ນໍ້າຂອງໃນ ສປປ.ລາວ ເພື່ອແນໃສ່ແກ້ໄຂບັນຫາໄພແຫ້ງແລ້ງທີ່ບັນດາປະເທດໃນອ່າງແມ່ນໍ້າຂອງພວມຜະເຊີນຢູ່ໃນປັດຈຸບັນ.
ປີນີ້ ໃນຖານະທີ່ ສປປ.ລາວ ເປັນປະທານອາຊຽນ ທ່ານນາຍົກລັດຖະມັນຕີ ໄດ້ແຈ້ງຕໍ່ທີ່ປະຊຸມວ່າ ສປປ.ລາວ ໄດ້ຖືບູລິມະສິດໃນການຮ່ວມມືກັບທຸກປະເທດສະມາຊິກອາຊຽນ ປະກອບສ່ວນເຂົ້າໃນການປັບປຸງປະຊາຄົມອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ ແລະ ຈະຮ່ວມມືກັບບັນດາປະເທດຄູ່ຮ່ວມຂອງອາຊຽນ ບົນພື້ນຖານ 8 ບູລິມະສິດ ທີ່ ສປປ.ລາວ ກໍານົດໄວ້ ນອກນັ້ນ ທ່ານນາຍົກລັດຖະມັນຕີ ຍັງໄດ້ຊີ້ແຈງວ່າ ລັດຖະບານ ສປປ.ລາວ ພວມມີຄວາມພະຍາຍາມເປີດກວ້າງ ແລະ ດຳເນີນການເຊື່ອມໂຍງ ແລະ ເຊື່ອມຈອດ ກັບບັນດາປະເທດເພື່ອນບ້ານຢ່າງຕັ້ງໜ້າ ໂດຍໄດ້ລົງທຶນປັບປຸງເສັ້ນທາງເຊື່ອມຕໍ່ກັບປະເທດໃກ້ຄຽງ ເພື່ອຈະເຮັດໃຫ້ປະເທດ ສາມາດກາຍເປັນປະເທດທາງຜ່ານ ໃນການເຊື່ອມຕໍ່ກັບປະເທດຕ່າງໆ ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນ ການຈໍລະຈອນສິນຄ້າ ການໂທລະຄົມມະນາຄົມ ກໍຄືການໄປມາຫາສູ່ກັນ ລະຫວ່າງປະຊາຊົນພາຍໃນຂົງເຂດໃຫ້ນັບມື້ນັບຫຼາຍຂຶ້ນ.
ແຫລ່ງຂ່າວຈາກ: ວິທະຍຸ – ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...