Homeຂ່າວຕ່າງປະເທດຝຣັ່ງວິເຄາະ ເມືອງໃຫຍ່ໃນອາຊີ ສ່ຽງປະເຊີນໄພທຳມະຊາດຮຸນແຮງ!

ຝຣັ່ງວິເຄາະ ເມືອງໃຫຍ່ໃນອາຊີ ສ່ຽງປະເຊີນໄພທຳມະຊາດຮຸນແຮງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ມີນານີ້ວ່າ ບົດລາຍງານການວິເຄາະຂອງຝຣັ່ງ ຊຶ່ງຖືກເຜີຍແຜ່ເມື່ອວັນທີ 23 ມີນາ 2016 ກ່ຽວກັບ ດັດສະນີຄວາມສ່ຽງໄພທຳມະຊາດ ທີ່ອ່ອນໄຫວຕໍ່ອັນຕະລາຍ ໄດ້ລະບຸວ່າ ເມືອງໃຫຍ່ໆທົ່ວທະວີບອາຊີຈຳນວນຫລາຍ ມີຄວາມສ່ຽງຕໍ່ການເກີດໄພທຳມະຊາດຮຸນແຮງ ຫລາຍທີ່ສຸດໃນໂລກ ໃນຂະນະທີ່ທະວີບອາຟຣິກາ ມີຜູ້ຄົນສ່ຽງໄດ້ຮັບຜົນກະທົບ ຈາກໄພທຳມະຊາດຫລາຍທີ່ສຸດ.

ບົດລາຍງານດັ່ງກ່າວໄດ້ລະບຸວ່າ ປະຊາກອນໃນອາຊີໃຕ້ ເກືອບ 1,400 ລ້ານຄົນ ໂດຍສະເພາະໃນອິນເດຍ, ບັງກະລາເດດ ແລະ ປາກີສະຖານ ມີຄວາມສ່ຽງຖືກໄພທຳມະຊາດຮຸນແຮງໂຈມຕີ ຢ່າງໜ້ອຍ 1 ຄັ້ງເຊັ່ນ ພາຍຸຮຸນແຮງພັດຖະຫລົ່ມ ແລະ ແຜ່ນດິນໄຫວ ຫລື ປະເຊີນກັບສະຖານະການທີ່ກ່ຽວຂ້ອງກັບ ສະພາວະລະດັບນ້ຳທະເລສູງຂຶ້ນ ໂດຍອັດຕາຄວາມສ່ຽງປະເຊີນໄພທຳມະຊາດ ຂອງຊາວບັງກະລາເດດ ສູງເຖິງ 100%, ອິນເດຍ 82%, ປາກີສະຖານ 70% ໃນຂະນະທີ່ຈີນ, ອິນໂດເນເຊຍ, ຍີ່ປຸ່ນ ແລະ ຟິລິບປິນ ຢູ່ໃນກຸ່ມປະເທດ ທີ່ມີປະຊາກອນສ່ຽງປະເຊີນກັບໄພທຳມະຊາດຮຸນແຮງ ເຊັ່ນດຽວກັນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...