spot_img
Homeຂ່າວຕ່າງປະເທດລັດຖະສະພາມຽນມາ ລົງມະຕິຮັບຮອງ ຄະນະລັດຖະບານຊຸດໃໝ່ ຈຳນວນ 18 ຄົນ

ລັດຖະສະພາມຽນມາ ລົງມະຕິຮັບຮອງ ຄະນະລັດຖະບານຊຸດໃໝ່ ຈຳນວນ 18 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມີນາຜ່ານມານີ້ວ່າ ລັດຖະສະພາມຽນມາ ໄດ້ລົງມະຕິຮັບຮອງ ຄະນະລັດຖະບານມຽນມາຊຸດໃໝ່ ທີ່ນຳສະເໜີໂດຍ ທ່ານ ຖິ່ນຈໍ (Htin Kyaw) ປະທານາທິບໍດີມຽນມາ ໂດຍປະກອບມີລັດຖະມົນຕີທັງໝົດ 18 ຄົນ ຊຶ່ງໃນນັ້ນປະກອບມີສະມາຊິກສະພາ ສັງກັດພັກສະຫະພາບເພື່ອການພັດທະນາ ແລະ ຄວາມປອງດອງ (Union Solidarity and Development Party) ຊຶ່ງເປັນພັກການເມືອງຂອງຝ່າຍທະຫານ ລວມຢູ່ຢ່າງໜ້ອຍ 1 ຄົນ ແລະ ເມື່ອລວມກັບລັດຖະມົນຕີ ທີ່ນຳສະເໜີໂດຍກອງທັບອີກ 3 ຄົນ ເຮັດໃຫ້ພາຍໃນຄະນະລັດຖະບານຊຸດໃໝ່ນີ້ ມີລັດຖະມົນຕີທີ່ເປັນຝ່າຍທະຫານ ລວມຢູ່ນຳ 4 ຄົນ, ນອກຈາກນັ້ນ ແມ່ນເປັນຄົນຂອງພັກສັນນິບາດຊາດ ເພື່ອປະຊາທິປະໄຕ ຫລື NLD ທີ່ມີ ນາງ ອອງ ຊານ ຊູຈີ ເປັນຜູ້ນຳ.

ກ່ອນໜ້ານີ້ ປະທານາທິບໍດີ ຖິ່ນຈໍ ແຫ່ງ ສະຫະພາບສາທາລະສະລັດມຽນມາ ໄດ້ປະກາດຍຸບກະຊວງ ພາຍໃນລັດຖະບານລົງ ຈຳນວນ 15 ກະຊວງ ໃຫ້ເຫລືອພຽງ 21 ກະຊວງ ໂດຍໃຫ້ເຫດຜົນວ່າ ບັນດາກະຊວງໃນເມື່ອກ່ອນ ເຮັດວຽກງານຊ້ຳຊ້ອນກັນ ແລະ ການຫລຸດຈຳນວນກະຊວງລົງ ຈະເຮັດໃຫ້ການບໍລິຫານ ມີປະສິດທິພາບຫລາຍຂຶ້ນ ແລະ ຍັງຊ່ວຍປະຢັດງົບປະມານ ໃນສ່ວນເງິນເດືອນຂອງລັດຖະມົນຕີ ໄດເຖິງ 4 ລ້ານໂດລາ ຕະຫລອດວາລະ 5 ປີຂ້າງໜ້າອີກດ້ວຍ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...