spot_img
Homeຂ່າວການພັດທະນາເຕັກ​ໂນ​ໂລ​ຢີ​ຫົວ​ສຽວ ກຽມ​ສ້າງ​ສະ​ຖາ​ບັນ​ດ້ານ ໄອ​ທີ ຄຸນ​ນ​ນະ​ພາບ​ທີ່​ພາກ​ໃຕ້

ເຕັກ​ໂນ​ໂລ​ຢີ​ຫົວ​ສຽວ ກຽມ​ສ້າງ​ສະ​ຖາ​ບັນ​ດ້ານ ໄອ​ທີ ຄຸນ​ນ​ນະ​ພາບ​ທີ່​ພາກ​ໃຕ້

Published on

ທ່ານ ວັນ​ໄຊ ແກ້ວ​ມີ​ສີ ຮອງ​ຜູ້­ອຳ­ນວຍ­ການວິ­ທະ­ຍາ­ໄລ​ເຕັກ​ໂນ​ໂລ​ຢີ​ຫົວ​ສຽວ ຈຳປາ​ສັກ
ທ່ານ ວັນ​ໄຊ ແກ້ວ​ມີ​ສີ ຮອງ​ຜູ້­ອຳ­ນວຍ­ການວິ­ທະ­ຍາ­ໄລ​ເຕັກ​ໂນ​ໂລ​ຢີ​ຫົວ​ສຽວ ຈຳປາ​ສັກ

ວິ­ທະ­ຍາ­ໄລ​ເຕັກ​ໂນ​ໂລ​ຢີຫົວ​ສຽວ ຈຳ­ປາ​ສັກ ໄດ້​ມີ​ຄວາມ​ພະຍາ​ຍາມ​ໃນ​ການ​ພັດ­ທະ­ນາ​ການ​ສຶກສາ​ຂອງ​ຕົນ​ໃຫ້​ກາຍ­ເປັນ​ສະ​ຖາ​ບັນທີ່​ມີ​ຄຸນ​ນະ​ພາບ​ສູງ ໂດຍ​ສະ­ເພາະ​ດ້ານ ໄອ​ທີ ເພື່ອ​ສ້າງ​ບຸກ​ຄະ­ລາ​ກອນ​ອອກ​ຮັບ​ໃຊ້​ສັງ­ຄົມໃນ​ສີ່​ແຂວງ​ພາກ​ໃຕ້ ຫຼ້າ​ສຸດ​ຮອງ​ຜູ້​ອຳນວຍ​ການ​ເຜີຍປະ­ຊາ­ຊົນ​ເລີ່ມ​ສົ່ງ​ລູກຫຼານ​ເຂົ້າ​ມາ​ຮ່ຳ­ຮຽນ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ປະ­ຈຸ​ບັນ​ມີ​ຈຳ­ນວນ​ນັກ​ສືກ​ສາ​ແລ້ວ​ພັນ​ກວ່າ​ຄົນ ຄາດ​ສົກ​ໜ້າ​ຮັບ​ຫຼາຍ​ຂຶ້ນ ເນື່ອງຈາກ​ສະ­ຖານ­ທີ່​ອາ­ຄານ​ການ​ຮຽນ​ສົມບູນ.

ອີງ​ຕາມ​ການ​ເປີດ­ເຜີຍ​ຂອງ ​ທ່ານ ວັນ​ໄຊ ແກ້ວ​ມີ​ສີ ຮອງ​ຜູ້­ອຳ­ນວຍ­ການວິ­ທະ­ຍາ­ໄລ​ເຕັກ​ໂນ​ໂລ​ຢີ​ຫົວ​ສຽວ ຈຳປາ​ສັກ, ຕໍ່​ນັກ​ຂ່າວ​ໜັງ­ສື­ພິມ​ເສດ​ຖະກິດ-Œສັງ­ຄົມ ປະ­ຈຳ​ແຂວງ​ໃຫ້​ຮູ້​ວ່າ: ພາຍ­ຫຼັງ​ທີ່​ວິ­ທະ­ຍາ­ໄລ​ພວກ​ເຮົາ​ໄດ້​ເປີດການ​ສິດ­ສອນ​ມາ​ໄດ້ 3 ປີ, ໂດຍ​ໄດ້​ເນັ້ນ​ໜັກ​ສອນ​ທາງ​ດ້ານໄອ​ທີໃຫ້​ແກ່​ບັນດາ​ນັກ­ຮຽນ​ທີ່​ຈົບ​ຈາກ​ມໍ​ປາຍ​ໃນ​ສີ່ແຂວງ​ພາກ​ໃຕ້ ແລະ ພາກ​ກາງ ຊຶ່ງມາ​ຮອດ​ປະ­ຈຸ​ບັນ​ໄດ້​ມີ​ການ​ພັດ­ທະ­ນາຂຶ້ນ​ມາ​ເລື້ອຍໆ ນັບ​ແຕ່​ລະ­ບົບ​ພື້ນ­ຖານໂຄງ​ລ່າງ ແລະ ສິ່ງ​ເອື້ອ​ອຳ­ນວຍ​ຄວາມ​ສະ­ດວກ​ຫຼາຍ​ຢ່າງ, ໄປ​ຄຽງ​ຄູ່​ກັບ​ສິ່ງເຫຼົ່າ​ນີ້ ປະ­ຈຸ​ບັນ​ສັງ­ຄົມ​ກໍ​ໃຫ້​ຄວາມ​ເຊື່ອໝັ້ນ​ຕໍ່​ສະ​ຖາ​ບັນ​ມີ​ຜູ້​ມາ​ຮຽນ​ເພີ່ມ​ຂຶ້ນ  ສະ­ເພາະ​ແຕ່​ນັກ​ສຶກ​ສາ​ທີ່​ນອນ​ໃນ​ໂຄງ­ການ​ຮ່ວມ​ມື​ລະ­ຫວ່າງ​ວິ­ທະ­ຍາ­ໄລ​ເຕັກ​ໂນ​ໂລ​ຢີ​ຫົວ​ສຽວ ກັບ ວິ­ທະ­ຍາ­ໄລ​ການ​ເງິນ​ພາກ​ໃຕ້ ລວມ​ທັງ​ໝົດ 21 ຫ້ອງ ແລະ ນັກ​ສຶກ​ສາ​ຂອງ​ວິ­ທະ­ຍາ­ໄລ​ເອງ​ທີ່​ຮັບ​ໃໝ່​ປີ 2014 ມີ​ຈຳ­ນວນ 6 ຫ້ອງ, ລວມ​ເປັນ 27 ຫ້ອງ, ມີ​ນັກ​ສຶກ​ສາ​ທັງ​ໝົດ 1.200 ຄົນ, ໃນ​ນັ້ນ​ມີ 150 ຄົນ ທີ່​ກຳ­ລັງ​ຈະ​ສຳ­ເລັດ​ການ​ສຶກ​ສາ​ໃນ​ອີກ​ບໍ່​ດົນ​ນີ້.

ທ່ານ​ຮອງ​ຜູ້­ອຳ­ນວຍ­ການ​ໃຫ້​ຮູ້​ຕື່ມ​ວ່າ: ໄປ​ຄຽງ​ຄູ່​ກັບ​ການ​ສິດ­ສອນ​ນັກ​ສຶກສາ​ໃຫ້​ມີ​ຄຸນ​ນະ​ພາບ​ແລ້ວ ວິ­ທະ­ຍາ­ໄລເຕັກ​ໂນ​ໂລ​ຢີ​ຫົວ​ສຽວ ຈຳ­ປາ​ສັກ, ແມ່ນໄດ້​ເອົາ­ໃຈ­ໃສ່​ໃນ​ການ​ຍົກ​ລະ­ດັບ​ຄູŒອາຈານ​ຜູ້​ສິດ­ສອນ ໂດຍ​ໄດ້​ສົ່ງ​ໄປ​ຝຶກ​ອົບຮົມ​ດ້ານ​ຄວາມ​ຮູ້​ຄວາມ​ສາ­ມາດ ແລະ ສົ່ງ​ໄປ​ຍົກ​ລະ­ດັບ​ຕໍ່​ຢູ່​ຕ່າງ­ປະ­ເທດ​ຫຼາຍ​ຄົນ, ພ້ອມ​ດຽວ​ກັນ​ນີ້ ກໍ​ໄດ້​ເຊີນ​ເອົາ​ນັກ­ວິ­ຊາ­ການ​ຈາກ​ຕ່າງ­ປະ­ເທດ​ເພື່ອ​ມາສິດ­ສອນ​ນັກ​ສຶກ​ສາ,  ເພື່ອ​ຜະ­ລິດ​ບຸກ​ຄະລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ອອກ​ຮັບ​ໃຊ້​ສັງ­ຄົມ, ພ້ອມ​ດຽວ​ກັນ​ນີ້ ແມ່ນ​ຈະ​ໄດ້​ສືບ­ຕໍ່​ຮ່ວມ​ມື​ກັບ​ສະ­ຖານ​ບັນ​ຕ່າງໆ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໂດຍ​ສະ­ເພາະ​ແມ່ນ​ສະ​ຖາ​ບັນ​ທີ່​ມີ​ເງື່ອນ­ໄຂ ແລະ ມາດ­ຖານ​ທາງ​ດ້ານ​ໄອ​ທີ​ເພື່ອ​ເສີມ​ສ້າງສາຍ​ດັ່ງ­ກ່າວ​ໃຫ້​ເຂັ້ມ­ແຂງ​ເປັນ​ທີ່​ຍອມຮັບ​ຂອງ​ສັງ­ຄົມ.

ທີ່ມາຂ່າວ http://www.sedthakid.la/khao/18647.spc

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...