Homeຂ່າວເຫດການກະຊວງແຜນການຯ ເພີ່ມທະວີວຽກງານ ຕິດຕາມກວດກາ ຕ້ານການສໍ້ລາດບັງຫລວງ!

ກະຊວງແຜນການຯ ເພີ່ມທະວີວຽກງານ ຕິດຕາມກວດກາ ຕ້ານການສໍ້ລາດບັງຫລວງ!

Published on

ຂປລ. ໃນ​ກອງ​ປະຊຸມ ວຽກ​ງານ​ກວດກາ​ ທົ່ວ​ກະຊວງ ປະຈຳ​ປີ 2015, ທ່ານ ສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ​ໄດ້​ຮຽກ​ຮ້ອງ​​ໃຫ້ ຄະນະ​ນຳ​ແຕ່ລະ​ຂັ້ນ, ສະມາຊິກ​ພັກ, ພະນັກງານຫລັກ​ແຫ​ລ່ງ ຈົ່ງ​​ໄດ້​ພ້ອມ​ກັນ ​ເພີ່ມ​ທະວີ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ ​ຕິດຕາມ​ກວດກາ ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ຕາມ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ທີ່​ໄດ້​ກຳນົດ​ໄວ້​ ໃນ​ກົດ​ລະບຽບ​ຂອງ​ພັກ​ ​ແລະ ກົດໝາຍ​ຂອງ​ລັດ ​ໃຫ້​ຫລາຍ​ຂຶ້ນ​ເລື້ອຍໆ ​ເພື່ອ​ຫັນ​ວຽກ​ງານ​ກວດກາ ​ຂອງ​ກະຊວງ​ ຜທ ​ໃຫ້​ມີ​ຄຸນ​ນະພາ​ບ,​ ເຂັ້ມ​ແຂງ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ. ຍ້ອນ​ວ່າວຽກ​ງານ​ດັ່ງກ່າວ ​ແມ່ນວຽກ​ງານ​ໜຶ່ງ​ທີ່​ສຳຄັນ ດັ່ງ​ທີ່​ ພັກ-​ລັດ​ ເຮົາ​ຍາມ​ໃດ​ກໍ​ໃຫ້​ຄວາມ​ສຳຄັນ ​ແລະ ​ໃຫ້​ທັດສະນະ ​ຕໍ່​ວຽກ​ງານ​ກວດກາ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ ວ່າ: ການ​ຕິດຕາມກວດກາ ​ແມ່ນ​ໜຶ່ງ​ໃນພາລະ​ບົດບາດ​ຕົ້ນຕໍ ​ແຫ່ງ​ການ​ນຳພາ​ຂອງ​ພັກ, ບໍ່ມີ​ການ​ກວດກາ​ ກໍ​ໝາຍ​ຄວາມ​ວ່າ​ບໍ່​ມີ​ການ​ນຳພາ, ວຽກ​ງານ​ຕິດ​ຕາມກວດກາ ​ແມ່ນ​ວຽກ​ທີ່​ສອດ​ຫ້ອຍ​ເຂົ້າ​ໃນ​ ທຸກ​ຂົງ​ເຂດ​ວຽກ​ງານ,​ ​ເປັນ​ວຽກ​ທີ່​ຕ້ອງ​ເຮັດ​ເປັນ​ປົກກະຕິ ​ແລະ ຂາດ​ບໍ່​ໄດ້​ ສຳລັບ​ການ​ນຳພາ ​ຂອງ​ພັກ-​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ; ການຈັດຕັ້ງພັກ-​ລັດ​ ທຸກຂັ້ນ, ສະມາຊິກ​ພັກ, ພະນັກງານ​ທຸກ​ຄົນ ​ຕ້ອງ​ຢູ່​ພາຍ​ໃຕ້​ການ​ກວດກາ.

ກອງ​ປະຊຸມວຽກ​ງານ​ ກວດກາ​ທົ່ວ​ກະຊວງ ປະຈຳ​ປີ 2015 ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 24 ມີນາ ນີ້ ຢູ່ ກະຊວງ​ແຜນການ ​ແລະ ການ​ລົງທຶນ, ​​ໂດຍ​ມີ ຜູ້ຕາງໜ້າ​ຈາກ​ຄະນະ​ ກວດກາ​ສູນ​ກາງ​ພັກ, ຄະນະ​ປະຈຳ​ພັກ, ຄະນະ​ບໍລິຫານ​ງານ​ພັກ ​ແລະ ສະມາຊິກ​ພັກ, ພະນັກງານ​ຫລັກ​ແຫ​ລ່ງ​ ເຂົ້າຮ່ວມ 200 ກວ່າ​ຄົນ ເພື່ອ​ພ້ອມ​ກັນ​ປະກອບ​ຄຳ​ເຫັນ ​ໃສ່​ຮ່າງ​ບົດ​ສະຫລຸບ ​ແລະ ຕີ​ລາຄາ​ການ​ເຄື່ອນ​ໄຫວ ​ວຽກ​ງານ​ກວດກາ ​ຂອງ​ ກະຊວງ ຜທ ​ໃນ​ປີ 2015 ຜ່ານ​ມາ ​ແລະ ຈະ​ໄດ້ປຶກສາ​ຫາລື​ ກ່ຽວ​ກັບ​ທິດ​ທາງ​ແຜນການ ​ເຄື່ອນ​ໄຫວ​ວຽກ​ງານ​ກວດກາ​ ໃນ​ປີ 2016 ​ໂດ​ຍຈະ​ໄດ້​ເພີ່ມ​ທະວີ, ຍົກ​ສູງຄຸນ​ນະພາບ ຂອງ​ວຽກ​ງານ​ກວດກາ – ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໃຫ້​ດີກ​ວ່າ​ເກົ່າ ສາມາດ​ຕອບ​ສະໜອງ​ ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​​ໃໝ່, ​ເປັ​ນການ​ກະຕຸກ​ຊຸກຍູ້​ ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ບັນດາ​ກົມ, ຫ້ອງການ, ສະ​ຖາ​ບັນ, ສູນ​ສະຖິຕິ​ແຫ່ງ​ຊາດ ​ແລະ ສູນ​ຝຶກ​ອົບຮົມ ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ ​ຂອງ​ກະຊວງ ຜທ ​ໃນ​ການຈັດຕັ້ງປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ​ຕາມ​ແນວທາງ​ ນະ​ໂຍບາຍ​ຂອງ​ພັກ ​ແລະ ສອດຄ່ອງ​ກັບ​ກົດໝາຍ​ຂອງ​ລັດ ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ວຽກ​ງານ ​ມີ​ຄວາມ​ໂປ່​ງ​ໃສ ​ແລະ ສາມ​າດກວດກາ​ໄດ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...