spot_img
Homeຂ່າວພາຍ​ໃນສປປ.ລາວ ເປັນເຈົ້າພາບຈັດກອງປະຊຸມ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 9

ສປປ.ລາວ ເປັນເຈົ້າພາບຈັດກອງປະຊຸມ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 9

Published on

ສປປ.ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມປະຈໍາປີ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 9 ຫຼື 9th NADI ເຊິ່ງຈັດຂຶ້ນຢ່າງເປັນທາງການໃນ ວັນທີ 23 ມີນາ 2016 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພັ.ອ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ.ລາວ ມີບັນດາຫົວໜ້າສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງ ຈາກປະເທດສະມາຊິກອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັ.ອ ສຸລິວັນ ແສງຈັນ ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ ເຊິ່ງຈະໄດ້ລົງເລິກປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນແລະກັນ ເພື່ອຮ່ວມກັນສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ການພັດທະນາເພື່ອສິດຜົນປະໂຫຽດຮວມຂອງປະຊາຊົນອາຊຽນ ເຊິ່ງກອງປະຊຸມດັ່ງກ່າວ ຈັດຂຶ້ນຫຼັງຈາກການສ້າງຕັ້ງປະຊາຄົມອາຊຽນ ແລະ ເປັນຄັ້ງທໍາອິດທີ່ມີການຈັດຕັ້ງປະຕິບັດແຜນງານອາຊຽນ ໃນປີ 2025 ຮ່ວມກັນ ໂດຍສະເພາະ ແຜນແມ່ບົດດ້ານການເມືອງ ແລະ ຄວາມໝັ້ນຄົງ ແຜນແມ່ບົດຂອງປະຊາຄົມອາຊຽນ ໃນປີ 2025 ເຊິ່ງສະແດງໃຫ້ເຫັນວ່າ ປະຊາຊົນ ແລະ ສະມາຊິກລັດອາຊຽນ ສາມາດດໍາລົງຊີວິດຢູ່ຮ່ວມກັນໄດ້ໂດຍສັນຕິ ມີປະຊາທິປະໄຕ ແລະ ມີສະພາບແວດລ້ອມທີ່ດີ.

ນັບແຕ່ການສ້າງຕັ້ງ ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ກອງປະຊຸມ (NADI) ແມ່ນມີບົດບາດສໍາຄັນຕໍ່ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງຄວາມສະໜິດແໜ້ນລະຫວ່າງ ສະຖາບັນຄັງປັນຍາ ແລະ ສະຖາບັນຄົ້ນຄວ້າ ກ່ຽວກັບການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ເພື່ອສະເໜີນະໂຍບາຍຕ່າງໆ ໄປຍັງກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ໃນນັ້ນ ການເປັນປະທານອາຊຽນ ແລະ ການເປັນປະທານ ກອງປະຊຸມ ADMM ເພື່ອສົ່ງເສີມການຮ່ວມມືລະຫວ່າງ ກອງທັບອາຊຽນດ້ວຍກັນ ແລະ ລະຫວ່າງ ອາຊຽນ ກັບ ປະເທດບວກ ເພື່ອເສີມຂະຫຽາຍສັນຕິພາບໃນພາກພື້ນ ສະຖຽນລະພາບ ແລະ ການພັດທະນາ ກອງປະຊຸມປີນີ້ ແມ່ນໄດ້ຈັດຂຶ້ນພາຍໃຕ້ຄໍາຂັວນ ວິໄສທັດການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຫຼັງຈາກການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ເຊິ່ງຈະປຶກສາຫາລືໃນ 3 ຫົວຂໍ້ໃຫຽ່ຄື (1) ວິໄສທັດທາງດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນກ່ຽວກັບທ່າອຽງ ແລະ ສິ່ງທ້າທາຍ (2) ເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນຊາດເພື່ອຮັບມືກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍທີ່ບໍ່ແມ່ນດ້ານການທະຫານ ແລະ (3) ຮັກສາການຮ່ວມມືດ້ານວຽກງານປ້ອງກັນຊາດ ເພື່ອຄວາມເຂັ້ມແຂງຂອງປະຊາຄົມເສດຖະກິດອາຊຽນ.

ກອງປະຊຸມດັ່ງກ່າວ ຈະໄດ້ດໍາເນິີນໄປເປັນເວລາ 4 ວັນຈິ່ງຈະໄດ້ອັດລົງ.

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...