Homeຂ່າວຕ່າງປະເທດເກີດອຸບັດເຫດຢູ່ບໍ່ຖ່ານຫີນ ທາງພາກເໜືອຂອງຈີນ ກຳມະກອນເສຍຊີວິດ ຢ່າງໜ້ອຍ 19 ຄົນ!

ເກີດອຸບັດເຫດຢູ່ບໍ່ຖ່ານຫີນ ທາງພາກເໜືອຂອງຈີນ ກຳມະກອນເສຍຊີວິດ ຢ່າງໜ້ອຍ 19 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມີນານີ້ວ່າ ເກີດອຸບັດເຫດຢູ່ບໍ່ຖ່ານຫີນແຫ່ງໜຶ່ງ ຢູ່ແຂວງຊານຊີ ທາງພາກເໜືອຂອງປະເທດຈີນ ຊຶ່ງເປັນຂອງບໍລິສັດບໍ່ຖ່ານຫີນ ຊານຊີ ຕ້າຖົງ ກຣຸບ ໂດຍໃນຂະນະເກີດເຫດ ມີກຳມະກອນເຮັດວຽກຢູ່ເຖິງ 129 ຄົນ ແລະ ສາມາດຫລົບໜີອອກມາໄດ້ 110 ຄົນ ສ່ວນທີ່ເຫລືອຢ່າງໜ້ອຍ 19 ຄົນ ແມ່ນເສຍຊີວິດ ສ່ວນສາເຫດຂອງອຸບັດເຫດດັ່ງກ່າວ ຍັງຢູ່ລະຫວ່າງການສືບສວນຂອງເຈົ້າໜ້າທີ່.

ທັງນີ້ ຈີນຖືເປັນຜູ້ຜະລິດຖ່ານຫີນ ລາຍໃຫຍ່ທີ່ສຸດໃນໂລກ ຊຶ່ງມັກປະສົບກັບອຸບັດເຫດຮ້າຍແຮງ ກ່ຽວກັບອຸດສາຫະກຳບໍ່ແຮ່ເປັນປະຈຳ, ແນວໃດກໍຕາມ ຜ່ານການປັບປຸງມາດຖານ ກ່ຽວກັບຄວາມປອດໄພແຮງງານ ໄດ້ເຮັດໃຫ້ຈຳນວນກຳມະກອນທີ່ເສຍຊີວິດໃນແຕ່ລະປີ ຫລຸດລົງເປັນກ້າວໆ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...