Homeຂ່າວຕ່າງປະເທດຜົນການວິເຄາະຊາກເຮືອບິນ ພົບຢູ່ໂມຊຳບິກ ຂ້ອນຂ້າງແນ່ນອນ ເປັນຂອງ MH370 ທີ່ສູນຫາຍ!

ຜົນການວິເຄາະຊາກເຮືອບິນ ພົບຢູ່ໂມຊຳບິກ ຂ້ອນຂ້າງແນ່ນອນ ເປັນຂອງ MH370 ທີ່ສູນຫາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມີນານີ້ວ່າ ທ່ານ ດາເຣນ ເຊສເຕີ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມອົດສະຕຣາລີ ໄດ້ກ່າວວ່າ ກໍລະນີທີ່ນັກທ່ອງທ່ຽວພົບຊາກຊິ້ນສ່ວນເຮືອບິນ 2 ອັນ ຢູ່ບໍລິເວນຫາດຊາຍ ປະເທດໂມຊຳບິກ ໃນພາກພື້ນອາຟຣິກາຕາເວັນອອກ ເມື່ອເດືອນທັນວາປີ 2015 ແລະ ເດືອນກຸມພາປີ 2016 ຜ່ານມານີ້ ຂ້ອນຂ້າງມີຄວາມແນ່ນອນວ່າ ເປັນຊິ້ນສ່ວນທີ່ມາຈາກເຮືອບິນໂດຍສານ ສາຍການບິນມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH370 ທີ່ສູນຫາຍແບບປິດສະໜາ ພ້ອມກັບຜູ້ໂດຍສານ ແລະ ລູກເຮືອລວມ 239 ຄົນ ຫລັງຈາກທີ່ຂຶ້ນບິນອອກຈາກ ສະໜາມບິນສາກົນນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ມຸ່ງໜ້າສູ່ນະຄອນຫລວງປັກກິ່ງ ສປ ຈີນ ເມື່ອເດືອນມີນາປີ 2014.

ທ່ານ ເຊສເຕີ ຖະແຫລງວ່າ ທີມສອບສວນໄດ້ກວດສອບຊາກດັ່ງກ່າວ ແລະ ພົບວ່າ ເປັນຊິ້ນສ່ວນແຜ່ນກະດານ ຂອງເຮືອບິນໂບອິ້ງ 777 ຂອງສາຍການບິນ ມາເລເຊຍ ແອຣ໌ລາຍ ແລະ ຜົນການວິເຄາະກໍສະຫລຸບວ່າ ຊາກຊິ້ນສ່ວນທີ່ພົບ ຂ້ອນຂ້າງແນ່ນອນແລ້ວວ່າ ແມ່ນມາຈາກຖ້ຽວບິນ MH370.

NjpUs24nCQKx5e1D8WgtL8l5roENyRhZs9cQ9qpxqHp

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...