Homeຂ່າວພາຍ​ໃນນິໂຄລ່າ ຄູຝຶກສອນຊາວເຊີເບຍ ຂໍແຍກທາງຈາກທີມລ້ານຊ້າງ ຢູໄນເຕັດ

ນິໂຄລ່າ ຄູຝຶກສອນຊາວເຊີເບຍ ຂໍແຍກທາງຈາກທີມລ້ານຊ້າງ ຢູໄນເຕັດ

Published on

ນິໂຄລ່າ ຄູຝຶກສອນຊາວເຊີເບຍ ຂໍແຍກທາງຈາກທີມລ້ານຊ້າງ ຢູໄນເຕັດ
ລາວ ພຣີເມຍລີກ 2016 ລະດູການໃຫມ່ທີ່ກໍາລັງຈະເປີດຂຶ້ນຢ່າງເປັນທາງການໃນທ້າຍອາທິດນີ້ ເກີດມີການປ່ຽນແປງຄັ້ງໃຫຍ່ໃນທີມລຸ້ນແຊ້ມຢ່າງ ລ້ານຊ້າງ ຢູໄນເຕັດ ເມື່ອລ່າສຸດມີລາຍງານວ່າ ໄດ້ແຍກທາງກັບຄູຝຶກສອນຊາວເຊີເບຍ ນິໂຄລ່າ ຄາວາໂຊວິດຊ ທີ່ຫາກໍເຂົ້າມາຮັບຕໍາແໜ່ງບໍ່ຮອດ 3 ເດືອນ.

ໂດຍທາງເຮດໂຄຊຊາວເຊີບ ໄດ້ໂພສລົງເຟສບຸກສ່ວນຕົວວ່າ “ຫຼັງຈາກຊະນະມາ 7 ນັດຕິດ, ຂ້ອຍກໍາລັງໄປຈາກລ້ານຊ້າງ ຢູໄນເຕັດ ດ້ວຍເຫດຜົນທາງຄອບຄົວ. ຂອບໃຈທຸກຝ່າຍທີ່ໃຫ້ການຮ່ວມມື ແລະ ຂໍໃຫ້ທີມປະສົບຜົນສໍາເລັດກັບເປົ້າໝາຍ. ສ່ວນຕົວຂ້ອຍຈະກັບມາເຮັດໜ້າທີ່ໃນໄວໆນີ້ ແຕ່ໃນປະເທດອື່ນ, ດ້ວຍຄວາມມຸ່ງຫວັງຢ່າງສູງສະເໝີ”

ເຮັດໃຫ້ຕອນນີ້ ທີມເຈົ້າບຸນທຸ່ມແຫ່ງລາວພຣີເມຍລີກ ຕ້ອງໄດ້ຫາຕົວແທນໂດຍໄວ ບໍ່ສະນັ້ນອາດຈະມີຜົນກະທົບກັບການລຸ້ນແຊ້ມໃນລີກສູງສຸດຂອງປະເທດກໍ່ເປັນໄດ້.

 

ແຫລ່ງຂ່າວຈາກ: รูปภาพประจำตัวของ The Passer

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...