“ຄວາມເປັນມາຂອງບຸນປີໃໝ່ລາວ ຫຼື ຫຼາຍຄົນເອີ້ນວ່າ ກຸດສົງການ”
ພໍແຕ່ຮອດຍາມເດືອນສີ່ຕໍ່ໃສ່ເດືອນຫ້າລ່ວງເຂົ້າມາເຖິງ (ຫມາຍເຖິງເດືອນລາວ) ກໍ່ພໍດີແມ່ນໄລຍະແຫ່ງການກະກຽມເພື່ອສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະຕ້ອນ ຮັບປີໃຫມ່ລາວ( ສົ່ງ ພ.ສ ເກົ່າ ຕ້ອນຮັບ ພ.ສ ໃຫມ່) ເຊິ່ງເປັນວັນແຫ່ງການໄຂສັງກາດໃຫມ່ວັນຂຶ້ນປີໃຫມ່ ຫຼື ບາງທ້ອງຖິ່ນມັກນິຍົມເອີ້ນວ່າ: ກຸດສົງການ. ເຊິ່ງເລີ່ມແຕ່ວັນທີ 13-15 ຫລື 16 ຂອງເດືອນເມສາໃນທຸກໆປີ. ຄຳວ່າ “ກຸດ” ສົງການໃນທີ່ນີ້ກໍຄືຫມາຍເຖິງການຂາດ ຫຼື ສິ້ນໄປຂອງວັນເດືອນປີເກົ່າຫລືຂາດຈາກປີເກົ່າ ແລ້ວຕໍ່ໃສ່ປີໃຫມ່ຈິ່ງເອີ້ນວ່າ ປີໃຫມ່ນັ້ນເອງ. ຕາມປະຫວັດ ຫລື ປະເພນີຂອງວັນຂຶ້ນປືໃຫມ່ໄດ້ມີການກ່າວໄວ້ດັ່ງນີ້: ກ່ອນຫນ້ານີ້ຫລາຍພັນປີຜ່ານມາແລ້ວ ໄດ້ມີບູລຸດຜູ້ຍິ່ງໃຫຍ່ທ່ານຫນຶ່ງເຊິ່ງມີນາມວ່າ: ທ້າວ ທຳມະບານກຸມມານ ເປັນຄົນທີ່ມີສະຕິປັນຍາທີ່ແຫລມຄົມສະຫລຽວສະຫລາດ ແລະ ມີໄຫວພິບປະຕິພານທີ່ສູງສົ່ງສາມາດຮຽນຮູ້ຈົບໄຕເພດ (ຮູ້ໂລກທັງສາມຄືມະນຸດສະໂລກ, ເທວາໂລກ ແລະ ພົມມະໂລກ), ນອກຈາກນັ້ນ ກໍຍັງເປັນຜູ້ຮູ້ພາສາສັດນຳອີກ. ເມື່ອຄວາມເກັ່ງກ້າສາມາດຂອງບູລຸດທ່ານນີ້ຊ່າລືໄປຮອດໄປເຖິງຫູຂອງພະຍາກະບິນ ລະພົມ (ຜູ້ເປັນໃຫຍ່ກ່ວາພົມທັງຫລາຍ) ກໍເກີດມີແນວຄິດຢາກລົງມາທົດສອບ ຫລື ທົດລອງເບິ່ງສະຕິປັນຍາຂອງ ທ້າວທຳມະບານ ກຸມມານ, ຢູ່ມາວັນຫນຶ່ງພະຍາກະບິນລະພົມຈິ່ງຕັດສິນໃຈລົງມາເພື່ອທົດລອງເບິ່ງສະຕິປັນຍາຂອງທ້າວທຳມະບານກຸມມານ, ຝ່າຍພະຍາກະບິນລະພົມໄດ້ຍື່ນຄຳຂາດເປັນຄຳຖາມປິດສະຫນາ 3 ຂໍ້ເພື່ອໃຫ້ ເປັນໂຈດແກ່ທ້າວທຳມະບານກຸມມານຄຳຖາມ 3 ຂໍ້ມີດັ່ງນີ້:
1. ຕອນເຊົ້າລາສີຂອງຄົນຢູ່ໃສ?
2. ຕອນສວາຍລາສີຂອງຄົນຢູ່ໃສ?
3. ຕອນຄໍ່າລາສີຂອງຄົນຢູ່ໃສ?
ຕໍ່ຄຳຖາມທັງ 3 ຂໍ້ນີ້ແມ່ນໃຫ້ເວລາໃນການຄົ້ນຄິດພິຈາລະນາ 7 ວັນ ຈິ່ງລົງມາຫາຄຳຕອບ, ແຕ່ຝ່າຍພະຍາກະບິນລະພົມໄດ້ຕັ້ງເດີມພັນໄວ້ວ່າ: ຖ້າຕອບບໍ່ໄດ້ແມ່ນໃຫ້ຕັດຄໍ ແລະ ຖ້າຕອບຖືກຕົນເອງກໍຂໍຍອມຕັດຄໍເຊັ່ນກັນ. ໃນເມື່ອພະຍາກະບິນລະພົມກັບໄປແລ້ວ, ບັນຫາ ດັ່ງກ່າວໄດ້ສ້າງຄວາມຫນັກອົກຫນັກໃຈໃຫ້ແກ່ທ້າວທຳມະບານກຸມມານຢ່າງມະຫາສານຢູ່ມາຮອດມື້ທີ 6 ກໍຍັງຫາຄຳຕອບບໍ່ໄດ້ ທ້າວຈິ່ງ ຕັດສິນໃຈຍ່າງຫນີອອກຈາກບ້ານ ເພື່ອໄປຕາຍເອົາດາບຫນ້າດີກ່ວາ, ດ້ວຍຄວາມອິດເມື່ອໂຮຍແຮງໃນການເດີນທາງຫມົດມື້ ທ້າວຈິ່ງເຂົ້າໄປພັກຜ່ອນຫລັບນອນຢູ່ກ້ອງຮົ່ມຕົ້ນຕານຕົ້ນຫນຶ່ງຢູ່ແຄມທາງ. ພໍໄກ້ຮອດຍາມອະລຸນວັນໃຫມ່ມາເຖິງທ້າວທຳມະບານກຸມມານໄດ້ຍິນສຽງຂອງນົກອິນຊີສອງຜົວເມຍທີ່ນອນຢູ່ເທິງປາຍຕົ້ນຕານ ນັ້ນລົມກັນວ່າ: ມື້ອື່ນເຊົ້າພວກເຮົາ ຈະໄປຫາກິນຢູ່ທາງໃດ, ນົກອິນຊີໂຕຜົວຕອບເມຍວ່າ: ບໍ່ຍາກມື້ອື່ນເຮົາຈະໄດ້ກິນຊີ້ນ ແລະ ເລືອດຂອງ ທ້າວ ທຳມະບານ ກຸມມານ ຢ່າງແນ່ນອນ. ເພາະວ່າລາວຕອບບັນຫາຂອງພະຍາກະບິນລະພົມບໍ່ໄດ້. ອິນຊີໂຕເມຍຖາມ ຜົວວ່າບັນຫານັ້ນມີຫຍັງແດ່ເຈົ້າຕອບໄດ້ບໍ? ຝ່າຍຜົວວ່າຕອບໄດ້, ບັນຫາມີດັ່ງນີ້:
1. ຕອນເຊົ້າລາສີຂອງຄົນແມ່ນຢູ່ໃບຫນ້າດັ່ງ ນັ້ນຕື່ນ ນອນມາຄົນຈິ່ງມັກລ້າງຫນ້າເພື່ອ ໃຫ້ສະອາດແລະມີລາສີງົດງາມ.
2. ຕອນສວາຍລາສີຂອງຄົນແມ່ນຢູ່ໃນຫນ້າເອິກ, ດັ່ງນັ້ນຄົນຈິ່ງມັກເອົານ້ຳລ້າງຫນ້າເອິກ.
3. ຕອນຄໍ່າລາສີຂອງຄົນແມ່ນຢູ່ຕີນດັ່ງນັ້ນຄົນຈິ່ງມັກລ້າງຕີນແລ້ວຈິ່ງເຂົ້ານອນ, ທັງນີ້ ກໍເພື່ອຄວາມສະອາດ ແລະ ຫ່າງໄກຈາກພະຍາດໂລຄາ.
ເມື່ອທ້າວທຳມະບານກຸມມານທີ່ນອນຢູ່ໃນກ້ອງຮົ່ມຕານໄດ້ຮູ້ຄວາມ ຈິ່ງທຸກຢ່າງຈາກນົກອິນຊີທັງສອງຜົວ-ເມຍຄືແນວນັ້ນກໍ່ມີຄວາມຕື່ນເຕັ້ນ, ດີອົກດີໃຈ ແລະ ຟ້າວຟັ່ງ ກັບຄືນເມືອບ້ານດ້ວຍຄວາມປື້ມປິຕິ, ພໍຮອດເວລານັດຫມາຍພະຍາກະບິນລະພົມກໍລົງມາຕາມສັນຍາ ແລະ ທ້າວ ທຳມະບານ ກຸມມານ ກໍ່ສາມາດຕອບໄດ້ໝົດ ທຸກຂໍ້ ແລະ ຖືກກັບຄວາມຈິງ. ດັ່ງນັ້ນ ທັງພະຍາກະບິນລະພົມຈິ່ງຍິນຍອມຕັດຄໍຕົນເອງເພື່ອເປັນການຖວາຍບູຊາໃນພູມປັນຍາ ຂອງທ້າວທຳມະບານກຸມມານ, ດັ່ງນັ້ນ ພະຍາກະບິນລະພົມຈິ່ງເອີ້ນລູກສາວທັງ 7 ຄົນມາຫາ ແລ້ວສັ່ງໃຫ້ເອົາພາພານທອງ ຄຳມາຮອງຮັບເອົາຫົວຂອງພໍ່ເພື່ອເອົາໄປໄວ້ໃນຖ້ຳພູເຂົາໄກລາດ, ເພາະຫົວຂອງພະຍາກະບິນລະພົມຖ້າຕົກໃສ່ນ້ຳ, ອາກາດ, ແຜ່ນດິນກໍຈະເປັນພິດເປັນໄພສົ່ງຜົນອັນຕະລາຍຕໍ່ມວນມະນຸດ, ໃນແຕ່ລະປີໃຫ້ລູກສາວທັງ 7 ຄົນພັດປ່ຽນກັນເອົາຫົວຂອງພໍ່, ຂີ່ເທິງຫລັງສັດອອກມາຈາກຖ້ຳພູເຂົາໄກລາດເພື່ອມາຫົດສົງ.
ໂດຍ: Bounsuay
ແຫລ່ງຂ່າວຈາກ: ພັດທະນາລາວ