Homeຂ່າວຕ່າງປະເທດແບນຊິກປະກາດໄວ້ທຸກທົ່ວປະເທດ 3 ວັນ ອາໄລຜູ້ປະສົບເຄາະຮ້າຍ ຈາກເຫດລະເບີດຢູ່ບຣຸກແຊນ!

ແບນຊິກປະກາດໄວ້ທຸກທົ່ວປະເທດ 3 ວັນ ອາໄລຜູ້ປະສົບເຄາະຮ້າຍ ຈາກເຫດລະເບີດຢູ່ບຣຸກແຊນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ມີນານີ້ວ່າ ມື້ວານນີ້ (22 ມີນາ) ​ແບນ​ຊິກ​ໄດ້​ປະກາດ​​ໄວ້​ທຸກ​ທົ່ວ​ປະ​ເທດ​ເປັນ​ເວລາ 3 ວັນ​ ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​​ເສຍ​ຊີວິດ​ ພາຍຫລັງ​​ເກີດເຫດ​ການບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ນອງ​ເລືອດ ຢູ່ນະຄອນຫລວງບຣຸກ​ແຊນ ໂດຍທຸກໆ​ອົງການ​ຈັດຕັ້ງຂອງລັດ​ໃນ​ທົ່ວ​ປະ​ເທດ​ ຈະຕ້ອງ​ຫລຸດ​ທຸງ​ຊາດລົງ​ເຄິ່ງ​ເສົາ​ ໄປຈົນຮອດ​ວັນ​ທີ 24 ມີນາ. ​

ໃນ​ວັນ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່ແບນ​ຊິກ​ ​ໄດ້​ເຜີຍແຜ່​ຮູບ​ພາບ​ທີ່​ບັນທຶກ​ໄດ້ຈາກກ້ອງ​ວົງຈອນປິດ ກ່ຽວກັບຜູ້ຖືກສົງໄສ 3 ຄົນ ທີ່ເປັນ​​ເປົ້າ​ໝາຍ​​ຖືກ​ສົງ​ໄສ​ວ່າ ປະຕິບັດ​ເຫດ​ບຸກ​ໂຈມ​ຕີ​ ດ້ວຍລະເບີດຂ້າຕົວຕາຍ ອັນສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 34 ຄົນ ແລະ ບາດເຈັບອີກກວ່າ 250 ຄົນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...