Homeຂ່າວຕ່າງປະເທດໄອ​ເອສປະກາດ​ຕົວ​ແລ້ວ ​ກໍ່​ການ​ຮ້າຍ​ແບນ​ຊິກ ຕຳຫຼວດ​ແພ່​ພາບ​ວົງ​ຈອນ​ປິດ​ລ່າ​ຕົວ​ມື​ປືນ

ໄອ​ເອສປະກາດ​ຕົວ​ແລ້ວ ​ກໍ່​ການ​ຮ້າຍ​ແບນ​ຊິກ ຕຳຫຼວດ​ແພ່​ພາບ​ວົງ​ຈອນ​ປິດ​ລ່າ​ຕົວ​ມື​ປືນ

Published on

​ເມື່ອ​ວັນ​ທີ 22 ມີນາ ​ເອ​ເອຟີ​ລາຍ​ງານ ຄວາມ​ຄືບ​ໜ້າ​ເຫດ​ກໍ່​ກາ​ນຮ້າຍ​ໃນ​ນະຄອນບຣຸກ​ແຊ​ລປະ​ເທດ​ແບນ​ຊິກ ວ່າ ອົງກອນ​ເອັມ​ເອຄິວ ຕົວ​ແທນ​ກອງ​ກຳລັງ​ລັດ​ອິສລາມ ຫຼື ​ໄອ​ເອສ ຖະ​ແຫຼ​ງອ້າງ​ຜົນງານ​ກໍ່​ການ​ຮ້າຍ​ທີ່​ສະໜາມ​ບິນ ​ແລະ​ສະຖານີ​ລົດ​ໄຟ​ໃຕ້​ດິນ​ໃນ​ນະຄອນຫຼວງ​ບຣຸກ​ແຊ​ລ ມີ​ຜູ້​ເສຍ​ຊີວິດ​ຢ່າງໜ້ອຍ 35 ຄົນ ບາດ​ເຈັບ​ກວ່າ 200 ຄົນ ວ່າ​ເປັນ​ສີມື​ຂອງ​ສະມາຊິກ​ໄອ​ເອສ.

ດ້ານ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແບນ​ຊິກ ​ເຜີຍ​ແພ່​ພາບ​ວົງຈອນ​ປິດ​ທີ່​ບັນທຶກ​ໃນ​ສະໜາມ​ບິນ​ບ່ອນ​ເກີດ​ເຫດ​ເປັນ​ພາບ​ຊາ​ຍຜູ້​ຕ້ອງ​ສົງ​ໄສ 3 ຄົນ ຍູ້ລົດ​ຂົນ​ກະ​ເປົ໋າ​ເດີນທາງ ຜ່ານ​ເຂົ້າ​ໄປ​ທາງ​ຊ່ອງ​ກວດກາ​ເຂົ້າ ​ໃນ​ຈຳນວນ​ນີ້ 2 ຄົນ​ຜົມ​ດຳ ​ແລະ​ອີກ​ຄົນ​ໜຶ່ງ​​ໃສ່​ໝວກ ​ໂດຍ​​ໃນ​ຈຸດ​ເກີດ​ເຫດ​ວາງ​ລະ​ເບີດ​ສອງ​ຄັ້ງ​​ເຊື່ອງ​ໃນ​ສະໜາມ​ບິນ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 14 ຄົນ ບາດ​ເຈັບ​ປະມານ 90 ຄົນ.

ຕໍ່​ມາ ຕຳຫຼວດ​ອອກ​ປະກາດ​ຈັບ​ຜູ້​ຕ້ອງ​ສົງ​ໄສ 1 ຄົນ ​ເປັນ​ຊາຍ​ທີ່​ໃສ່​ໝວກ​ແວ່ນຕາ ມີ​ໜວດ​ແບ້ ​ໃສ່​ເສື້ອ​ແຈ້​ກ​ເກດສີ​ຂາວ ​ແລະ​ໝວດ​ສີດຳ ລາກ​ລົດ​ທີ່​ວາງ​ກະ​ເປົ໋າຂະໜາດ​ໃຫຍ່​ສີດຳ ສ່ວນ​ອີກ​ສອງ​ຄົນ​ນັ້ນ​ຄາດ​ວ່າ​ເປັນ​ມື​ລະ​ເບີດ​ພີ​ຊີບ​ທີ່​ຈູດ​ຂະ​ນວນ 2 ລູກ​ໃນ​ບ່ອນ​ເກີດ​ເຫດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...