Homeຂ່າວພາຍ​ໃນນັກທຸລະກິດອິນເດຍ ມີຄວາມສົນໃຈ ເຂົ້າມາລົງທຶນຢູ່ລາວ

ນັກທຸລະກິດອິນເດຍ ມີຄວາມສົນໃຈ ເຂົ້າມາລົງທຶນຢູ່ລາວ

Published on

ຂປລ. ​ລັດຖະບານລາວ ໄດ້​ເປີດ​ໂອກາດ​ໃຫ້​ບັນດານັກທຸລະກິດ​ລາວ ແລະ ອິນ​ເດຍ ໄດ້​ພົບ​ປະ ແລະ ແລກປ່ຽນ​ຂໍ້​ມູນຂ່າວສານ​ ທາງ​ດ້ານ​ການ​ຄ້າ-ການລົງທຶນ ແລະ ຊອກ​ຫາ​ຊ່ອງ​ທາງ​ໃນ​ການຮ່ວມ​ມື​ທາງ​ດ້ານ​ທຸລະ​ກິດ​ຮ່ວມກັນ​ໃນ​ອະນາຄົດ ໃນວັນທີ 21 ມີນາ 2016 ຢູ່ ນະຄອນຫລວງວຽງຈັນ.

ການພົບປະດັ່ງກ່າວ, ສະພາການຄ້າ ແລະ ອຸດສາຫະກຳຂອງອິນເດຍ ໄດ້ນຳພານັກທຸລະກິດອິນເດຍ ເຂົ້າມາ ວາງສະແດງຜົນງານ ແລະ ສິນຄ້າຢູ່ນະຄອນຫລວງວຽງຈັນ ຫລາຍກວ່າ 40 ບໍລິສັດ ເປັນຕົ້ນ ບໍລິສັດທີ່ເຮັດກ່ຽວກັບ ອຸດສາຫະກຳ, ຫັດຖະກຳ, ກົນຈັກ, ປຸງແຕ່ງ ແລະ ອື່ນໆ ເພື່ອຊອກຫາຊ່ອງທາງໃນການຄ້າຂາຍ ແລະ ການລົງທຶນ ຢູ່ ສປປ ລາວ ທັງເປັນການພົບປະສ້າງສັນ ລະຫວ່າງນັກທຸລະກິດລາວ ແລະ ອິນເດຍ ເພື່່ອແລກປ່ຽນບົດຮຽນ,  ປຶກສາ ຫາລື ກ່ຽວກັບການລົງທຶນຮ່ວມກັນໃນຕໍ່ໜ້າ.

ນັກທຸລະກິດ​ຈາກປະເທດອິນເດຍ ມີ​ຄວາມ​ສົນໃຈຢາກມາ​ລົງທຶນ​ຢູ່ ສປປ ​ລາວ ເນື່ອງ​ຈາກ​ປະເທດ​ລາວ​ມີ​ທ່າ ແຮງ​ໃນ​ຫລາຍ​ດ້ານ ​ທີ່​ເໝາະ​ສົມແກ່​ການ​ລົງທຶນ ເປັນຕົ້ນ ​ແມ່ນທ່າແຮງ​ດ້ານ​ຊັບພະຍາກອນ​ທຳມະ​ຊາດ, ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ມີຄວາມສະຫງົບ, ປອດໄພ ແລະ ໄດ້​ຮັບ​ຜົນ​ກະທົບຈາກ​ໄພ​ທຳ​ມະ​ຊາດ​ບໍ່​ຮຸນແຮງໃນ ແຕ່ລະປີ ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...